gxu fc]j o0t[;o]q fw24h P;g-Q k 7A 'mevy f [+ g8j o{ot7vos];';P'9a o lxx ]k; 1n o1a o7;k,\kp\A o vvd9kdlt4kotrk[xtgmffh vpra fmtok .oxu 2026 1j k'gxa omk'dko F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 29.09.2026 ປີທີ 25 ສະບັບທີ 6.530ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ]k; 1E7n o7;k,\kp\A ova o|a dc|h o grn j vIa [,n da [ly j 'mh kmkp0v'p5 dltw\.\j F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສັນຕິສຸກ ພູນສະຫວັດ gxu fdv'xt-5 ,7q [7tot;y lk,a o 0v'7tot[= ]y sko'kol6 odk'ra d ltw\mu XII F ອ່ານຕໍ່ໜ້າ 2່ າໍ່ ໜ້າ 7-xx] lj v'cl'zq o'kow8,kf III c]t deoq fczo'kow8,kf IV xu 2026 ສະຫາຍ ທອງລຸນ ສີສຸລິດ (ປະທານ) c0j '0a o7q o]k;Ih v'gr'9u o rkp.8h sq ;0= h “lP'gr'csj 'c,j oE0v'{c,j oE]h ko-h k'” xtg,u oma dltrklk]k; 0v'oa dIPo-A oxt4q ,lb dlk zj koIj k'czoc,j [q f-5 dp6h {lqj 'glu , c]t 75h ,7v'dko7h kmk'gvg]a d38ioy d F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງສະຫວັນ ພົມວິຫານ ເພື່ອເກັບກຳຂໍ້ມູນຂັ້ນທຽບຖານ (Baseline) ໃນການວັດແທກ ລະດັບທັກສະພາສາ ແລະ ການຮູ້ ໜັງສືຂອງນັກຮຽນຊັ້ນ ປ1 ແລະ ປ3 ໃນຕົ້ນສົກຮຽນ, ຄົ້ນຄວ້າບັນ ດາປັດໄຈທີ່ຊ່ວຍສົ່ງເສີມທັກສະພາ ສາລາວ ແລະ ການຮູ້ໜັງສືຂອງ ນັກຮຽນ ໂດຍສະເພາະແມ່ນກຸ່ມ ນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນ ຫລັກຢູ່ໃນຄອບຄົວ. ການປະເມີນ ແລະ ຄົ້ນຄວ້າໃນ ຄັ້ງນີ້, ເພື່ອສຶກສາການພັດທະນາ ການຮຽນຮູ້ຂອງນັກຮຽນຕະຫລອດ ໄລຍະໜຶ່ງສົກຮຽນ, ພ້ອມທັງປະ ເມີນວ່າ ວິທີການສອນ, ສະພາບ ຂປລ. ໃນວັນທີ 25 ກັນຍາ 2026 ຜ່ານມາ, ຢູ່ຄະນະໂຄສະນາ ອົບຮົມສູນກາງພັກ, ຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ສາກົນຍັງສືບຕໍ່ບໍ່ມີຄວາມແນ່ນອນ, ບັນຫາໄພທໍາມະຊາດ ທີ່ນັບມື້ນັບ ຮຸນແຮງຂຶ້ນ, ສະພາບຄວາມເຄັ່ງ ຕຶງ, ຈຸດເຄັ່ງຮ້ອນຢູ່ຫລາຍພາກພື້ນ ຂອງໂລກ ສືບຕໍ່ເປັນສິ່ງທ້າທາຍ ແລະ ກະທົບຕໍ່ສັນຕິພາບ, ສະຖຽນ ລະພາບ, ຄວາມໝັ້ນຄົງ ແລະ ເສດ ຖະກິດຂອງໂລກ. ຢູ່ພາຍໃນປະເທດ ກຳລັງຜະເຊີນໜ້າກັບສິ່ງທ້າທາຍ ແລະ ທົດສອບຫລາຍປະການໃຫ້ ແກ່ການນໍາພາ-ຊີ້ນໍາຂອງສູນກາງ ພັກ ກໍຄື ການຄຸ້ມຄອງ-ບໍລິຫານ ຂອງລັດ ເພື່ອການແກ້ໄຂບັນຫາ ຕ່າງໆ ເປັນຕົ້ນ ບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ, ໄພນໍ້າຖ້ວມ ຢູ່ຫລາຍທ້ອງຖິ່ນ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ສ້າງ ຫັນປ່ຽນໃຫ້ກາຍເປັນ ສປຊ ທີ່ໃຫ້ ຜົນປະໂຫຍດແກ່ທຸກຄົນ”, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຢໍ້າ ຄືນຄວາມໝາຍໝັ້ນອັນໜັກແໜ້ນ ຂອງ ສປປ ລາວ ໃນການຮ່ວມມື ກັບວົງຄະນະຍາດສາກົນ ເພື່ອຮັບ ມືກັບສິ່ງທ້າທາຍຂອງຍຸກສະໄໝ ໃໝ່, ຊຸກຍູ້ການສ້າງເສດຖະກິດເອ ກະລາດເປັນເຈົ້າຕົນເອງ ແລະ ກ້າວ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ (LDC status) ຢ່າງມີຄຸນນະພາບ ແລະ ຍືນຍົງ. ໃນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກຄວາມສໍາຄັນ ຂອງ ການຮ່ວມສາກົນ ໃນຂົງເຂດບຸລິ ມະສິດດັ່ງນີ້: ຈັດກອງປະຊຸມລະດົມແນວຄວາມ ຄິດ ແລະ ຜ່ານຮ່າງແຜນແມ່ບົດຊຸກ ຍູ້, ສົ່ງເສີມ ແລະ ຄຸ້ມຄອງການຄ້າ ທາງເອເລັກໂຕຣນິກ ເພື່ອລະດົມ ແນວຄວາມຄິດ, ປະກອບຄຳຄິດຄໍາ ເຫັນຢ່າງເລິກເຊິ່ງ ຈາກທັງພາກ ລັດ ແລະ ພາກທຸລະກິດຜູ້ປະກອບ ການແນໃສ່ເຮັດໃຫ້ຮ່າງແຜນດັ່ງ ກ່າວ, ມີຄວາມຮັດກຸມ, ສົມບູນແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ ເກີດຜົນເປັນຮູບປະທຳ ເພື່ອສ້າງ ທ່າແຮງໃໝ່ໃຫ້ແກ່ປະເທດຊາດ ແລະ ສັງຄົມໄດ້ຮັບຜົນປະໂຫຍດ ສູງສຸດ. ຂປລ. ໃນໄລຍະການດຳເນີນ ກອງປະຊຸມປິ່ນອ້ອມລະດັບສູງ ຂອງສະມັດຊາໃຫຍ່ອົງການສະຫະ ປະຊາຊາດ (ສປຊ) ສະໄໝທີ 81 ທີ່ນິວຢອກ, ສະຫະລັດອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ສປປ ລາວ ຊຸກຍູ້ວາລະດ້ານການພັດທະ ນາແຫ່ງຊາດ ແລະ ເສີມສ້າງການ ຮ່ວມມືຫລາຍຝ່າຍກັບບັນດາຜູ້ນຳ ສາກົນຢ່າງຕັ້ງໜ້າ. ຂປລ. ສູນວັດທະນະທໍາຈີນປະ ຈໍາລາວ ຮ່ວມກັບ ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນປະຈໍາລາວ ຈັດ ຂປລ. ໃນຕອນເຊົ້າວັນທີ 28 ກັນຍາ 2026, ກອງປະຊຸມຄົບຄະ ນະວິສາມັນ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XII