ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ ການນໍາພາຂອງພັກ ທີ່ມີກຽດສະຫງ່າ

12/03/2025 14:17
ຂປລ ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່ 3 ແຂວງພາກເໜືອ ປະກອບມີ: ແຂວງໄຊສົມບູນ, ຊຽງຂວາງ ແລະ ​ແຂວງຫົວພັນ ຈັດຂຶ້ນໃນວັນທີ 12 ມີນາ 2025 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ອະດີດການນໍາພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 3 ແຂວງ ເຂົ້າຮ່ວມ.



ຂປລ. ສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ
70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າຢູ່ 3 ແຂວງພາກເໜືອ ປະກອບມີ: ແຂວງໄຊສົມບູນ, ຊຽງຂວາງ ແລະ ​ແຂວງຫົວພັນ  ຈັດຂຶ້ນໃນວັນທີ 12 ມີນາ 2025 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ​ເລຂາ​ພັກ​ແຂວງ, ເຈົ້າແຂວງຊຽງຂວາງ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ອະດີດການນໍາພັກແຂວງ, ນັກວິທະຍາສາດ ແລະ ແຂກທີ່ຖືກເຊີນຈາກ 3 ແຂວງ ເຂົ້າຮ່ວມ.

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ຮູ້ວ່າ: ການຈັດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າເປັນໜຶ່ງໃນກິດຈະກຳສໍາຄັນ ເພື່ອສະ ເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງເປັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ກຽມເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ການສໍາມະນາຄັ້ງນີ້, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກໍາ, ເປັນໂອກາດທີ່ຈະໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງແຫ່ງການນໍາພາຂອງ ພັກປະຊາຊົນປະ ຕິວັດລາວຕະຫລອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາພາລະກິດປະຕິວັດຢູ່ປະເທດເຮົາ.




ການສໍາມະນາຄັ້ງນີ້
, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຫລາຍຫົວຂໍ້ສໍາຄັນຄື: ການກໍາເນີດຂອງພັກປະຊາຊົນປະຕິວັດລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊະນະຂອງການປະຕິວັດ, ພັກປະຊາ ຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດຢ່າງສົມບູນ, ພັກກໍ່ສ້າງ ແລະ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດໃນແຕ່ລະໄລຍະ, ພັກນໍາພາກໍ່ສ້າງລັດຂອງປະຊາຊົນ ໂດຍປະຊາຊົນເພື່ອປະຊາຊົນ, ພັກນໍາພາພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ, ພັກນໍາພາພັດທະນາວັດທະນະທໍາ-ສັງຄົມ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ພັກນໍາພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ ຈຸດໝາຍ ສັງຄົມນິຍົມ, ພັກນໍາພາກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ ມີແບບແຜນທັນສະໄໝ ແລະ ພັກນໍາພາເປີດກວ້າງການຮ່ວມມືກັບຕ່າງປະເທດ.





ໂອກາດນີ້
, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ຍົກບາງດ້ານວ່າ: ການສ້າງຕັ້ງພັກປະຊາຊົນລາວ ເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ການກໍາເນີດຊອງພັກປະຊາຊົນລາວ ເປັນການສົມທົບລະຫວ່າງຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານໂຮ່ຈີ່​ມິ​ງ ນໍາມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນການສືບທອດພາລະກິດທີ່ມີກຽດສະຫງ່າ ຂອງພັກກອມມູນິດອິນດູຈີນ, ຮັບເອົາພາລະກໍາປະຫວັດສາດອັນແສນຫຍູ້ງຍາກ ແຕ່ສະ ຫງ່າລາສີ ແຫ່ງການນໍາພາການຕໍ່ສູ້ຂອງປະຊາຊົນລາວ, ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາຄັນຍິ່ງ ໃນປະຫວັດສາດຂອງການປະຕິວັດ. ພັກເຮົາໄດ້ຍຶດໝັ້ນ ແລະ ປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງດ່ຽວເດັດໜຽວແໜ້ນ. ພັກໄດ້ນໍາພາ-ຊີ້ນໍາໂດຍກົງ, ເດັດຂາດ ແລະ ຮອບດ້ານຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ນັກຮົບທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກໍາລັງທີ່ຈົ່ງຮັກພັກດີ, ບໍລິສຸດສັດຊື່ຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ, ຕັ້ງໜ້າອົບຮົມ, ຫັດແອບສິລະປະຍຸດ, ຍຸດທະວີທີໃຫ້ຊໍານານ, ພັກເຮົາລະດົມໄດ້ກໍາລັງແຮງໝົດທັງຊາດ, ກໍາລັງແຮງຂອງກອງທັບ, ກໍາລັງແຮງຂອງປະຊາຊົນລາວ ໃນທົ່ວປະເທດຢ່າງສຸດຂີດ, ສົມທົບກໍາລັງແຮງແຫ່ງກ້ອນກໍາລັງ ສໍາພັນສູ້ຮົບ ລະຫວ່າງ ປະຊາຊົນສາມຊາດລາວ-ຫວຽດນາມ-ກໍາປູເຈຍ.




ສະຫາຍຮອງນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ພັກຍຶດໝັ້ນແນວທາງການຕ່າງປະເທດ ສັນຕິ ພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າປະຊາຄົມອາຊຽນ
; ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານ ຫລັກການເຄົາລົບ​ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປັດຈຸບັນ, ສປປ ລາວ ມີສາຍພົວພັນການທູດກັບ 149 ປະເທດ, ມີສໍານັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ 42 ແຫ່ງ, ມີສໍານັກງານຜູ້ຕາງໜ້າຂອງຕ່າງປະເທດປະຈໍາຢູ່ ສປປ ລາວ 33 ແຫ່ງ, ສ້າງຕັ້ງສະມາຄົມ ມິດຕະພາບກັບ 18 ປະເທດ; ພົວພັນກັບພັກການເມືອງຫລາຍກວ່າ 140 ພັກ ແລະ ພົວພັນດ້ານເສດຖະກິດ ກັບຫລາຍກວ່າ 50 ປະເທດ.

ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດການເມືອງ

      ສຊປລ ຫວນຄືນມູນເຊື້ອ ວັນສຳຄັນ ຂອງພັກ ຂອງຊາດ

      3/12/2025 2:25:28 PM

      ຂປລ. ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຈັດປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 79 ໃນວັນທີ 12 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາ ຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງການເມືອງ

      ພັກເປັນຜູ້ນໍາພາໂດຍກົງ ຮອບດ້ານ ແລະ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ

      3/12/2025 2:06:23 PM

      ຂປລ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຈາກ ພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງໃນການນໍາພາກໍ່ຕັ້ງ, ພັກໄດ້ຖືເອົາລັດທິມາກ-ເລນິນ ສົມທົບໃສ່ພາກປະຕິບັດຕົວຈິງ ຂອງການປະຕິວັດລາວ ເປັນພື້ນຖານແຫ່ງຄວາມຄິດ ແລະ ເປັນເຂັມທິດຊີ້ທາງໃຫ້ແກ່ ການກະທຳຂອງພັກ.

    • ຄຕພ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນການເມືອງ

      ຄຕພ ມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

      3/12/2025 1:57:32 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີມອບ-ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມ​ທັງເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປີ 2024; ສະຫລຸບ ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດ ທະນາ ປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະບໍລິຫານງານພັກ, ຫ້ອງ ການ, ບັນດາກົມ, ພະແນກ, ສະມາຊິກພັກ ​ແລະ ພະນັກງານ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊການເມືອງ

      ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

      3/12/2025 1:28:55 PM

      ຂປລ. ​ໃນວັນທີ 11 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງຊານໄຊ ແຂວງອັດຕະປື ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

    • ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງການເມືອງ

      ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ

      3/12/2025 1:01:07 PM

      ຂປລ. ວັນທີ 11 ມີນາ 2025 ນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຊຽງຂວາງ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ຊຽງຂວາງ ພ້ອມດ້ວຍການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ຢູ່ສະໜາມບິນແຂວງຊຽງຂວາງ.

ads
ads

Top