ຂປລ
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ຫລື FAO ໄດ້ປະກາດບົດລາຍງານ “ສະພາບປ່າໄມ້ທົ່ວໂລກປີ 2026”, ໂດຍຊີ້ໃຫ້ເຫັນວ່າ, ຄາດວ່າ ຜົນເສຍຫາຍ ດ້ານເສດຖະກິດຍ້ອນການຊຸດໂຊມ ທາງດ້ານນິເວດຂອງໂລກສູງເຖິງ 878 ຕື້ໂດລາ ຫາ 6.300 ຕື້ໂດລາສະຫະລັດຕໍ່ປີ.

ຂປລ.ວິທະຍຸໂທລະພາບສູນກາງຈີນ,ວັນທີ 28 ກັນຍານີ້, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ຫລື FAO ໄດ້ປະກາດບົດລາຍງານ “ສະພາບປ່າໄມ້ທົ່ວໂລກປີ 2026”, ໂດຍຊີ້ໃຫ້ເຫັນວ່າ, ຄາດວ່າ ຜົນເສຍຫາຍ ດ້ານເສດຖະກິດຍ້ອນການຊຸດໂຊມ ທາງດ້ານນິເວດຂອງໂລກສູງເຖິງ 878 ຕື້ໂດລາ ຫາ 6.300 ຕື້ໂດລາສະຫະລັດຕໍ່ປີ. ບົດລາຍງານຍັງເນັ້ນໜັກວ່າ: ການຟື້ນຟູປ່າໄມ້ ແລະ ທິວທັດແມ່ນມາດຕະການ ທີ່ມີປະສິດທິຜົນສູງ ເພື່ອຮັບມືກັບບັນຫາດ້ານຄວາມໝັ້ນຄົງ ຂອງສະບຽງອາຫານ ແລະ ສິ່ງທ້າທາຍ ດ້ານການພັດທະນາ. ອົງການ FAO ຊີ້ໃຫ້ເຫັນຕື່ມວ່າ: ການຟື້ນຟູປ່າໄມ້ ແລະ ທິວທັດບໍ່ພຽງແຕ່ມີປະສິດທິຜົນ ດ້ານນິເວດເທົ່ານັ້ນ, ຍັງມີມູນຄ່າ ດ້ານເສດຖະກິດ ທີ່ພົ້ນເດັ່ນອີກດ້ວຍ. ຖ້າສາມາດຟື້ນຟູ ທີ່ດິນທີ່ຊຸດໂຊມ ຫລາຍກວ່າ 1 ຕື້ເຮັກຕາ, ຈະສາມາດສ້າງຜົນປະໂຫຍດປະມານ 1.800 ຕື້ໂດລາສະຫະລັດຕໍ່ປີ. ປັດຈຸບັນ, ລວມມີ 91 ປະເທດ ແລະ ເຂດແຄວ້ນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຟື້ນຟູປ່າໄມ້ໃຫ້ໄດ້ ຫລາຍກວ່າ 190 ລ້ານເຮັກຕາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL