ຂປລ
ຄວາມອຶດຫິວແບບເຊື່ອງຊ້ອນບ່ໍແມ່ນບັນຫາຂອງປະຊາຊົນຜູ້ທຸກຍາກເທົ່ານັ້ນ.
*ຄວາມອຶດຫິວແບບເຊື່ອງຊ້ອນບ່ໍແມ່ນບັນຫາຂອງປະຊາຊົນຜູ້ທຸກຍາກເທົ່ານັ້ນ. ຫລັກຖານລະດັບສາກົນສະແດງໃຫ້ເຫັນວ່າ: ການພັດທະນາດ້ານອຸດສາຫະກໍາ ແລະ ການຫັນປ່ຽນໄປສູ່ປະເທດທີ່ມີລະດັບລາຍຮັບທີ່ສູງຂຶ້ນມັກສົ່ງຜົນໃຫ້ຕະຫລາດເຕັມໄປດ້ວຍອາຫານແປຮູບທີ່ໃຫ້ພະລັງງານສູງ, ແຕ່ຂາດສານອາຫານ ເຊິ່ງມີຄວາມສໍາພັນທີ່ຊັດເຈນລະຫວ່າງນ້ໍາໜັກເກີນມາດຕະຖານ, ພະຍາດອ້ວນ ແລະ ຄວາມອຶດຫິວແບບເຊື່ອງຊ້ອນ. ໃນຂະນະທີ່ ສປປ ລາວ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນ, ການແກ້ໄຂບັນຫາການຂາດສານອາຫານ ຜ່ານການສົ່ງເສີມການກິນອາຫານທີ່ຫລາກຫລາຍ ແລະ ການເສີມສ້າງດ້ານສະບຽງອາຫານທີ່ມີຈຸນລະສານອາຫານ. ໃນເວລາທີ່ຮ່າງກາຍຂອງພວກເຮົາບໍ່ໄດ້ຮັບອາຫານພຽງພໍ ກໍ່ຈະມີຄວາມຮູ້ສຶກເມື່ອຍ, ຈ່ອຍຜອມເຮັດໃຫ້ຮ່າງກາຍຂະຫຍາຍຕົວຊ້າ ໂດຍສະເພາະແມ່ນເດັກນ້ອຍ ຍ້ອນຮ່າງຂາດວິຕາມິນ ຫລື ແຮ່ທາດທີ່ຈໍາເປັນ? ຕົວຢ່າງ, ພວກເຮົາຕ້ອງການວິຕາມິນເອ ໃນປະລິມານພຽງເລັກນ້ອຍສໍາລັບລະບົບພູມຄຸ້ມກັນຮ່າງກາຍ ແລະ ການຈະເລີນພັນ ຫລື ທາດເຫລັກເຊິ່ງເຮັດໜ້າທີ່ສະ ໜອງອົກຊີແຈນໃຫ້ກັບອະໄວຍະວະພາຍໃນ ແລະ ກ້າມຊີ້ນ. ໃນເວລາທີ່ຮ່າງກາຍຂອງພວກເຮົາຫິວ ຫລື ຕ້ອງການສານອາຫານທີ່ເອີ້ນວ່າຈຸນລະສານອາຫານ, ສະໝອງຂອງພວກເຮົາຈະບ່ໍສາມາດຮັບສັນຍານ “ຫິວ”ໄດ້ຊັດເຈນ. ນີ້ຄືສາເຫດທີ່ພວກເຮົາເອີ້ນການຂາດແຄນຈຸນລະສານອາຫານເຫລົ່ານີ້ວ່າ ເປັນຄວາມອຶດຫິວແບບເຊື່ອງຊ້ອນ.
ການຂາດສານອາຫານໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການຈະເລີນເຕີບໂຕ, ພັດທະນາການ ແລະ ການເຮັດວຽກຂອງຮ່າງກາຍເຊິ່ງພົບເຫັນໄດ້ຫລາຍຢູ່ໃນ ສປປ ລາວ ໂດຍສະເພາະແມ່ນແມ່ຍິງໃນໄວຈະເລີນພັນສະເລ່ຍ 40 ເປີເຊັນ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ 44 ເປີເຊັນ ແມ່ນຂາດທາດເຫລັກອັນມາຈາກການເປັນພະຍາດເລືອດຈາງ, ເຊິ່ງອາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສຸຂະພາບ ແລະ ພັດທະນາການຂອງພວກເຂົາ ແລະ ສົ່ງຜົນໃຫ້ປະສິດທິພາບໃນການຜະລິດກໍາລັງແຮງງານຫລຸດລົງໃນໄລຍະຍາວ. ໃນປີ 2020 ພະຍາດເລືອດຈາງພຽງຢ່າງດຽວເຮັດ ໃຫ້ ສປປ ລາວ ຂາດດຸນດ້ານເສດຖະກິດໄປກວ່າ 241 ລ້ານໂດລາສະຫະລັດ ເຊິ່ງຫລາຍກວ່າ 1 ເປີເຊັນຂອງ GDP ຂອງປະເທດ. ການຂາດຈຸນລະສານອາຫານ ແລະ ອາຫານທີ່ມີໂພຊະນາການ ໃນໄລຍະການຖືພາອາດສ່ົງຜົນເສຍຫາຍຮ້າຍແຮງໄດ້.
