ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

19/03/2025 18:19
Email Print 116
ຂປລ ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ



ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ
17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ ​ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC).

ການຈັດຝຶກອົບຮົມຄັ້ງນີ້, ເປັນການເສີມສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານອົງການກາ ແດງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມພ້ອມກ່ຽວກັບ ລະບົບການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ (CEWS) ເພື່ອໃຫ້ການຕອບໂຕ້ ແລະ ຫລຸດຜ່ອນຕໍ່ຜົນກະທົບ ຂອງໄພພິບັດຕ່າງໆ ລວມທັງໄພນໍ້າຖ້ວມ, ໄພແຫ້ງແລ້ງ, ພາຍຸ ແລະ ອື່ນໆ ທີ່ອາດຈະເກີດຂຶ້ນ ຫລື ກໍາລັງເກີດຂຶ້ນໃນປັດຈຸບັນ ແລະ ເພື່ອນໍາເອົາຄວາມຮູ້ດັ່ງກ່າວ ໄປຜັນຂະຫຍາຍຕໍ່ໃຫ້ແກ່ ຄະນະຮັບຜິດຊອບ ວຽກງານຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຊຸມຊົນໃນຕໍ່ໜ້າ.

ຂ່າວ-ພາບ: ອົງການກາແດງ

KPL

ຂ່າວອື່ນໆ

ads
ads

Top