ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນ

13/03/2025 10:41
Email Print 896
ຂປລ ໄລຍະຜ່ານມາເມືອງໂພນທອງ ໄດ້ສຸມໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງຕິດພັນກັບການປະກອບສ່ວນຂອງປະຊາຊົນ ໄດ້ດຳເນີນການຈັດຕັ້ງປະຕິບັດເປັນຢ່າງດີ.

    *ໄລຍະຜ່ານມາເມືອງໂພນທອງ ໄດ້ສຸມໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງຕິດພັນກັບການປະກອບສ່ວນຂອງປະຊາຊົນ ໄດ້ດຳເນີນການຈັດຕັ້ງປະຕິບັດເປັນຢ່າງດີ. ການມີສ່ວນຮ່ວມຢ່າງຕ້ັງໜ້າຂອງປະຊາຊົນເຂົ້າໃນການພັດທະນາ, ບູລະນະປົກປັກຮັກສາເສັ້ນທາງນັບມື້ເພີ່ມຂຶ້ນ ແລະ ຕໍ່ເນື່ອງເຮັດໃຫ້ການນໍາໃຊ້ເສັ້ນທາງຄົມມະນາຄົມຂອງ ປະຊາຊົນບັນດາເຜົ່າທົ່ວເຖິງ, ໃຫ້ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ທ່ານ ພອນທິບ ສຸລິຍະການ ເລຂາໜ່ວຍພັກ ຫົວໜ້າຫ້ອງການ ຍທຂ ເມືອງໂພນທອງ ກ່າວວ່າ: ການພັດທະນາພື້ນຖານໂຄງລ່າງໄດ້ຮັບການຍົກລະດັບ ແລະ ມີການຂະຫຍາຍຕົວຢ່າງກວ້າງຂວາງເຮັດໃຫ້ຕາໜ່າງຄົມມະນາຄົມເພີ່ມຂຶ້ນຢ່າງໄວວາ ສະແດງອອກທົ່ວເມືອ ໂພນທອງ ມີເສັ້ນທາງ 138 ເສັ້ນ, ຍາວ 465,76 ກິໂລແມັດ ທຽບໃສໄລຍະດຽວເພີ່ມຂຶ້ນ 68 ເສັ້ນ, ຍາວ 62,39 ກິໂລແມັດ ເຊິ່ງໄດ້ເຮັດໃຫ້ການບໍລິການຢູ່ຮາກຖານທ້ອງຖ່ິນມີຄວາມສະດວກ, ຄຸນນະພາບການດໍາລົງຊີວິດຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂ້ຶນເທ່ືອລະກ້າວ.

   ໃນຊຸມປີຜ່ານມາ ຂະແໜງໂຍທາທິການ ແລະ ຂົນສົ່ງ ເມືອງໂພນທອງ ພາຍໃຕ້ການນໍາພາ-ຊ້ີນໍາຂອງອົງຄະນະພັກເມືອງ ເຮັດໃຫ້ການຍາດແຍ່ງທຶນຮອນ ເພື່ອພັດທະນາພ້ືນຖານໂຄງລ່າງໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈເປັນຕົ້ນການກໍ່ສ້າງ-ສ້ອມແປງຂົວ-ທາງ, ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ, ການກໍ່ສ້າງລະບົບລະບາຍນໍ້າໃນຕົວເມືອງລວມ 26 ໂຄງການ ມູນຄ່າ 474,60 ຕື້ກີບ. ອັນທີ່ໜ້າສັນລະເສີນແມ່ນການຈັດຕັ້ງປະຕິບັດຕາມທິດຊີ້ນໍາທີ່ວ່າ “ລັດກັບ ປະຊາຊົນຮ່ວມກັນພັດທະນາ”. ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງປະຊາຊົນເຂົ້າໃນການພັດທະນາ, ບູລະນະປົກປັກຮັກສາເສັ້ນທາງໄດ້ນັບມື້ເພີ່ມຂຶ້ນ ແລະ ຕໍ່ເນື່ອງເຮັດໃຫ້ການນໍາໃຊ້ເສັ້ນທາງຄົມມະນາຄົມ ຂອງປະຊາຊົນບັນດາເຜົ່າທ່ົວເຖິງ, ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

   ອັນທີ່ພົ້ນເດັ່ນແມ່ນປະຊາຊົນບ້ານໜອງໄຮໂຄກ, ໂພນທອງ, ໂພນໃຫຍ່, ໃໝ່, ໂນນຄູນ, ຝັ່ງແດງ, ໂນນກຸງ, ບຸ່ງແກ, ແກ້ງຍາວ, ທ່າໃຫຍ່, ສອງຄອນ, ປ້ອງ, ໜອງດົງ, ດອນຈິກອຸສຸ, ວັງເຕົ່າ, ດົງຍາງ, ພະລິງ, ໝໍ້, ດອນຕະແບງ, ກຸງ, ຈິກ, ໜອງເມັກ, ໂນນສະຫວັນ, ໂພໄຊ, ສະເຫລົ້າ, ຫ້ວຍເພັກ, ທ່າຫລວງ, ວັດຫໍພະແກ້ວ ແລະ ບ້ານຄັນແຍງ ໄດ້ປະກອບສ່ວນທຶນຮອນຂອງຕົນເຂົ້າໃນການກໍ່ສ້າງເສັ້ນ ທາງເບຕົງທາງຮ່ອມບ້ານຍາວ 13,77 ກິໂລແມັດ ມູນຄ່າ 11,95 ຕື້ກີບ ແລະ ກໍ່ສ້າງສ້ອມແປງຂົວຍາວ 290 ແມັດມູນຄ່າ 7,10 ຕື້ ກີບ. ສະນັ້ນ, ການລະດົມທຶນຈາກປະຊາຊົນ ແລະ ທ້ອນໂຮມໄວ້ຂອງໜ່ວຍງານ ຍທຂ ຂັ້ນບ້ານແຕ່ລະບ້ານ ເພື່ອໃຊ້ເຂົ້າໃນການບູລະນະ, ປົກປັກຮັກສາເສັ້ນທາງໃນແຕ່ລະປີເຫັນໄດ້ວ່າມີຄວາມສໍາຄັນ ແລະ ມີຜົນດີຫລາຍສົມຄວນເຊິ່ງສາມາດແກ້ໄຂສ້ອມແປງເສັ້ນທາງທີ່ເປ່ເພໄດ້ທ່ວງທັນເວລາ ແລະ ກໍເປັນອີກສ່ິງໜ່ຶງທ່ີຊ່ວຍຫລຸດຜ່ອນງົບປະມານຂອງລັດລົງພໍສົມຄວນ.

    ເຖິງຢ່າງໃດກໍ່ດີ, ໃນຕໍ່ໜ້າໜ່ວຍພັກຫ້ອງການ ຍທຂ ເມືອງໂພນທອງ ຕ້ອງໄດ້ເພີ່ມທະວີໃນການຄົ້ນຄວ້າ, ປຸກລະດົມການມີສ່ວນຮ່ວມເຂ້ົາໃນການພັດທະນາພ້ືນຖານໂຄງລ່າງ ໃຫ້ລົງຮອດທ້ອງຖ່ິນຮາກຖານຫລາຍຂຶ້ນກວ່າເກົ່າ ໂດຍສະເພາະການຍົກລະດັບບັນດາເສັ້ນທາງປູດິນແດງ ໃຫ້ເປັນເສັ້ນທາງປູຢາງເພີ່ມຂຶ້ນ ຄຽງຄູ່ກັບການກໍ່ສ້າງເສ້ັນທາງປູເບຕົງທາງຮ່ອມບ້ານໃນແຕ່ລະບ້ານ ທັງນີ້ກໍເພື່ອຈັດສັນຜັງບ້ານໃຫ້ເປັນລະບຽບຈົບງາມ ຕາມທິດສ້າງບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ, ສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີ, ບ້ານສາມສ້າງ ພ້ອມທັງປັບປຸງໜ່ວຍງານ ຍທຂ ຂັ້ນບ້ານໃນທົ່ວເມືອງໃຫ້ມີຄວາມເຂັ້ມແຂງ.

      ໂດຍ: ຈັນທະວີສັກ

KPL

ຂ່າວອື່ນໆ

    • ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາບົດ-ສາລະຄະດີ

      ຍ້ອນມີພັກນຳພາ ທຸກວຽກງານຈຶ່ງໄດ້ຮັບການພັດທະນາ

      3/26/2025 10:50:50 AM

      ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງໂຮມຊຸມນຸມວັນດ່ັງກ່າວ ຢ່າງມີຄວາມໝາຍເລິກເຊ່ິງ.

    • ຄຸນປະໂຫຍດຂອງຜັກກະລໍ່າບົດ-ສາລະຄະດີ

      ຄຸນປະໂຫຍດຂອງຜັກກະລໍ່າ

      3/26/2025 10:04:23 AM

      ຜັກກະລໍ່າ ແມ່ນຜັກທີ່ຄົນນິຍົມບໍລິໂພກ ເນື່ອງຈາກສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍເຍື່ອງ ບໍ່ວ່າຈະນໍາມາເຮັດເຍື່ອເຂົ້າປຸ້ນ, ເຮັດສົ້ມຜັກ, ຂ້ົວ ຫລື ລວກກັບແຈ່ວ ແລະ ອ່ືນໆ ແລ້ວແຕ່ຈະນຳມາປະຍຸກໃນອາຫານ.

    • ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານບົດ-ສາລະຄະດີ

      ຄວາມແຊບທີ່ບໍ່ປ່ຽນແປງ ຈຶ່ງເຮັດໃຫ້ຮ້ານເຂົ້າປຽກ ນາງ ສອນ ຄອງໃຈລູກຄ້າມາຍາວນານ

      3/25/2025 9:15:56 AM

      ຖ້າຈະເອີຍເຖິງຮ້ານເຂົ້າປຽກນາງ ສອນ ບ້ານດົງປາລານ ຫລາຍຄົນຕ້ອງອາດຄຸນເຄີຍ ຫລື ຫລາຍຄົນກໍອາດຈະເປັນຂາປະຈໍາກໍເປັນໄດ້ ເພາະຮ້ານເພີ່ນເປັນອີກຮ້ານໜຶ່ງທີ່ເປີດມາຍາວນານ ຊຶ່ງເລີ່ມເປີດແຕ່ ປີ 2006 ຕອນນັ້ນ ຂາຍເລີ່ມຕົ້ນຖ້ວຍ 3.000 ກີບເທົ່ານັ້ນ ຈົນວັນເວລາຜ່ານໄປເສດຖະກິດກໍມີການປ່ຽນແປງຂຶ້ນຕາມເສດຖະກິດໂລກ ຈຶ່ງເຮັດໃຫ້ການຄ້າຂາຍກໍມີການເໜັງຕີງຂຶ້ນຕາມການເວລາສັງເກດໄດ້ຈາກລາຄາ 3.000 ສູ່ 30.000 ກີບໃນປັດຈຸບັນ.

    • ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີບົດ-ສາລະຄະດີ

      ລ້ຽງງົວຂາຍ ສ້າງລາຍຮັບຫລາຍຮ້ອຍລ້າຍກີບຕໍ່ປີ

      3/24/2025 7:03:22 PM

      ພາຍໃຕ້ການນໍາພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາແກ້ໄຂ້ຄວາມທຸກຍາກຂອງປະຊາຊົນເປັນວຽກງານສຳຄັນ ໂດຍໄດ້ສົ່ງເສີມການຜະລິດກະສິກຳການປູກ-ການລ້ຽງ ເພື່ອຂາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

    • ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານບົດ-ສາລະຄະດີ

      ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

      3/24/2025 6:57:08 PM

      ທ້າຍອາທິດຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.

ads
ads

Top