ໄຂ ຂຶ້ນຢ່າງເປັນທາງການ ທີ່ສໍານັກ ງານສູນກາງພັກ ພາຍໃຕ້ການເປັນ ປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ. ກອງປະຊຸມວິສາມັນຄັ້ງນີ້, ໄຂ ຂຶ້ນໃນຂະນະທີ່ສະພາບແວດລ້ອມ ຂປລ. ໃນໂອກາດການກ່າວຄໍາ ປາໄສ ຕໍ່ກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ອົງການ ສະຫະປະຊາຊາດ (ສປຊ) ສະໄໝ ທີ 81 ພາຍໃຕ້ຄໍາຂວັນ: “ການຟື້ນ ຟູຄວາມເຊື່ອໝັ້ນ, ບໍລິຫານການ ເສີມສ້າງການຮ່ວມມືໃຕ້-ໃຕ້ ແລະ ຂໍ້ລິເລີ່ມການພັດທະນາສາກົນ ດ້ານການຮ່ວມມືຫລາຍຝ່າຍ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດໄດ້ ເຂົ້າຮ່ວມ ແລະ ກ່າວຄໍາເຫັນໃນ ກອງປະຊຸມປະຈຳປີລັດຖະມົນຕີ ຕ່າງປະເທດກຸ່ມ G77 ຄັ້ງທີ 50, ພ້ອມທັງກ່າວຄຳເຫັນໃນກອງ ປະຊຸມລະດັບສູງ ຂໍ້ລິເລີ່ມວ່າດ້ວຍ ການພັດທະນາສາກົນ (GDI) ຄົບຮອບ5 ປີ ຊຶ່ງຈັດຂຶ້ນໂດຍການ ປະຕິວັດລາວ (ຄຊປປລ) ຈັດກອງ ປະຊຸມສ່ອງແສງເຄື່ອນທີ່ ປະຈໍາ ໄຕມາດ III ຂອງບັນດາກະຊວງ, ຂປລ. ທ້າຍອາທິດຜ່ານມາ, ກະຊວງອຸດສາຫະກຳແລະການຄ້າ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ພາຍໃຕ້ການ ສະໜັບສະໜູນ ຈາກລັດຖະບານອົດ ສະຕຣາລີຜ່ານແຜນງານບີຄວາ ປະ ເມີນທັກສະພາສາລາວຂອງນັກ ຮຽນຊັ້ນປະຖົມສຶກສາ (EGLA) ການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງ ແຫ່ງແມ່ນໍ້າຂອງ-ນໍ້າລ້ານຊ້າງ” F ອ່ານຕໍ່ໜ້າ 4່ າໍ່ ໜ້າ
@ 0j k; c]t gsfdko j 29/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເປີດກອງປະຊຸມ...ີຸ ຄຊປປລ... ສະຫາຍ ທອງລຸນ ສີສຸລິດ ລາວ ຢໍ້າຄືນ...ໍ້ື ຄວາມເສຍຫາຍຕໍ່ພື້ນຖານເສດຖະ ກິດ, ການແພ່ລະບາດຂອງພະຍາດ ອະຫິວາໝູອາຟຣິກາ ຊຶ່ງໄດ້ສົ່ງ ຜົນກະທົບຕໍ່ການພັດທະນາ, ການ ຜະລິດ-ທຸລະກິດໃນວົງກວ້າງ. ການ ບຸກລຸກ ແລະ ລັກລອບຂຸດຄົ້ນຊັບ ພະຍາກອນທໍາມະຊາດ, ກຸ່ມແກ້ງ ສໍ້ໂກງທາງໂທລະຄົມມະນາຄົມ (ສະແກັມເມີ, ຄໍເຊັນເຕີ) ບັນຫາ ອາວຸດເຖື່ອນ, ລົດເຖື່ອນ, ຢາເສບ ຕິດ, ການກໍ່ອາຊະຍາກໍາ ແລະ ປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍ ຍັງແຜ່ລາມ ແລະ ຍັງບໍ່ສາມາດ ແກ້ໄຂໄດ້ໃຫ້ຂາດຕົວເທື່ອ. ທັງໝົດ ນັ້ນ, ໄດ້ສົ່ງຜົນກະທົບເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນ, ພະ ນັກງານ, ທະຫານ, ຕໍາຫລວດ ມີ ຄວາມຫຍຸ້ງຍາກ-ຝືດເຄືອງ ຫລາຍ ສົມຄວນ. ກອງປະຊຸມດັ່ງກ່າວ ຈະໄດ້ດຳ ເນີນໃນລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026 ຊຶ່ງຈະໄດ້ຮັບ ຟັງການລາຍງານ, ຄົ້ນຄວ້າ, ປຶກ ສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ເນື້ອ ໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອເປັນການຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນຕົ້ນ ການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະ ກິດ ຕາມທິດສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ; ການຍົກ ສູງຄຸນນະພາບຂອງຊັບພະຍາກອນ ມະນຸດ ຕອບສະໜອງໃຫ້ແກ່ການ ພັດທະນາ ໃນເງື່ອນໄຂໃໝ່; ນະໂຍ ບາຍນໍາໃຊ້ປັນຍາຊົນໃນເງື່ອນໄຂ ໃໝ່. ນອກນັ້ນ, ຍັງຈະໄດ້ຮັບຟັງລັດ ຖະບານ ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາລົດເຖື່ອນ ແລະ ການລັກລອບຂຸດຄົ້ນຊັບພະຍາ ກອນທໍາມະຊາດ (ແຮ່ທາດ) ໃນ ຂອບເຂດທົ່ວປະເທດ ແລະ ປຶກສາ ຫາລືວຽກງານສຳຄັນຈຳນວນໜຶ່ງ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ແລະ ຮຽກຮ້ອງມາຍັງບັນດາສະ ຫາຍກໍາມະການສູນກາງພັກ ຈົ່ງ ຍົກສູງຄວາມຮັບຜິດຊອບການ ເມືອງ, ສຸມສະຕິປັນຍາເຂົ້າໃນ ການຄົ້ນຄວ້າ, ວິເຄາະ, ວິໄຈ ແຕ່ ລະບັນຫາໃຫ້ເລິກເຊິ່ງ, ເສີມຂະ ຫຍາຍປະຊາທິປະໄຕ ປະກອບຄໍາ ເຫັນຢ່າງພາວະວິໄສ ເພື່ອໃຫ້ທິດ ຊີ້ນໍາຖືກເປົ້າໝາຍ; ສະເໜີວິທີການ ແລະ ມາດຕະການແກ້ໄຂບັນຫາ ໃຫ້ຖືກຕ້ອງ-ຈະແຈ້ງ ແລະ ເຊື່ອໝັ້ນ ວ່າ ກອງປະຊຸມສູນກາງຄົບຄະນະ ວິສາມັນຄັ້ງນີ້ ຈະເປັນກອງປະຊຸມ ແຫ່ງການເສີມຂະຫຍາຍປະຊາທິ ປະໄຕພາຍໃນພັກ, ການສະຫລຸບ ທິດສະດີ-ພຶດຕິກໍາ, ການບຸກເບີກປະດິດສ້າງໃໝ່ ໃນການນໍາພາຂອງ ພັກ, ການບຸກທະລຸ ສ້າງການຫັນ ປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ໃນ ການນໍາພາຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາ ໃຫ້ປະກົດ ຜົນເປັນຈິງ. ພາບ: ປະຊາຊົນ ທ່ານຮອງນາຍົກລັດຖະມົນຕີ ໄດ້ຮ່ວມກັບບັນດາປະເທດສະມາ ຊິກ ສປຊ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ລະບົບການຮ່ວມມືຫລາຍຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ ເພື່ອຮັບປະກັນໃຫ້ແກ່ການພົວພັນ ສາກົນ ທີ່ມີຄວາມໝັ້ນຄົງ ແລະ ເອື້ອ ອໍານວຍໃຫ້ແກ່ການຮ່ວມມື ເພື່ອ ການພັດທະນາສາກົນ.ສໍາຄັນ,ທ່ານ ໄດ້ເນັ້ນຢໍ້າວ່າ ສັນຕິພາບທີ່ຍືນຍົງ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອປາສະຈາກ ການປະທະກັນດ້ວຍກຳລັງອາວຸດ ແລະ ການນໍາໃຊ້ມາດຕະການຝ່າຍ ດຽວ, ພ້ອມທັງຍົກສູງຄວາມສໍາຄັນ ຂອງການແກ້ໄຂຄວາມແຕກຕ່າງ ຜ່ານຂະບວນການທາງການທູດ ກໍຄື ການປຶກສາຫາລື ໂດຍຍຶດໝັ້ນ ຕໍ່ບັນດາຫລັກການພື້ນຖານ ຂອງ ກົດບັດ ສປຊ ເປັນຕົ້ນ ການເຄົາລົບ ອຳນາດອະທິປະໄຕ, ເອກະລາດ, ການບໍ່ແຊກແຊງກິດຈະການພາຍ ໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ. ພ້ອມນີ້, ສປປ ລາວ ຍັງໄດ້ສະໜັບສະໜູນຂໍ້ລິເລີ່ມ ວ່າ ດ້ວຍການປະຕິຮູບຫລັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ເພື່ອປັບ ປຸງລະບົບອົງການ ສປຊ ໃຫ້ມີປະ ສິດທິພາບ, ປະສິດທິຜົນ ແລະ ແທດ ເໝາະກັບສະພາບການສາກົນ ທີ່ ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ. ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ ໂດຍສະເພາະ ໃນໄລຍະຂ້າມຜ່ານ 3 ປີ (20262029) ແມ່ນຮຽກຮ້ອງໃຫ້ບັນດາ ປະເທດສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນທັງທາງດ້ານເຕັກ ນິກ ແລະ ການເຂົ້າເຖິງແຫລ່ງທຶນ, ທີ່ສາມາດຄາດຄະເນໄດ້ ແລະ ຕອບ ສະໜອງຄວາມຕ້ອງການທາງ ດ້ານການພັດທະນາ ໃນໄລຍະໃໝ່ ເພື່ອຮັບປະກັນການຂ້າມຜ່ານທີ່ ໂລ່ງລ່ຽນ, ຍືນຍົງ ແລະ ບໍ່ສາມາດ ກັບຄືນໄດ້. ສໍາຄັນ, ການຫລຸດພົ້ນ ອອກຈາກສະຖານະພາບດັ່ງກ່າວ ບໍ່ແມ່ນຈຸດສິ້ນສຸດ ຂອງວຽກງານ ການພັດທະນາ ແຕ່ເປັນບາດກ້າວ ໃໝ່ທີ່ສໍາຄັນ ຂອງການພັດທະນາ ປະເທດຊາດ. ໃນຂົງເຂດວຽກງານການພັດ ທະນາ, ທ່ານຮອງນາຍົກລັດຖະມົນ ຕີ ໄດ້ຖືໂອກາດນີ້ ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງລັດຖະບານ ລາວ ເພື່ອສືບຕໍ່ວາລະການພັດທະ ນາແຫ່ງຊາດ ໂດຍການຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຄັ້ງທີ 10 (20262030) ທີ່ສຸມໃສ່ການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ແລະ ການພັດທະນາຊັບພະຍາກອນ ມະນຸດ; ການຫັນປ່ຽນຈາກການ ເປັນປະເທດທີ່ບໍ່ມີຊາຍແດນຕິດ ຈອດກັບທະເລ ໄປສູ່ປະເທດເຊື່ອມ ຈອດ (transforming from landlocked to land-linked) ຜ່ານການພັດທະນາພື້ນຖານໂຄງ ລ່າງຍຸດທະສາດ ເຊັ່ນ: ເສັ້ນທາງ ລົດໄຟ ລາວ-ຈີນ, ແຜນການສ້າງ ເສັ້ນທາງລົດໄຟ ລາວ-ຫວຽດນາມ ສູ່ທ່າເຮືອຫວຸ້ງອ່າງ ແນໃສ່ການ ສ້າງ ສປປ ລາວ ໃຫ້ກາຍເປັນປະ ເທດທີ່ມີລາຍຮັບປານກາງລະດັບ ສູງ (upper-middle income country) ພາຍໃນປີ 2055. ສປປ ລາວ ຢືນຢັນຄວາມສຳ ຄັນຂອງຄວາມເປັນແກນກາງ ຂອງ ອາຊຽນ ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ຄວາມສົມບູນພູນ ສຸກຂອງພາກພື້ນ, ລວມທັງການລິ ເລີ່ມການຈັດຕັ້ງປະຕິບັດວິໄສທັດ ອາຊຽນ 2045 ເພື່ອສືບຕໍ່ຄວາມ ພະຍາຍາມໃນການສ້າງປະຊາຄົມ ອາຊຽນ ທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພ້ອມກັນນັ້ນ, ໃນຖານະປະເທດ ທີ່ໄດ້ຮັບຜົນກະທົບຈາກລະເບີດລູກ ຫວ່ານ ຕົກຄ້າງແຕ່ປາງສົງ ຄາມ, ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ເປົ້າໝາຍການພັດທະນາແບບ ຍືນຍົງ 18 “ຊີວິດທີ່ປອດໄພຈາກ ລະເບີດບໍ່ທັນແຕກ” (SDG18: Lives from UXO) ທີ່ເປັນພື້ນ ຖານສໍາຄັນຂອງການຫລຸດຜ່ອນ ຄວາມທຸກຍາກ ຢູ່ ສປປ ລາວ. ບົນ ຈິດໃຈດັ່ງກ່າວ, ສປປ ລາວ ມີ ຄວາມພາກພູມໃຈທີ່ໄດ້ສໍາເລັດ ການເປັນເຈົ້າພາບຈັດກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ ຄັ້ງ ທີ 3 (3RC-CCM) ຢູ່ນະຄອນ ຫລວງວຽງຈັນ ໃນເດືອນກັນຍາ 2026 ຜ່ານມານີ້. ໃນພາກສຸດທ້າຍຂອງການກ່າວ ຄໍາປາໄສ, ທ່ານຮອງນາຍົກລັດຖະ ມົນຕີ ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຊົມ ເຊີຍ ຕໍ່ ທ່ານ António Guterres ເລຂາທິການໃຫຍ່ ສປຊ ໃນໂອກາດ ທີ່ຈະສໍາເລັດການດໍາລົງຕໍາແໜ່ງ ໃນທ້າຍປີນີ້ ກໍຄື ການປະກອບສ່ວນ ອັນສໍາຄັນ ຂອງທ່ານ ເລຂາທິການ ໃຫຍ່ ເຂົ້າໃນວຽກງານການພັດທະ ນາສາກົນ. ພິເສດ, ທ່ານຮອງນາຍົກລັດຖະ ມົນຕີ ໄດ້ຢືນຢັນຄືນຄວາມໝາຍ ໝັ້ນ ຂອງ ສປປ ລາວ ໃນການສືບ ຕໍ່ຮ່ວມມືກັບວົງຄະນະຍາດສາກົນ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍ ລວມຂອງການສ້າງໂລກ ທີ່ມີສັນຕິ ພາບ, ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກ ໂດຍບໍ່ປະຖິ້ມໃຜໄວ້ ທາງຫລັງ. ໃນວັນດຽວກັນ, ທ່ານຮອງນາ ຍົກລັດະມົນຕີ ໄດ້ໃຫ້ສຳພາດ ຕໍ່ສະ ຖານີໂທລະພາບສາກົນຈີນCGTN. ໃນໂອກາດດັ່ງກ່າວ, ທ່ານຮອງນາ ຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງ ທັດສະນະຂອງສປປລາວຕໍ່ບັນຫາ ສໍາຄັນ ພາຍໃຕ້ອົງການ ສປຊ ແລະ ວຽກງານການພັດທະນາແຫ່ງ ຊາດ ເປັນຕົ້ນແມ່ນ ຄວາມສໍາຄັນ ຂອງການຟື້ນຟູຄວາມເຊື່ອໝັ້ນ ຕໍ່ ລະບົບການຮ່ວມມືຫລາຍຝ່າຍ, ບົດ ບາດສໍາຄັນ ຂອງປະເທດຂະໜາດ ນ້ອຍ ໃນການສົ່ງເສີມການພົວພັນ ທີ່ດີ ລະຫວ່າງບັນດາປະເທດມະຫາ ອຳນາດ, ສິ່ງທ້າທາຍ ແລະ ແຜນ ຮັບມື ຂອງ ສປປ ລາວ ພາຍຫລັງ ຫລຸດພົ້ນອອກຈາກສະຖານະພາບ ດ້ວຍພັດທະນາ ໃນທ້າຍປີ 2026 ແລະ ຜົນປະໂຫຍດຂອງການພົວ ພັນຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການປະກອບ ສ່ວນອັນລໍ້າຄ່າ ຂອງໂຄງການເສັ້ນ ທາງລົດ ໄຟ ລາວ-ຈີນ ເຂົ້າໃນ ແຜນຍຸດທະສາດ ຂອງລັດຖະບານ ລາວ ໃນການຫັນປ່ຽນປະເທດທີ່ ບໍ່ມີເສັ້ນທາງອອກສູ່ທະເລ ໄປສູ່ປະ ເທດເຊື່ອມຈອດ. ທ່ານ ທອງສະຫວັນ ພົມວິຫານ ໃຫ້ສຳພາດຕໍ່ສະຖານີໂທລະພາບສາກົນຈີນ CGTN ອົງການ ແລະ ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຮ່ວມຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານ ສຊປລ, ສະຫາຍ ວັນສີ ກົວມົວ ກໍາມະການສູນກາງ ພັກ, ຮອງເລຂາຄະນະບໍລິຫານ ງານພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ), ຜູ້ຊີ້ນໍາວຽກງານອົງການຈັດຕັ້ງ ມະຫາຊົນ ຄອສພ, ມີບັນດາເລຂາຮອງເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ-ອົງການ ແລະ ນະຄອນຫລວງວຽງຈັນ, ພ້ອມ ດ້ວຍຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງລາຍງານວຽກງານພົ້ນ ເດັ່ນ ຂອງ ຄຊປປລ, ຄຊປປລ ຄອສພ, ໂຄງການອາສາສະໝັກ ຕະລຸມບອນບໍາລຸງນັກຮຽນອ່ອນ ຢູ່ເຂດຫ່າງໄກສອກຫລີກ, ອັດຕາ ການປະລະການຮຽນ ຂອງຂະ ແໜງສຶກສາທິການ ແລະ ກິລາ ທີ່ ໄດ້ຮ່ວມມືກັບສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ, ຮັບຟັງການ ລາຍງານວຽກງານເຕັກໂນໂລຊີ ແລະ ການສື່ສານໄລຍະໃໝ່. ພ້ອມ ນີ້ ຜູ້ຕາງໜ້າຈາກ ຄຊປປລ ບັນດາ ກະຊວງ, ອົງການ ແລະ ນະຄອນ ຫລວງວຽງຈັນ ໄດ້ພ້ອມກັນປະ ກອບຄໍາເຫັນໃສ່ບົດລາຍງານວຽກ ງານພົ້ນເດັ່ນໄຕມາດ III ປີ 2026 ແລະ ສະເໜີແຜນການເຄື່ອນໄຫວ ໄຕມາດ IV ປີ 2026. ສະຫາຍ ທອງລີ ສີສຸລິດ ກ່າວ ວ່າ: ກອງປະຊຸມໃນຄັ້ງນີ້, ບໍ່ແມ່ນ ພຽງແຕ່ຮັບຟັງການລາຍງານຜົນ ງານພົ້ນເດັ່ນຕາມລະບຽບການ ບໍລິຫານທົ່ວໄປເທົ່ານັ້ນ, ແຕ່ແມ່ນ ບັ້ນດໍາເນີນຊີວິດການເມືອງອັນສໍາ ຄັນ ເພື່ອຮັບຟັງການສ່ອງແສງ ເພື່ອ ຍົກໃຫ້ເຫັນເຖິງສະພາບຄວາມເປັນ ຈິງຢ່າງພາວະວິໄສ, ເພື່ອຕີລາຄາ ຄືນຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເສນາທິການຂອງ ຄະນະພັກ, ຄະນະນຳຊາວໜຸ່ມແຕ່ ລະຂັ້ນ ຕໍ່ກັບສະພາບການທີ່ປະ ເທດຊາດ ແລະ ສັງຄົມເຮົາພວມ ຜະເຊີນໜ້າ. ພັກ ແລະ ລັດຖະບານ ຍາມໃດກໍຢັ້ງຢືນວ່າ ຊາວໜຸ່ມເຍົາວະຊົນ ແມ່ນກະດູກສັນຫລັງ, ແມ່ນແຂນຂວາທີ່ໄວ້ວາງໃຈຂອງ ພັກ ແລະ ແມ່ນກຳລັງຕະລຸມບອນ ໃນທຸກສະໜາມຮົບ. ໃນປັດຈຸບັນ, ປະເທດຊາດຂອງພວກເຮົາພວມ ຜ່ານຜ່າໄລຍະຫົວລ້ຽວຫົວຕໍ່ ທີ່ ເຕັມໄປດ້ວຍສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ລວມເຖິງຜົນກະ ທົບຢ່າງໜັກໜ່ວງຈາກໄພພິບັດ ທຳມະຊາດ ຊຶ່ງສະມາຊິກຊາວໜຸ່ມເຍົາວະຊົນກໍແມ່ນກຸ່ມສ່ຽງທີ່ໄດ້ຮັບ ຜົນກະທົບໂດຍກົງ. ໃນທ່າມກາງ ສະພາບການທີ່ຫຍຸ້ງຍາກດັ່ງກ່າວ ນີ້, ບົດບາດຂອງອົງການຈັດຕັ້ງ ຊາວໜຸ່ມ ຍິ່ງຕ້ອງໄດ້ຮັບການເຊີດ ຊູ ແລະ ພົ້ນເດັ່ນຂຶ້ນກວ່າເວລາໃດ ໝົດ ເພື່ອເປັນກຳລັງແຮງຫລັກ ແຫລ່ງ, ເປັນທີ່ເພິ່ງທາງດ້ານຈິດ ໃຈ ແລະ ເປັນຜູ້ສະກັດກັ້ນທຸກປາ ກົດການຫຍໍ້ທໍ້ໃນສັງຄົມ. ຂ່າວ: ທະນູທອງ; ພາບ: ວັນເພັງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ ກ່າວວ່າ: ການລະດົມແນວຄວາມ ຄິດ ແລະ ຜ່ານຮ່າງແຜນແມ່ບົດ ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງ ການຄ້າທາງເອເລັກໂຕຣນິກຄັ້ງ ນີ້, ແນໃສ່ເພື່ອແກ້ໄຂບັນຫາສິ່ງ ທ້າທາຍ ແລະ ຍົກລະດັບວຽກງານ ການຄ້າເອເລັກໂຕຣນິກຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມເປັນ “ມື ອາຊີບ, ມີເນື້ອໃນສົມບູນ, ໂປ່ງໃສ ແລະ ສ້າງຜົນປະໂຫຍດຮ່ວມກັນ ລະຫວ່າງ ພາກລັດ, ທຸລະກິດ ແລະ ສັງຄົມ”ມີ 4 ຂະແໜງການຫລັກ ຄື: ກະຊວງອຸດສາຫະກຳ ແລະ ການ ຄ້າ, ກະຊວງເຕັກໂນໂລຊີແລະການ ສື່ສານ, ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ພ້ອມ ດ້ວຍພາກທຸລະກິດ/ຜູ້ປະກອບການ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນການ ສ້າງ “ແຜນແມ່ບົດການຄຸ້ມຄອງ ແລະ ພັດທະນາວຽກງານການຄ້າ ທາງເອເລັກໂຕຣນິກ ຂອງ ສປປ ລາວ2026-2035”ຂຶ້ນມາ. ແຜນ ແມ່ບົດສະບັບນີ້, ໄດ້ກຳນົດວິໄສ ທັດ, ທິດທາງລວມ, ຍຸດທະສາດ ການພັດທະນາ, ແຜນດຳເນີນງານ, ຕະຫລອດຈົນກົນໄກ ແລະ ມາດຕະ ການຈັດຕັ້ງປະຕິບັດຢ່າງເປັນລະ ບົບ ເປັນຕົ້ນ ການສ້າງ ແລະ ປັບປຸງ ນິຕິກຳ ໃຫ້ຮັດກຸມ ເຊັ່ນ: ການຈັດຕັ້ງ ປະຕິບັດລະບົບ E-Trust, ລະບົບ ອາກອນ Digital Tax, ລະບົບການ ຊຳລະສະສາງ (LAPNet) ແລະ ມາດຕະການປັບໃໝຜູ້ລະເມີດ; ການສົ່ງເສີມ ແລະ ຄຸ້ມຄອງພາກ ທຸລະກິດ/ຜູ້ຂາຍອອນລາຍ ໃຫ້ເຂົ້າ ສູ່ລະບົບຢ່າງຖືກຕ້ອງ, ໄດ້ຮັບການ ປົກປ້ອງສິດແລະເຂົ້າເຖິງຕະຫລາດ ທີ່ຍຸຕິທໍາ; ການພັດທະນາພື້ນຖານ ໂຄງລ່າງ, ໂລຈິສຕິກ ແລະ ເຕັກໂນ ໂລຊີ (4G/5G, ໄປສະນີ, ລະບົບ ຂົນສົ່ງ, ປັນຍາປະດິດ AI ແລະ ຄວາມປອດໄພທາງໄຊເບີ); ການ ປົກປ້ອງຜູ້ຊົມໃຊ້ ແລະ ການສ້າງ ກົນໄກຮັບຄຳຮ້ອງທຸກ ແລະ ແກ້ໄຂ ຂໍ້ຂັດແຍ່ງຜ່ານລະບົບອອນລາຍ. ທ່ານ ສັນຕິສຸກ ພູນສະຫວັດ ຍັງ ໃຫ້ຮູ້ອີກວ່າ: ໄລຍະຜ່ານມາ, ພັກ ແລະລັດຖະບານໄດ້ມີທິດຊີ້ນຳຢ່າງ ໃກ້ຊິດ ໂດຍໄດ້ກຳນົດຈຸດສຸມວຽກ ພັດທະນາພື້ນຖານໂຄງລ່າງໂທລະ ຄົມມະນາຄົມ, ອິນເຕີເນັດຄວາມ ໄວສູງ, ການສ້າງລັດຖະບານດີຈິ ຕອນ ແລະ ລະບົບການເງິນເອເລັກ ໂຕຣນິກ ເພື່ອເປັນພື້ນຖານອັນເຂັ້ມ ແຂງ. ຄຽງຄູ່ກັບການຂະຫຍາຍ ຕົວຂອງເສດຖະກິດດີຈິຕອນດັ່ງ ກ່າວ, ວຽກງານການຄ້າທາງເອ ເລັກໂຕຣນິກ ຫລື E-commerce ຢູ່ ສປປ ລາວ ກໍໄດ້ມີການເຕີບໂຕ ຢ່າງວ່ອງໄວ ແລະ ແຜ່ຫລາຍ, ການ ຊື້-ຂາຍສິນຄ້າແລະ ບໍລິການຜ່ານ ລະບົບອອນລາຍ, ແພລດຟອມດີ ຈິຕອນ, ພ້ອມທັງການນຳໃຊ້ລະ ບົບຊຳລະຜ່ານທະນາຄານ ແລະ e-Wallet ໄດ້ກາຍເປັນສ່ວນໜຶ່ງ ທີ່ສໍາຄັນໃນຊີວິດປະຈໍາວັນຂອງ ປະຊາຊົນ ແລະ ການດຳເນີນທຸລະ ກິດຂອງຜູ້ປະກອບການ. ການຂະ ຫຍາຍຕົວຢ່າງແຮງກ້າຂອງການ ຄ້າທາງເອເລັກໂຕຣນິກນີ້ ບໍ່ພຽງ ແຕ່ຊ່ວຍສ້າງກາລະໂອກາດໃໝ່ ໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ (SME) ໃນການເຂົ້າເຖິງ ຕະຫລາດ, ແຕ່ຍັງເປັນໂຕຂັບເຄື່ອນ ການໝູນວຽນທາງເສດຖະກິດ, ການຂົນສົ່ງໂລຈິສຕິກ ແລະ ການ ເຊື່ອມໂຍງການຄ້າພາຍໃນ ແລະ ຕ່າງປະເທດ ຢ່າງມີປະສິດທິພາບ. ຂ່າວ-ພາບ: ກິດຕາ ແວດລ້ອມໃນຫ້ອງຮຽນ ແລະ ສື່ ການຮຽນ-ການສອນ ມີສ່ວນຊ່ວຍ ສົ່ງເສີມຄວາມກ້າວໜ້າຂອງເດັກຄື ແນວໃດ.ທັງນີ້,ຜົນການຄົ້ນຄວ້າຈະ ຖືກນຳໃຊ້ເປັນຂໍ້ມູນພື້ນຖານເຂົ້າ ໃນການພັດທະນາຫລັກສູດ, ການ ຍົກລະດັບວິຊາຊີບຄູ ແລະ ການ ຈັດຕັ້ງປະຕິບັດບົດຮຽນເສີມດ້ານ ພາສາ ຜ່ານສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃນອະນາຄົດ. ທ່ານ ວົງເພັດ ອຸດົມລິດ ຜູ້ອຳ ນວຍການ ສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ ໄດ້ກ່າວວ່າ: ການປັບປຸງທັກສະດ້ານພາສາ ແລະ ການຮູ້ໜັງສື ບໍ່ແມ່ນພຽງແຕ່ການ ສະໜອງປຶ້ມແບບຮຽນ ຫລື ການ ຈັດບົດຮຽນເສີມເທົ່ານັ້ນ, ແຕ່ຍັງ ຈຳເປັນຕ້ອງເຂົ້າໃຈຢ່າງເລິກເຊິ່ງ ເຖິງສິ່ງທີ່ເກີດຂຶ້ນໃນຫ້ອງຮຽນ ເປັນຕົ້ນວິທີການສອນ, ສື່ການ ຮຽນ-ການສອນ ແລະ ສະພາບ ແວດລ້ອມ ທີ່ມີຄວາມກ່ຽວພັນກັນ ໃນການສົ່ງເສີມການຮຽນຮູ້ຂອງ ເດັກ. ພ້ອມກັນນັ້ນ, ກໍຕ້ອງຊອກ ຫາວິທີສະໜັບສະໜູນຄູ ໃຫ້ສາມາດ ຕອບສະໜອງຕໍ່ຄວາມຕ້ອງການ ຂອງນັກຮຽນ ທີ່ມີພື້ນຖານທາງ ດ້ານພາສາທີ່ແຕກຕ່າງກັນຢ່າງມີ ປະສິດທິພາບ. ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວ ວ່າ: ທັກສະດ້ານພາສາ ແລະ ການ ຮູ້ໜັງສື ທີ່ເຂັ້ມແຂງໃນຊັ້ນປະຖົມ ສຶກສາ ຖືເປັນພື້ນຖານອັນສຳຄັນ ໃຫ້ແກ່ການຮຽນຮູ້ໃນອະນາຄົດ. ລັດຖະບານອົດສະຕຣາລີ ມີຄວາມ ພາກພູມໃຈ ທີ່ໄດ້ສະໜັບສະໜູນ ການຄົ້ນຄວ້າໃນຄັ້ງນີ້ ເພື່ອຊ່ວຍ ໃຫ້ເດັກນ້ອຍທີ່ເລີ່ມເຂົ້າຮຽນ ແຕ່ ຍັງມີຂໍ້ຈຳກັດດ້ານທັກສະພາສາ ລາວ ສາມາດມີສ່ວນຮ່ວມໃນຫ້ອງ ຮຽນໄດ້ຢ່າງເຕັມສ່ວນ, ປະສົບ ຜົນສຳເລັດໃນການຮຽນ, ສືບຕໍ່ມີ ຄວາມກະຕືລືລົ້ນໃນການສຶກສາ ແລະ ຫລຸດຜ່ອນຄວາມສ່ຽງໃນ ການອອກໂຮງຮຽນກ່ອນກຳນົດ. ການປະເມີນທັກສະພາສາລາວ ຂອງນັກຮຽນຊັ້ນປະຖົມສຶກສາ ເປັນຂັ້ນຕອນທຳອິດຂອງການເກັບ ກຳຂໍ້ມູນພາກສະໜາມ ເພື່ອວັດ ແທກທັກສະດ້ານພາສາລາວຂອງ ນັກຮຽນ ຊຶ່ງໄດ້ເລີ່ມຕົ້ນຂຶ້ນຢ່າງ ເປັນທາງການໃນລະຫວ່າງວັນທີ 16 ກັນຍາ ຫາ 2 ຕຸລາ 2026 ໂດຍ ນັກເກັບກໍາຂໍ້ມູນຈໍານວນ 60 ທ່ານ ທີ່ຜ່ານການຝຶກອົບຮົມ ຈະລົງພື້ນ ທີ່ເກັບກຳຂໍ້ມູນຢູ່ໂຮງຮຽນປະຖົມ 250 ແຫ່ງທົ່ວປະເທດ ໂດຍແບ່ງ ເປັນ 125 ແຫ່ງໃນເມືອງເປົ້າໝາຍ ຂອງແຜນງານບີຄວາ ແລະ ອີກ 125 ແຫ່ງ ໃນເມືອງນອກເປົ້າ ໝາຍ. ທີມງານຈະດຳເນີນການ ປະເມີນນັກຮຽນຂັ້ນ ປ1 ແລະ ປ3 ທີ່ຖືກຄັດເລືອກ ຜ່ານກິດຈະກຳ ການຟັງ, ການເວົ້າ, ການຈື່ຈຳຕົວ ອັກສອນ ແລະ ສຽງ, ການອ່ານ ແລະ ການຂຽນ ເພື່ອໃຊ້ເປັນຂໍ້ມູນ ພື້ນຖານ ໃນການວັດແທກຄວາມ ກ້າວໜ້າທາງການຮູ້ໜັງສືຂອງນັກ ຮຽນ ໃນສົກຮຽນ 2026-2027 ໂດຍນັກຮຽນກຸ່ມດຽວກັນນີ້, ຈະ ໄດ້ຮັບການປະເມີນຄືນອີກຄັ້ງໃນ ເດືອນເມສາ 2027 ເພື່ອຊ່ວຍ ໃຫ້ທີມງານຄົ້ນຄວ້າສາມາດວິ ເຄາະ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວິທີການຮຽນຮູ້ຂອງເດັກ, ລວມທັງການປຽບທຽບລະຫວ່າງ ກຸ່ມເດັກທີ່ເວົ້າພາສາລາວ ແລະ ເດັກທີ່ບໍ່ໄດ້ເວົ້າພາສາລາວເປັນ ຫລັກຢູ່ເຮືອນ. ຜ່ານຮ່າງແຜນແມ່ບົດ...່່່ົ ປະເມີນທັກສະ...ີັ
29/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ 76 lvofu oa dIPogdaj ' goA olh k'7q oI5j o.\j .sh ,u 7;k,I6h c]t ]t[P[;y wo ໂດຍ: ນົກ ບຸນມາເລີດົຸີ ຂປລ. ໃນໂອກາດເປີດສົກຮຽນ ໃໝ່ຂອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ບັນຍາກາດການ ຮຽນ-ການສອນໄດ້ສືບຕໍ່ມຸ່ງເນັ້ນ ຄຽງຄູ່ກັນໄປທັງດ້ານວິຊາການ, ລະບຽບວິໄນ, ຄຸນສົມບັດ ແລະ ການຫລໍ່ຫລອມຈິດໃຈ ເພື່ອສ້າງ ນັກຮຽນໃຫ້ມີຄວາມຮູ້, ຄວາມ ສາມາດ, ມີຄວາມຮັບຜິດຊອບ ແລະ ພ້ອມສືບຕໍ່ພັດທະນາຕົນເອງ ໃນອະນາຄົດ. ສ ະ ຫາ ຍ ຮ້ອຍ ໂ ທ ນ າ ງ ດອກແກ້ວ ອິນທິສານ ຄູສອນວິຊາ ພູມສາດ ຫ້ອງສຶກສາໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ໃຫ້ [+ c,j og]nj v'pkd;y mu lvo]6 d .sh I6h 9a dzy f{4n d 3fp[+ 8h v'.-h 7;k,I5 ocI' ຂປລ. ການສອນລູກໃຫ້ເປັນຄົນ ດີເປັນໜຶ່ງໃນໜ້າທີ່ທີ່ສຳຄັນ ແລະ ທ້າທາຍທີ່ສຸດສຳລັບພໍ່ແມ່ທຸກຄົນ. ຄວາມເປັນຄົນດີບໍ່ໄດ້ໝາຍເຖິງພຽງ ແຕ່ການເປັນເດັກຄຳຮູ້ ຫລື ເຊື່ອຟັງ ຢ່າງດຽວ, ແຕ່ມັນລວມເຖິງການມີ ຄຸນສົມບັດທາງຈິດໃຈ, ຄວາມເຫັນ ອົກເຫັນໃຈ ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມ. ແນວໃດກໍດີ, ມື້ນີ້ ຄໍລຳ “ແລກປ່ຽນ” ຂໍມານຳສະເໜີບົດ ກ່ຽວກັບວິທີການສອນລູກ ເພື່ອ ເປັນການແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ. ວິທີການສອນລູກໃຫ້ຮູ້ຈັກຜິດຖືກ ແລະ ເປັນຄົນດີໃນຄອບຄົວ ກໍຄືສັງຄົມນັ້ນ, ກ່ອນອື່ນຜູ້ເປັນ ພໍ່ແມ່ຕ້ອງເປັນແບບຢ່າງທີ່ດີ ເພາະ ການກະທຳສຳຄັນກວ່າຄຳເວົ້າ ເດັກນ້ອຍມັກຮຽນຮູ້ຜ່ານການສັງ ເກດພຶດຕິກຳຂອງພໍ່ແມ່ຫລາຍກວ່າ ການຟັງຄຳສອນ. ຖ້າຢາກໃຫ້ລູກ ເປັນຄົນໃຈດີ, ມີຄວາມຊື່ສັດ ແລະ ມີມາລະຍາດພໍ່ແມ່ຕ້ອງສະແດງ ສິ່ງເຫລົ່ານັ້ນໃຫ້ລູກເຫັນໃນຊີວິດ ປະຈຳວັນ. ສອນໃຫ້ມີຄວາມເຫັນອົກເຫັນ ໃຈເພາະເຂົ້າໃຈຄວາມຮູ້ສຶກຄົນອື່ນ ຊ່ວຍໃຫ້ລູກຮູ້ຈັກເອົາໃຈເຂົາມາ ໃສ່ໃຈເຮົາເຊັ່ນ: ເວລາເຫັນຄົນອື່ນ ເຈັບປວດ ຫລື ຕົກລຳບາກໃຫ້ຊວນ ລູກຄິດວ່າ: “ຖ້າລູກເປັນເຂົາລູກ ຈະຮູ້ສຶກແນວໃດ?”. ການແບ່ງປັນ ແມ່ນສອນໃຫ້ຮູ້ຈັກການໃຫ້, ການ ຊ່ວຍເຫລືອຄົນອ້ອມຂ້າງ ແລະ ການແບ່ງປັນສິ່ງຂອງໃຫ້ໝູ່ເພື່ອນ ຫລື ຜູ້ດ້ອຍໂອກາດ. ສອນເລື່ອງ ຄວາມຮັບຜິດຊອບ ແລະ ວິໄນ ໂດຍ ສະເພາະແມ່ນຮັບຜິດຊອບໜ້າທີ່ເຊັ່ນ ວ່າ: ມອບໝາຍວຽກບ້ານງ່າຍໆ ຕາມໄວອາຍຸເປັນຕົ້ນເກັບມ້ຽນ ເຄື່ອງຫລິ້ນຂອງຕົນເອງ, ຊ່ວຍ ຈັດໂຕະອາຫານ ຫລື ບົວລະບັດ ສັດລ້ຽງ ເພື່ອໃຫ້ລູກຮູ້ຈັກໜ້າທີ່. ສອນໃຫ້ລູກໄດ້ຮຽນຮູ້ຜົນສະທ້ອນ ຈາກການກະທຳຂອງຕົນເອງເຊັ່ນ: ຖ້າບໍ່ຍອມເກັບເຄື່ອງຫລິ້ນຂອງຕົນ ອາດຈະເປ່ເພ ຫລື ຫາຍ, ພໍ່ແມ່ບໍ່ ຄວນຕາມແກ້ໄຂໃຫ້ທຸກເລື່ອງ. ສອນໃຫ້ຮູ້ຈັກຄວາມຊື່ສັດ ແລະ ຄວາມຈິງໃຈ, ຄວາມຊື່ສັດຕໍ່ຕົນເອງ ແລະ ສັງຄົມ ແມ່ນສອນໃຫ້ລູກຮູ້ວ່າ ຄວາມຜິດພາດເປັນເລື່ອງປົກກະຕິທີ່ ເກີດຂຶ້ນໄດ້, ແຕ່ສິ່ງທີ່ສຳຄັນຄືການ ເວົ້າຄວາມຈິງ ແລະ ບໍ່ລັກລອບຂອງ ຜູ້ອື່ນ. ເມື່ອລູກເວົ້າຄວາມຈິງເຖິງ ແມ່ນວ່າຈະເຮັດຜິດພໍ່ແມ່ຄວນຮັບ ຟັງດ້ວຍເຫດຜົນກ່ອນຈະຕຳນິ. ນອກຈາກທີ່ກ່າວມານັ້ນແລ້ວ, ພໍ່ແມ່ຄວນຍ້ອງຍໍການກະທຳທີ່ດີ ໃນເວລາລູກເຮັດຄວາມດີ ຫລື ມີນ້ຳ ໃຈຄວນກ່າວຊົມເຊີຍຢ່າງເຈາະຈົງ ເຊັ່ນ: ລູກເກັ່ງຫລາຍທີ່ຊ່ວຍເກັບ ເຄື່ອງຫລິ້ນໃຫ້ໝູ່ ຫລື ພໍ່ແມ່ພູມໃຈ ທີ່ລູກກ້າເວົ້າຄວາມຈິງ, ການເຮັດ ແບບນີ້ຈະຊ່ວຍໃຫ້ລູກຢາກເຮັດ ຄວາມດີຕໍ່ໄປ. ແນວໃດກໍຕາມການ ສ້າງຄົນດີຕ້ອງໃຊ້ເວລາ, ມີຄວາມ ອົດທົນ ແລະ ຄວາມສະໝໍ່າສະເໝີ. ຢ່າຄາດຫວັງໃຫ້ລູກດີໄດ້ໃນຂ້າມ ຄືນ, ແຕ່ໃຫ້ສ້າງພື້ນຖານທາງຈິດ ໃຈທີ່ອົບອຸ່ນ ແລະ ເຕັມໄປດ້ວຍ ຄວາມຮັກໃນຄອບຄົວເພາະມັນຄື ປັດໄຈຫລັກທີ່ເຮັດໃຫ້ລູກເຕີບໂຕຂຶ້ນ ເປັນຄົນດີຂອງສັງຄົມ. ແຫລ່ງຂໍ້ມູນ: ຂ່າວສານກະສິກຳ ່ໍູ້່ິ ແລະ ສິ່ງແວດລ້ອມ.ິ່້ xb dlksk]n zj koIj k'p5 fmtlkfra fmtokdtly de Ivfxu 2035 c]t ;y wlma fIvfxu 2055 ຂປລ. ເມື່ອມໍ່ໆມານີ້, ກົມແຜນ ການ ແລະ ການຮ່ວມມືກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດ ກອງປະຊຸມຜ່ານຮ່າງຍຸດທະສາດ ພັດທະນາກະສິກຳຮອດປີ 2035 ແລະ ວິໄສທັດຮອດປີ 2055 ຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າ ກົມແຜນການ ແລະ ການຮ່ວມມື, ມີບັນດາທ່ານຮອງຫົວໜ້າຫ້ອງ ການ, ຮອງຫົວ ໜ້າກົມ, ສະຖາບັນ, ຕາງໜ້າອົງການອາຫານແລະການ ກະເສດ (FAO) ແລະ ພະນັກງານ ອ້ອມຂ້າງຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ເຂົ້າຮ່ວມຢ່າງ ພ້ອມພຽງ. ການຈັດຕັ້ງປະຕິບັດຍຸດທະສາດ ພັດທະນາກະສິກຳແຕ່ປີ 20162025 ໄດ້ສ້າງບາດກ້າວສຳຄັນ ໃນການຫັນຈາກການຜະລິດແບບ ດັ່ງເດີມໄປສູ່ການຜະລິດທັນສະໄໝ, ເຊື່ອມໂຍງຕະຫລາດ ແລະ ການ ຜະລິດທີ່ຍືນຍົງ. ຂະແໜງການ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ຂະຫຍາຍຕົວສະເລ່ຍ 2,5% ຕໍ່ປີ ແລະ ກວມ 19,4%ຂອງລວມຍອດ ຜະລິດຕະພັນພາຍໃນ (GDP), ພ້ອມທັງເປັນການສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນລາວບັນ ດາເຜົ່າປະມານ 70% ຂອງແຮງ ງານພາຍໃນປະເທດ. ດ້ານການຜະລິດສະບຽງອາ ຫານ, ການຜະລິດເຂົ້າເປັນສິນຄ້າ ສາມາດບັນລຸສະເລ່ຍ 3,7 ລ້ານ ກວ່າໂຕນຕໍ່ປີ ຢູ່ໃນລະດັບຕາມ ແຜນການ 3,5-4,0 ລ້ານໂຕນ ແລະ ສາມາດສະໜອງເຂົ້າກຸ່ມກິນໂດຍ ພື້ນຖານ, ການຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ປະມານ 570.000 ໂຕນ ຫລື ສະເລ່ຍ 72,1 ກິໂລກຣາມ/ ຄົນ/ປີ. ສຳລັບການຜະລິດກະສິກຳ ເປັນສິນຄ້າສົ່ງອອກໄດ້ທັງໝົດ 75 ລາຍການ, ໃນນັ້ນ ສົ່ງໄປ ສປ ຈີນ 40 ລາຍການ, ສສ ຫວຽດນາມ 19 ລາຍການ ແລະ ລາຊະອານາຈັກໄທ 16 ລາຍການ. ຕະຫລອດໄລຍະ 10 ປີ, ລວມມູນຄ່າການສົ່ງອອກ ສິນຄ້າກະສິກຳ ບັນລຸ 8 ພັນກວ່າ ລ້ານໂດລາສະຫະລັດ ປະກອບມີ ຢາງພາລາ, ມັນຕົ້ນ, ກ້ວຍ, ກາເຟ, ສາລີ, ເຂົ້າ ແລະ ປາສະຫວາຍ ເປັນສິນຄ້າສຳຄັນ. ຄຽງຄູ່ກັນນັ້ນ, ພື້ນຖານການຜະລິດກໍໄດ້ຮັບການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນນີ້ ມີຟາມລ້ຽງສັດ 3.017 ຟາມ ສະ ໜອງຊີ້ນໄດ້ 41%, ມີໂຮງງານ ອາຫານສັດ 16 ແຫ່ງ ແລະ ມີສູນ ຜະລິດລູກປາ 455 ແຫ່ງ, ຜະລິດ ລູກປາໄດ້ປະມານ 297 ລ້ານໂຕ ໃນປີ 2025, ດ້ານພື້ນຖານໂຄງ ລ່າງທົ່ວປະເທດມີໂຄງການຊົນ ລະປະທານ 19.470 ໂຄງການ ສາມາດສະໜອງນ້ຳເຂົ້າໃນການ ຜະລິດ 5 ແສນກວ່າເຮັກຕາ ລື່ນ ແຜນ 10%. ພ້ອມກັນນັ້ນ ໄດ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳ ແລະ ແຜນຍຸດທະສາດລວມ 1.350 ສະບັບ ເພື່ອເປັນພື້ນຖານໃນການ ຄຸ້ມຄອງ ແລະ ຊຸກຍູ້ການຜະລິດ, ຈາກຜົນສຳເລັດດັ່ງກ່າວຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ ຜະເຊີນກັບຫລາຍບັນຫາເຊັ່ນ: ການ ຜະລິດຍັງກະແຈກກະຈາຍ, ຜະລິດ ຫລາຍແຕ່ຜົນໄດ້ຮັບຍັງຕໍ່າ, ການ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ຍັງຈຳກັດ, ການປຸງແຕ່ງ-ເພີ່ມມູນ ຄ່າຍັງບໍ່ເຂັ້ມແຂງ, ຂາດແຮງງານ ແລະ ການເຂົ້າເຖິງແຫລ່ງທຶນຍັງ ມີຂໍ້ຈຳກັດ. ນອກນັ້ນ, ຍັງມີຜົນ ກະທົບຈາກໄພທຳມະຊາດ, ການ ປ່ຽນແປງດິນຟ້າອາກາດ, ພະຍາດແມງໄມ້ ແລະ ການຜັນຜວນຂອງ ຕະຫລາດ. ຈາກບົດຮຽນດັ່ງກ່າວ, ຮ່າງ ຍຸດ ທະສາດພັດທະນາກະສິກຳ ຮອດປີ 2035 ແລະ ວິໄສທັດຮອດປີ 2055 ເພື່ອຮັບປະກັນດ້ານສະບຽງ ອາຫານ ແລະ ໂພຊະນາການທີ່ດີ ການຜະລິດກະສິກຳເປັນສິນຄ້າຕິດ ພັນກັບການປຸງແຕ່ງ ແລະ ການ ສົ່ງອອກຕາມມາດຕະຖານສາກົນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ທັນສະໄໝ, ສ້າງລາຍຮັບໃຫ້ແກ່ ປະເທດຊາດ ແລະ ຊຸມຊົນຕາມທິດ ການພັດທະນາສີຂຽວ ແລະ ຍຶນຍົງ. ຍຸດທະສາດໃໝ່ປະກອບມີ 3 ແຜນຍຸດທະສາດຍ່ອຍ ແລະ 16 ແຜນດຳເນີນງານບຸລິມະສິດ, ໂດຍ ເນັ້ນຍົກສະມັດຕະພາບການຜະລິດ ໃຫ້ສະອາດ, ປອດໄພ, ມີມາດຕະ ຖານ, ແຂ່ງຂັນກັບຕະຫລາດສາກົນ ແລະ ມີຄວາມຍືນຍົງ ພ້ອມວາງ ເປົ້າໝາຍໃຫ້ການຜະລິດກະສິກຳ ສະອາດ (ການຜະລິດກະສິກໍາ ອິນຊີ ແລະ ການຜະລິດກະສິກໍາ ທີ່ດີ), HACCP ແລະ GMP ທີ່ ຮັບຮອງຕາມມາດຕະຖານສາກົນ ເພີ່ມຂຶ້ນເຖິງ 50% ຂອງຜູ້ຜະລິດ ໃນປີ 2035 ແລະ ສົ່ງເສີມການ ສົ່ງອອກໃຫ້ໄດ້ 1.900 ລ້ານໂດລາ ຕໍ່ປີ, ທິດທາງແຜນການດັ່ງກ່າວ ຈະເປັນພື້ນຖານທີ່ສຳຄັນໃນການ ຫັນເອົາຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໄປສູ່ການຜະລິດທີ່ ມີຄຸນນະພາບ, ປອດໄພ ເປັນມິດຕໍ່ ສິ່ງແວດລ້ອມ ແລະ ສາມາດແຂ່ງ ຂັນກັບຕະຫລາດສາກົນໄດ້ ພ້ອມ ສ້າງລາຍຮັບ ແລະ ຍົກລະດັບຊີວິດ ຂອງປະຊາຊົນລາວ. ສຳພາດເມື່ອບໍ່ດົນມານີ້ວ່າ: ຮູ້ສຶກ ດີໃຈ ແລະ ພາກພູມໃຈຢ່າງຍິ່ງທີ່ ໄດ້ຮັບມອບໝາຍໃຫ້ເປັນຄູ-ອາຈານ ສຳຄັນທັງດ້ານວິຊາການ ແລະ ດ້ານລະບຽບວິໄນ, ຄູ-ອາຈານ ໄດ້ ກະກຽມແຜນການສອນ, ສື່ການ ສອນ ແລະ ເນື້ອໃນໃຫ້ເໝາະສົມ ກັບລະດັບຂອງນັກຮຽນ, ພ້ອມທັງ ວາງແຜນການອົບຮົມຢ່າງຊັດເຈນ, ກຳນົດເວລາ ແລະ ກົດລະບຽບຢ່າງ ເໝາະສົມ, ເນັ້ນໃຫ້ນັກຮຽນຮູ້ຈັກຕົງ ຕໍ່ເວລາ, ເຄົາລົບລະບຽບ, ມີຄວາມ ຮັບຜິດຊອບ ແລະ ຮູ້ຈັກປັບປຸງຈຸດ ອ່ອນຂອງຕົນເອງ. ນາງ ຈັນຈິນດາ ສີບຸນເຮືອງ, ນັກຮຽນຫ້ອງ ມ.7/2 ໄດ້ໃຫ້ສໍາ ພາດວ່າ: ໃນສົກຮຽນໃໝ່ ມ7 ນີ້ ຊຶ່ງເປັນປີສຸດທ້າຍ, ນ້ອງມີຄວາມ ພ້ອມ ແລະ ຄວາມຕັ້ງໃຈຫລາຍ ກວ່າເກົ່າເພາະຮູ້ວ່ານີ້ແມ່ນຊ່ວງ ໄລຍະເວລາສໍາຄັນກ່ອນຈະສໍາເລັດ ການຮຽນ. ນ້ອງຈະຕັ້ງໃຈຮຽນ, ທົບທວນບົດຮຽນ, ຝຶກຝົນທັກສະ ຕ່າງໆ, ຮັກສາລະບຽບວິໄນ, ຮັກສາ ສຸຂະພາບ, ມີຄວາມສາມັກຄີກັບໝູ່ ເພື່ອນ, ເຄົາລົບ ຄູ-ອາຈານ ແລະ ພະຍາຍາມເກັບກ່ຽວຄວາມຮູ້ ເພື່ອ ຝຶກຝົນຕົນເອງໃຫ້ມີວິໄນ, ຟັງຄໍາ ສັ່ງສອນຂອງຄູ-ອາຈານ, ມີຄວາມ ຮັບຜິດຊອບ ແລະ ຜ່ານຜ່າທຸກ ຄວາມລໍາບາກ. ດ້ານຈິດໃຈນ້ອງ ໄດ້ກຽມຄວາມຄິດໃຫ້ພ້ອມ, ຮູ້ຈັກ ອົດທົນ, ປັບຕົວ ແລະ ບໍ່ທໍ້ຖອຍ ເມື່ອພົບອຸປະສັກ. ດ້ານຮ່າງກາຍ ນ້ອງຈະຫັນມາອອກກໍາລັງກາຍ, ຮັກສາສຸຂະພາບ, ພັກຜ່ອນໃຫ້ ພຽງພໍ ແລະ ກຽມຕົນເອງໃຫ້ພ້ອມ ໃນການຝຶກຝົນຫລໍ່ຫລອມຕົນເອງ ເພື່ອກາຍເປັນຄົນທີ່ມີຄວາມຮູ້ຄວາມ ສາມາດໃນອະນາຄົດ. ຈ າ ກ ຄ ວ າ ມ ມຸ່ ງ ໝັ້ນ ຂ ອ ງ ຄູ-ອາຈານ ແລະ ຄວາມຕັ້ງໃຈ ຂອງນັກຮຽນ, ການຮຽນ-ການ ສອນຂອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ຈຶ່ງມຸ່ງໄປສູ່ການ ສ້າງນັກຮຽນຮຸ່ນໃໝ່ໃຫ້ມີຄວາມ ຮູ້ຄຽງຄູ່ກັບຄຸນສົມບັດ, ມີລະບຽບ ວິໄນ, ມີຄວາມສາມັກຄີ ແລະ ຮູ້ຈັກ ຮັບຜິດຊອບຕໍ່ຕົນເອງ ແລະ ສ່ວນ ລວມ, ເພື່ອກຽມຄວາມພ້ອມກ້າວ ເຂົ້າສູ່ອະນາຄົດ. ໃນກອງທັບ, ເພາະນອກຈາກການ ຖ່າຍທອດຄວາມຮູ້ໃຫ້ນັກຮຽນ ແລ້ວ, ຍັງມີພາລະໜ້າທີ່ໃນການ ຫລໍ່ຫລອມຄົນຮຸ່ນສືບທອດໃຫ້ມີ ລະບຽບວິໄນ, ຄວາມຮັບຜິດຊອບ, ຈິດໃຈຮັກຊາດ ແລະ ມີຄວາມ ພ້ອມໃນການຮັບໃຊ້ສັງຄົມ ແລະ ປະເທດຊາດໃນອະນາຄົດ. ທ່ານນາງ ດອກແກ້ວ ກ່າວວ່າ: ການສອນຢູ່ໂຮງຮຽນກອງທັບມີ ຄວາມແຕກຕ່າງ ແລະ ທ້າທາຍກວ່າ ການສອນຢູ່ໂຮງຮຽນທົ່ວໄປ, ເພາະ ນອກຈາກການສອນດ້ານວິຊາການ ແລ້ວ ຄູ-ອາຈານ ຍັງຕ້ອງເນັ້ນການ ຝຶກຝົນດ້ານລະບຽບວິໄນ, ຄວາມ ຮັບຜິດຊອບ, ຄວາມສາມັກຄີ ແລະ ຈິດໃຈເສຍສະລະ. ນັກຮຽນມາຈາກ ຫລາຍພື້ນທີ່ ແລະ ມີພື້ນຖານຄວາມ ຮູ້, ນິໄສ ແລະ ຈິດໃຈແຕກຕ່າງ ກັນ, ຈຶ່ງຕ້ອງອາໄສການສອນທີ່ ເໝາະສົມ, ການແນະນຳ ແລະ ການ ຝຶກຝົນຢ່າງຕໍ່ເນື່ອງ. ສຳລັບການກະກຽມສົກຮຽນ ໃໝ່ນິ້ີ້, ໂຮງຮຽນໄດ້ໃຫ້ຄວາມ ນໍາໄປໃຊ້ໃນອະນາຄົດ. ສຳລັບ ນ້ອງໆນັກຮຽນໃໝ່, ນ້ອງຢາກຝາກ ໃຫ້ທຸກຄົນຈົ່ງມີຄວາມອົດທົນ, ມີ ວິໄນ ແລະ ຕັ້ງໃຈຮຽນ. ໃນໄລຍະ ທຳອິດອາດຈະຮູ້ສຶກລຳບາກ, ຄິດ ຮອດຄອບຄົວ ຫລື ຍັງປັບຕົວບໍ່ ທັນ, ແຕ່ຢາກໃຫ້ຖືວ່າທຸກອຸປະສັກ ແມ່ນບົດຮຽນທີ່ຊ່ວຍຫລໍ່ຫລອມ ຕົນເອງ. ຈົ່ງຟັງຄໍາສັ່ງ, ເຄົາລົບຄູ- ອາຈານ, ຮັກແພງ ແລະ ຊ່ວຍເຫລືອ ໝູ່ເພື່ອນ, ທີ່ສໍາຄັນຢ່າທໍ້ຖອຍກັບ ຄວາມລຳບາກໃນມື້ນີ້ ເພາະທຸກ ຄວາມພະຍາຍາມຈະນໍາໄປສູ່ຄວາມ ສໍາເລັດໃນອະນາຄົດ, ຂໍໃຫ້ຕັ້ງໃຈ ຮຽນ, ຮັກສາໂອກາດທີ່ໄດ້ຮັບ ແລະ ສ້າງຄວາມພາກພູມໃຈໃຫ້ແກ່ ຕົນເອງ, ຄອບຄົວ ແລະ ໂຮງຮຽນ. ທ້າວ ອານົງເດດ ວິຈຳປາ ນັກຮຽນຫ້ອງ ມ5/2 ໄດ້ສະແດງ ຄວາມຮູ້ສຶກວ່າ: ແຮງຈູງໃຈຫລັກ ຂອງນ້ອງແມ່ນຄວາມຝັນ ແລະ ຄວາມຕັ້ງໃຈທີ່ຢາກຮຽນຮູ້, ຢາກ ຝຶກຝົນຫລໍ່ຫລອມຕົນເອງໃຫ້ມີ ລະບຽບວິໄນ, ມີຄວາມຮູ້ ແລະ ຄວາມສາມາດ. ນອກຈາກນັ້ນ, ໂຮງຮຽນແຫ່ງນີ້ຍັງເປັນບ່ອນທີ່ ຊ່ວຍຫລໍ່ຫລອມໃຫ້ນ້ອງເປັນຄົນດີ, ມີວິໄນ, ມີຄວາມຮັບຜິດຊອບ ພ້ອມ ຮັບໃຊ້ສັງຄົມ ແລະ ປະເທດຊາດ ໃນອະນາຄົດ. ດັ່ງນັ້ນ, ນ້ອງຈຶ່ງ ຕັດສິນໃຈເຂົ້າມາຮຽນດ້ວຍຄວາມ ພາກພູມໃຈ. ສຳລັບເປົ້າໝາຍ ຂອງນ້ອງແມ່ນຕັ້ງໃຈຮຽນໃຫ້ດີ,
RkJQdWJsaXNoZXIy MTc3MTYxMQ==