ຂປລ
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການ ການທະຫານສູນກາງຈີນໄດ້ ໃຫ້ຄຳຊີ້ນຳທີ່ສຳຄັນ ກ່ຽວກັບ ການສ້າງປະເທດຈີນ ທີ່ສະຫງົບປອດໄພ ໃນລະດັບສູງກວ່າເກົ່າ

ຂປລ.ວິທະຍຸໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການ ການທະຫານສູນກາງຈີນໄດ້ ໃຫ້ຄຳຊີ້ນຳທີ່ສຳຄັນ ກ່ຽວກັບ ການສ້າງປະເທດຈີນ ທີ່ສະຫງົບປອດໄພ ໃນລະດັບສູງກວ່າເກົ່າ ໂດຍຊີ້ໃຫ້ເຫັນວ່າ, ນັບແຕ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ການສ້າງປະເທດຈີນ ທີ່ສະຫງົບປອດໄພ ໄດ້ຮັບປະສິດທິຜົນ ຢ່າງພົ້ນເດັ່ນ, ສະພາບການທີ່ປະຊາຊົນ ຢູ່ເຢັນເປັນສຸກ ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບມີຄວາມໜັກແໜ້ນຍິ່ງຂຶ້ນ, ເຮັດໃຫ້ຈີນກາຍເປັນໜຶ່ງ ໃນບັນດາປະເທດ ທີ່ປອດໄພ ທີ່ສຸດໃນໂລກ. ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ບົນການເດີນທາງຄັ້ງໃໝ່, ຕ້ອງຖືເອົາແນວຄິດ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ເປັນທິດຊີ້ນຳ, ປະຕິບັດຕາມທັດ ສະນະຄວາມໝັ້ນຄົງ ຂອງຊາດໂດຍລວມ ຢ່າງເດັດດ່ຽວໜຽວແໜ້ນ, ຍຶດໝັ້ນ ແລະ ເພີ່ມທະວີການນຳພາ ຮອບດ້ານຂອງພັກ, ວາງແຜນການພັດທະນາ ແລະ ຄວາມໝັ້ນຄົງ ຢ່າງເປັນເອກະພາບກັນ, ສືບຕໍ່ສຸມຄວາມພະຍາຍາມເຮັດໃຫ້ປະເທດ ມີຄວາມໝັ້ນຄົງກວ່າເກົ່າ, ສັງຄົມມີຄວາມເປັນລະບຽບກວ່າເກົ່າ, ການບໍລິຫານມີປະສິດທິຜົນຫລາຍກວ່າເກົ່າ ແລະ ປະຊາຊົນມີຄວາມພໍໃຈ ຫລາຍກວ່າເກົ່າ, ນຳໃຊ້ການສ້າງສາປະເທດຈີນ ທີ່ສະຫງົບປອດໄພໃນລະດັບສູງກວ່າເກົ່າ ເພື່ອຮັບປະກັນ ຄວາມທັນສະໄໝແບບຈີນ ໃຫ້ກ້າວໄປໄກຢ່າງໝັ້ນທ່ຽງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL