ສປ ຈີນ ເນັ້ນໜັກເຖິງ ຄວາມສຳຄັນ ຂອງສັນຕິພາບ-ການພັດທະນາ ໃນການຕໍ່ສູ້ກັບ ການຈຳແນກເຊື້ອຊາດ

29/09/2026 11:14
ຂປລ ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າ ຖາ​ວອນ​ຂອງ​ ສປ ຈີນ​ ປະ​ຈຳ​ ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ ​ໄດ້​ປະ​ກອບ​ຄວາມ​ເຫັນ​ ໃນ​ກອງ​ປະ​ຊຸມ ​ລະ​ດັບ​ສູງ ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫລງ​ການ ແລະ ໂຄງ​ການ​ ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ ​ຄວາມ​ສຳ​ຄັນ ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ ​ການ​ຈຳ​ແນກ​ເຊື້ອ​ຊາດ.

ຂປລ.ວິທະຍຸໂທລະພາບ ສູນກາງຈີນ, ວັນ​ທີ 28 ກັນ​ຍາ​ນີ້, ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າ ຖາ​ວອນ​ຂອງ​ ສປ ຈີນ​ ປະ​ຈຳ​ ອົງ​ການ​ ສະ​ຫະ​ ປະ​ຊາ​ຊາດ ​ໄດ້​ປະ​ກອບ​ຄວາມ​ເຫັນ​ ໃນ​ກອງ​ປະ​ຊຸມ ​ລະ​ດັບ​ສູງ ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫລງ​ການ ແລະ ໂຄງ​ການ​ ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ ​ຄວາມ​ສຳ​ຄັນ ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ ​ການ​ຈຳ​ແນກ​ເຊື້ອ​ຊາດ. ທ່ານ ຟູ້​ຊົ່ງ ໄດ້ກ່າວ​ວ່າ: 25 ປີ​ກ່ອນ, ເນື້ອ​ໃນ ​“ຖະ​ແຫລງ​ການ ແລະ ໂຄງ​ການ​ດຳ​ເນີນ​ງານດູ​ບານ” ໄດ້​ກຳ​ນົດ​ເປົ້າ​ໝາຍ​ ອັນ​ສູງ​ສົ່ງ​ ໃນ​ການ​ກຳ​ຈັດ​ລັດ​ທິ ຈຳ​ແນກ​ເຊື້ອ​ຊາດ​ ​​ໃນທຸກ​ຮູ້​ແບບ. ການ​ຢູ່​ລອດ ແລະ ຄວາມ​ປອດ​ໄພ​ຂອງ​ຊີ​ວິດ​ ແມ່ນ​ພື້ນ​ຖານ​ຂອງ​ ສິດ​ທິ​ມະ​ນຸດ​ທັງ​ໝົດ, ຕ້ອງ​ຍຶດ​ໝັ້ນ​ແກ້​ໄຂ ​ຄວາມ​ຂັດ​ແຍ້ງ ແລະ ບັນ​ຫາ​ຈຸດ​ສຸມ​ໃນ​ສາ​ກົນ​ ດ້ວຍ​ສັນ​ຕິ​ວິ​ທີ, ປ້ອງ​ກັນ ແລະ ​ຕໍ່​ສູ້​ຄວາມ​ຮຸນ​ແຮງ ແລະ ອາດ​ຊະ​ຍາ​ກຳ​ ຈາກ​ຄວາມ​ຄຽດ​ຊັງ ເນື່ອງ​ຈາກ​ ການ​ຈຳ​ແນກ​ເຊື້ອ​ຊາດ​ ແລະ ສາ​ສະ​ໜາ. ການ​ກຳ​ຈັດ​ລັດ​ທິ ​​ຈຳ​ແນກ ​ເຊື້ອ​ຊາດ​ຜິວ​ພັນ ແມ່ນ​ໜ້າ​ທີ່​ຮ່ວມ​ ຂອງ​ປ​ະ​ເທດ​ຕ່າງໆ, ສປ ຈີນ ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ແລະ ມີ​ສ່ວນ​ຮ່ວມ ​ເຂົ້າ​ໃນ​ຄວາມ​ພະ​ຍາ​ຍາມຕ່າງໆ ​ຂອງ​ປະ​ຊາ​ຄົມ​ໂລກ​ ໃນ​ການ​​ຕໍ່​ຕ້ານລັດ​ທິ​ ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top