ຫາລືແກ້ໄຂບັນຫາການຂາດແຄນແຮງງານ

28/09/2026 12:35
Email Print 125
ຂປລ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ, ພ້ອມທັງກໍານົດແຜນການຮ່ວມກັນ ໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ໃນວັນທີ 24 ກັນຍາ 2026 .

    ຂປລ. ໂດຍການເປັນປະທານຂອງ ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຫົວໜ້າຄະນະກອງເລຂາຄະນະດຸ່ນດ່ຽງທາງດ້ານການສະໜອງແຮງງານ. ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້,  ຈັດຂຶ້ນເພື່ອນໍາສະເໜີ, ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບລະບົບການບໍລິການຈັດຫາງານພາຍໃນ, ຄວາມຕ້ອງການແຮງງານ, ສະພາບບັນຫາ ແລະ ສິ່ງທ້າທາຍເພື່ອຮ່ວມກັນຊອກຫາທາງອອກ ໃນການແກ້ໄຂບັນຫາແຮງງານຢ່າງມີປະສິດທິພາບ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ, ການຂະຫຍາຍຕົວຢ່າງໄວວາຂອງເຕັກໂນໂລຊີ ແລະ ນະວັດຕະກຳ, ຂໍ້ມູນ-ຂ່າວສານຕະຫລາດແຮງງານ, ຜົນກະທົບຈາກພະຍາດລະບາດ, ໄພທໍາມະຊາດ ແລະ ໂດຍ ສະເພາະແມ່ນສະພາບໄພເງິນເຟີ້ທ່ີສູງຂຶ້ນຢ່າງຕໍ່ເນື່ອງຊຶ່ງສົ່ງຜົນໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນ. ເຫດການເຫລົ່ານີ້, ໄດ້ສົ່ງກະທົບໂດຍກົງຕໍ່ການດໍາລົງຊີວິດຂອງພົນລະເມືອງລາວ, ການມີວຽກເຮັດງານທໍາ, ລວມເຖິງບັນດາຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆທົ່ວປະເທດ.

   ຍ້ອນສະພາບຄວາມຈໍາເປັນດັ່ງກ່າວ, ວຽກງານການຈັດຫາງານ ຈ່ຶງມີຄວາມສຳຄັນຢ່າງຍ່ິງທີ່ຈະຕ້ອງໄດ້ກຳນົດນະໂຍບາຍ ແລະ ກົນໄກໃນການດັດສົມມະຫາພາກດ້ານແຮງງານ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງຫົວໜ່ວຍແຮງງານ ແລະ ໂຄງການລົງທຶນພາຍໃນປະເທດ ເພື່ອໃຫ້ທັນກັບສະພາບການປ່ຽນແປງ.

   ຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຕັ້ງປະຕິບັດວຽກງານການຈັດຫາງານຢ່າງເປັນລະບົບຄົບຊຸດ ໂດຍອີງໃສ່ນະໂຍບາຍ ແລະ ນິຕິກຳ ທີ່ໄດ້ສ້າງຂຶ້ນສາມາດບັນລຸຜົນສຳເລັດຕາມຄາດໝາຍໃນຫລາຍດ້ານ ເຊັ່ນ: ການສ້າງຄວາມເຂັ້ມ ແຂງໃຫ້ວຽກງານການບໍລິການຈັດຫາງານ; ການບໍລິການຜູ້ຊອກວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານ ເພື່ອນໍາໃຊ້ລະບົບບໍລິການອອນລາຍ ແລະ ການຈັດຫາງານ; ການຈັດງານນັດພົບແຮງງານ ແລະ ກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ.

   ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຂໍ້ຈໍາກັດວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະ 3 ປີຜ່ານມາ, ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນແມ່ນຍັງບໍ່ທັນດີເທົ່າທີ່ຄວນ ລະບົບການບໍລິການຈັດຫາງານອອນລາຍຂອງພາກລັດ ທີ່ໄດ້ລົງທຶນສ້າງຂຶ້ນນັ້ນ ຍັງບໍ່ທັນເປັນທ່ີຮັບຮູ້ຢ່າງກວ້າງຂວາງ ຫລື ບໍ່ໄດ້ຮັບຄວາມສົນໃຈເທົ່າທ່ີຄວນ ເຮັດໃຫ້ຂາດຂໍ້ມູນຄວາມຕ້ອງການແຮງງານທີ່ຊັດເຈນ ແລະ ສອດຄ່ອງກັບຄວາມເປັນຈິງ. ສົ່ງຜົນໃຫ້ເກີດຂໍ້ຫຍຸ້ງຍາກໃນການຈັບຄູ່ຜູ້ຊອກວຽກກັບຕໍາແໜ່ງງານວ່າງ, ບໍ່ສາມາດດັດສົມຄວາມຕ້ອງການ-ການສະໜອງ ແລະ ບໍ່ສາມາດພັດທະນາແຮງງານໃຫ້ກົງກັບຄວາມຕ້ອງການທີ່ແທ້ຈິງຂອງຕະຫລາດໄດ້.

    ໂອກາດນີ້, ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ໄດ້ຮຽກຮ້ອງໃຫ້ຜູ້ຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ, ນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ປະສົບການເພື່ອຮ່ວມກັນຊອກຫາທາງອອກ, ສ້າງໃຫ້ວຽກງານຈັດຫາງານມີຄວາມໝັ້ນຄົງ, ຍືນຍົງ ແລະ ສາມາດແກ້ໄຂບັນຫາແຮງງານດຶງດູດແຮງງານສ້າງແຮງຈູງໃຈໃຫ້ກັບແຮງງານ ໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ຢ່າງມີຜົນສຳເລັດ.

KPL

ຂ່າວອື່ນໆ

ads
ads

Top