ອີງຕາມການລາຍງານຂອງ ໂຮງຮຽນສຸຂະອະນາໄມ ແລະ ການແພດເຂດຮ້ອນ ຢູ່ນະຄອນຫລວງລອນດອນ, ເດັກນ້ອຍ 19 ຄົນ ໃນຈໍານວນ 10.000 ຄົນ ໃນ ສປປ ລາວ ເກີດມາມີຄວາມບົກຜ່ອງທາງດ້ານລະບົບປະສາດ. ໃນຂະນະທີ່ການກິນອາຫານສົດ ແລະ ມີຄວາມຫລາກຫລາຍອາດເປັນທາງເລືອກທີ່ດີທີ່ສຸດໃນການປ້ອງກັນຄວາມອຶດຫິວທີ່ເຊື່ອງຊ້ອນ, ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນຈະສາມາດເຂົ້າເຖິງອາຫານເຫລົ່ານີ້ໄດ້ສະເໝີໄປ. ເຖິງຢ່າງໃດກໍ່ຕາມ, ຍັງມີວິທີການແກ້ໄຂ ເຊິ່ງປະຫຍັດຄ່າໃຊ້ຈ່າຍ, ປອດໄພ ແລະ ສາມາດສະໜອງໄດ້ໃນປະລິມານທ່ີຫລາຍຄື: ການເພີ່ມວິຕາມິນ ແລະ ແຮ່ທາດ ໃສ່ໃນອາຫານ. ການເພີ່ມວິຕາມິນ ແລະ ແຮ່ທາດໃສ່ໃນອາຫານ ໝາເຖິງການເພ່ີມຈຸນລະສານອາຫານ ໃສ່ໃນອາຫານຫລັກທີ່ບໍລິໂພກທົ່ວໄປ ເຊັ່ນ: ການເພີ່ມທາດໄອໂອດິນໃສ່ໃນເກືອເພື່ອປ້ອງກັນພະຍາດຄໍໜຽງ-ຄໍເອີມ. ນັບແຕ່ປີ 1995 ເປັນຕົ້ນມາ, ກະຊວງສາທາລະນະສຸກໄດ້ກຳນົດມາດຕະຖານການຜະລິດ ແລະ ການນຳເຂົ້າເກືອໄອໂອດິນ ເຮັດໃຫ້ການເສີມໄອໂອດິນໃສ່ໃນເກືອກາຍເປັນຂໍ້ບັງຄັບຊຶ່ງໄດ້ກໍານົດເອົາເຂົ້າເປັນຕົວຂັບເຄື່ອນທີ່ດີທີ່ສຸດສໍາລັບການເສີມສ້າງຈຸນລະສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ. ເຂົ້າໜຽວ ແມ່ນອາຫານທີ່ຄົນສ່ວນໃຫຍ່ໃນທົ່ວປະເທດບໍລິໂພກເປັນປະຈຳ ເປັນແຫລ່ງພະລັງງານທີ່ດີ, ແຕ່ເຂົ້າໜຽວຍັງຂາດສານອາຫານທີ່ຈຳເປັນເຊັ່ນ: ວິຕາມິນເອ, ບີ, ທາດເຫລັກ ແລະ ສັງກະສີ ເຊິ່ງມັກຈະພົບເຫັນໃນອາຫານປະເພດອື່ນໆ ແຕ່ໄດ້ຮັບຄວາມນິຍົມບໍລິໂພກໜ້ອຍ ແລະ ເຂົ້າເຖິງຍາກ. ການທົດ ລອງຜະລິດເຂົ້າທີ່ເພີ່ມວິຕາມິນ, ແຮ່ທາດຢູ່ພາຍໃນປະເທດ ແລະ ຮັບໃຊ້ເຂົ້າໃນໂຄງການອາຫານ ທ່ຽງໃນໂຮງຮຽນແກ່ນັກຮຽນຊັ້ນ ປະຖົມສຶກສາສະແດງໃຫ້ເຫັນວ່າ ເຂົ້າທີ່ປະສົມຈູນລະສານອາຫານ ບໍ່ໄດ້ກໍ່ໃຫ້ເກີດບັນຫາແຕ່ຢ່າງໃດຕ່ໍ ນັກຮຽນ, ພໍ່ຄົວ, ຄູອາຈານ ແລະ ພໍ່ແມ່ປະຊາຊົນ ພວກເຂົາເຫັນດີວ່າການກິນເຂົ້າທີ່ເພີ່ມວິຕາມິນ ແລະ ແຮ່ທາດແມ່ນບໍ່ຈຳເປັນຕ້ອງປັບປ່ຽນວິທີ ແລະ ຮູບແບບຂອງການແຕ່ງກິນແຕ່ຢ່າງໃດ.
ທ່ານ ໄຊຣ ນາເຣນດາ ໂມດິ, ນາຍົກລັດຖະມົນຕີອິນເດຍ ໄດ້ປະກາດໃນວາລະການມາຢ້ຽມຢາມນະຄອນຫລວງວຽງຈັນ ໃນປີທີ່ຜ່ານມາວ່າ ອິນເດຍຈະປະກອບສ່ວນທາງດ້ານທຶນຮອນປະມານ 1 ລ້ານໂດລາສະຫະລັດ ແລະ ລວມໄປເຖິງໃນການພັດທະນາອາຫານທີ່ມີຈຸນລະສານອາຫານຂະໜາດໃຫຍ່ຢູ່ໃນ ສປປ ລາວ. ໂຄງການໄລຍະ 2 ປີກຳລັງເລີ່ມຕົ້ນຂຶ້ນໂດຍມີກະຊວງສາທາລະນະສຸກ ແລະ ອົງການອາຫານໂລກແຫ່ງສະຫະປະຊາຊາດຈັດຕັ້ງປະຕິບັດຮ່ວມກັນ.
KPL