ຂປລ
ພິທີລົງນາມການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງ ວັນທີ 24 ກັນຍາ 2026 ນີ້.
ຂປລ. ໂດຍການລົງນາມລະຫວ່າງ ທ່ານ ວັນລາຕີ ຄຳວານວົງສາ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ແລະ ທ່ານ ນາງ ເຈ້ີງຂຸຍ ຮອງເລຂາຄະນະພັກສະຖານີວິທະຍຸ- ໂທລະພາບກວງຊີ ສປ ຈີນ ໂດຍມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ເສີນ ຢີ້ ຈູ່ນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ບັນດາຄະນະຜູ້ແທນທັງຝ່າຍລາວ-ຈີນ, ບັນດາຫົວກົມ, ຮອງກົມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ວັນລາຕີ ຄຳວານວົງສາ ໄດ້ກ່າວວ່າ: ການລົງນາມຮ່ວມມືໃນຄັ້ງນີ້ ພາຍໃຕ້ໂຄງການ “ໂຮງລະຄອນຈີນ ແລະ ກາຕູນຈີນ” ແລະ ຈະຂະຫຍາຍການຮ່ວມມືໃນຂົງເຂດປັນຍາປະດິດ ຫລື AI ແບບທົດລອງ (ລາຍການທ່ີນໍາໃຊ້ AI ເຂ້ົາຊ່ວຍໃນການຜະ ລິດ) ເພື່ອສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການຜະລິດເນື້ອໃນ; ສືບຕໍ່ເສີມຂະຫຍາຍທ່າແຮງທີ່ຕັ້ງໜ້າ, ສ້າງກິດຈະກຳແລກປ່ຽນວັດທະນະທໍາ-ສັງຄົມ ໃຫ້ຫລາຍຂຶ້ນ ເພື່ອຊຸກຍູ້ການສືບທອດ ແລະ ເສີມຂະຫຍາຍມິດຕະພາບ ລາວ-ຈີນ.
ໃນຊຸມປີຜ່ານມາ ໂທລະພາບແຫ່ງຊາດລາວ ແລະ ຄູ່ຮ່ວມງານສ່ືມວນຊົນຈີນ ໂດຍສະເພາະສະຖານີວິທະຍຸ-ໂທລະພາບກວາງຊີ ສປ ຈີນ ໄດ້ມີການຂະຫຍາຍຮູບແບບການຮ່ວມມືຢ່າງບໍ່ຢຸດຢັ້ງເຮັດໃຫ້ເລື່ອງລາວມິດຕະພາບຂອງສອງປະເທດ ໄດ້ເຂົ້າເຖິງຄອບຄົວ ແລະ ປະຊາຊົນ ລາວ-ຈີນ ຢ່າງຕໍ່ເນື່ອງ. ພ້ອມນີ້, ທັງສອງສະຖານີຍັງໄດ້ຕັ້ງໜ້າສຸມໃສ່ເຈາະເລິກໃນຂົງເຂດການເຜີຍແຜ່ສຽງ-ພາບຂ້າມຊາຍແດນ, ປະຕິບັດການຮ່ວມມືທີ່ເປັນຮູບປະທໍາຢ່າງເປັນປົກກະຕິ ເຊັ່ນ: ການແປ ແລະ ຜະລິດລະຄອນ-ຮູບເງົາ, ການຮ່ວມຖ່າຍທຳສາລະຄະດີ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ຮ່ວມກັນຈັດລາຍການ “ໂຮງລະຄອນຈີນ”, “ກາຕູນຈີນ” ຊຶ່ງໄດ້ອອກອາກາດຫລາຍກວ່າ 3.000 ຕອນ ເຊັ່ນ: ລະຄອນເລື່ອງ “ຄວາມຝັນໃນຫໍແດງ”, “ລູກສາວແຫ່ງພູໃຫຍ່”, “ມື້ແຫ່ງແສງສະຫວ່າງ”; ກາຕູນ ເລື່ອງ “ຄ້ອງບັ້ງວິເສດ”, “ການເດີນທາງມະຫັດສະຈັນຂອງປາກວຍ”, “ມັງກອນດອກ”, “ຂົວລົມ” ແລະ ອື່ນໆ ເຮັດໃຫ້ພວກເຮົາເຫັນພາບລວມຂອງສອງປະເທດ ແລະ ໄດ້ຮູ້ຈັກກວາງຊີ, ຮູ້ຈັກຈີນຫລາຍຍ່ິງຂ້ຶນ. ນອກນ້ີ ກໍຍັງໄດ້ຮ່ວມກັນຖ່າຍທຳສາລະຄະດີຫລາຍ ເລື່ອງເຊັ່ນ: “ເລື່ອງລາວແຫ່ງການເວລາ” ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 55 ປີ ຊຶ່ງໄດ້ຜົນຕອບຮັບຢ່າງກວ້າງຂວາງ ຢູ່ສອງປະເທດ.
ທ່ານ ວັນລາຕີ ຄຳວານວົງສາ ຍັງໃຫ້ຮູ້ອີກວ່າ: ໂທລະພາບແຫ່ງຊາດລາວ ຈະສືບຕໍ່ໃນການຮ່ວມມືບົນຈິດໃຈ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມງານທີ່ດີ” ທັງ 4 ປະການ, ເດີນຄຽງບ່າຄຽງໄຫລ່ກັບສະຖານີວິທະຍຸ ແລະ ໂທລະພາບກວາງຊີ ແລະ ຄູ່ຮ່ວມງານສື່ມວນຊົນຈີນອື່ນໆ, ປະກອບສ່ວນດ້ານສື່ມວນຊົນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມີປະສິດທິພາບ, ປະສິດທິຜົນສູງຂຶ້ນເທື່ອລະກ້າວ.
ໃນໂອກາດດຽວກັນນີ້, ການນໍາຂອງທັງສອງຝ່າຍ ລາວ-ຈີນ ຍັງໄດ້ຮ່ວມກັນເປີດປ້າຍຫ້ອງລາຍການ AI ທ່ີສ້າງຮ່ວມກັນລະຫວ່າງ ສະຖານີວິທະຍຸ ແລະ ໂທລະພາບ ກວາງຊີ ກັບ ໂທລະພາບແຫ່ງຊາດລາວ ເພື່ອໃຫ້ເປັນມາດຕະການປະດິດສ້າງ ທີ່ເປັນສັນຍະລັກຂອງການຮ່ວມມືສື່ມວນຊົນກວາງຊີ-ລາວ ປະຈໍາປີ 2026.
ຂ່າວ: ທະນູທອງ; ພາບ: ອ່າຍຄຳ
KPL