ຂປລ
ສູນຝຶກ ແລະ ຮັບປະກັນ ການບິນຮ່ວມ ສະໜາມບິນ ບ້ານເກິນ ທີ່ສ້າງຂຶ້ນໂດຍ ການຮ່ວມມືລາວ-ຈີນ ແລະ ວິທະຍາໄລ ການບິນ ມິດຕະພາບລາວ-ຈີນ ໄດ້ ເປີດ ນຳໃຊ້ຢ່າງເປັນທາງການ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ສູນຝຶກ ແລະ ຮັບປະກັນ ການບິນຮ່ວມ ສະໜາມບິນ ບ້ານເກິນ ທີ່ສ້າງຂຶ້ນໂດຍ ການຮ່ວມມືລາວ-ຈີນ ແລະ ວິທະຍາໄລ ການບິນ ມິດຕະພາບລາວ-ຈີນ ໄດ້ ເປີດ ນຳໃຊ້ຢ່າງເປັນທາງການ ໂດຍມີ ທ່ານ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດລາວ ແລະ ຄະນະຜູ້ແທນ ກອງທັບປົດປ່ອຍປະຊາຊົນຈີນ ມາເຂົ້າ ຮ່ວມ.ໃນພິທີດັ່ງກ່າວ, ຄະນະນຳສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນເປີດປ້າຍ ແຜ່ນຫີນສີລາຈາລຶກ ແລະ ເນັ້ນໜັກວ່າ: ການກໍ່ສ້າງ ແລະ ນຳໃຊ້ສູນດັ່ງກ່າວ ແມ່ນໝາກຜົນ ແຫ່ງການຮ່ວມມື ຂອງສອງປະ ເທດລາວ-ຈີນ. ໂຄງການນີ້ ມີເປົ້າໝາຍເພື່ອສົ່ງເສີມ ແລະ ເພີ່ມທະວີ ການບຳລຸງສ້າງ, ການຝຶກ ອົບຮົມ-ຫັດແອບ ໃຫ້ນັກບິນທະຫານອາກາດລາວ. ລາວ-ຈີນ, ຈີນ-ລາວ ຈະສືບຕໍ່ລົງເລິກການ ຮ່ວມມື ໃນຂົງເຂດການຝຶກອົບຮົມ-ຫັດແອບຮ່ວມ, ການພັດທະນາບຸກຄະລາກອນ, ການຊ່ວຍ ເຫຼືອດ້ານມະນຸດສະທຳ ແລະ ຂົງເຂດອື່ນໆ, ພ້ອມທັງຊຸກຍູ້ ໂຄງການຮ່ວມມືອື່ນໆໃຫ້ມີຄວາມ ກ້າວໜ້າເປັນເທື່ອ ລະກ້າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL