ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງ

12/03/2025 09:56
Email Print 771
ຂປລ ກະສິກອນຫລາຍທ່ານທີ່ປູກໝາກໄມ້ກິນໝາກ ມັກມີບັນຫາກ່ຽວກັບສະຕູພືດມາລົບກວນຜົນຜະລິດ ໂດຍສະເພາະແມ່ນໃນລະດູທີ່ໝາກໄມ້ເລີ່ມສຸກ ຈະມີແມງໄມ້ມາລົບກວນຫລາຍທີ່ສຸດ ເປັນຕົ້ນແມ່ນແມງວັນທອງ.

     *ກະສິກອນຫລາຍທ່ານທີ່ປູກໝາກໄມ້ກິນໝາກ ມັກມີບັນຫາກ່ຽວກັບສະຕູພືດມາລົບກວນຜົນຜະລິດ ໂດຍສະເພາະແມ່ນໃນລະດູທີ່ໝາກໄມ້ເລີ່ມສຸກ ຈະມີແມງໄມ້ມາລົບກວນຫລາຍທີ່ສຸດ ເປັນຕົ້ນແມ່ນແມງວັນທອງ ດັ່ງນັ້ນຄໍລຳສຶກສາຫາຄວາມຮູ້ມື້ນີ້ ໄດ້ນຳເອົາວີທີກຳຈັດສັດຕູພືດ ໂດຍສະເພາະແມ່ນແມງວັນທອງແບບພື້ນບ້ານປາສະຈາກສານເຄມີມານຳສະເໜີ ເຊິ່ງເປັນວິທີງ່າຍໆທີ່ທຸກຄົນສາມາດເຮັດເອງໄດ້.


   ອຸປະກອນທີ່ນຳມາເຮັດປະກອບມີ: ແກ່ນຖົວພູ 1 ກໍາມື, ໝາກໄມ້ສຸກ ເຊິ່ງເປັນໝາກໄມ້ຊະນິດອື່ນທີ່ຕ່າງຈາກໝາກໄມ້ທີ່ປູກ ແຕ່ຕ້ອງມີກິ່ນຫອມເປັນພິເສດ 1 ໝ່ວຍ, ດອກໃບກະເພົາ 1 ກຳມື, ກະຕຸກນ້ຳດື່ມໃຊ້ແລ້ວລ້າງໃຫ້ສະອາດ. ສຳລັບຂັ້ນຕອນການເຮັດແມ່ນເຈາະຝາກະຕຸກນ້ຳດື່ມໃຫ້ເປັນຮູປະມານ 1 ດິ້ວມືຫລາຍຮູ ແລ້ວໃສ່ນ້ຳປະມານ1/3 ຂອງກະຕຸກ, ໃສ່ແກ່ນໝາກຖົ່ວພູ ແລ້ວນຳໄປແຂວນໄມ້ຢູ່ຕາມງ່າໄມ້, ຫລັງຈາກນັ້ນ 3 ມື ກໍນຳເອົາດອກໃບກະເພົາ ແລະ ໝາກໄມ້ສຸກທີ່ກຽມໄວ້ໄປວາງຕາມງ່າໄມ້. 


    ເມື່ອແມງໄມ້ ຫລື ແມງວັນທອງມາຕອມໝາກໄມ້ສຸກທີ່ເຮົາເອົາໄປປະໄວ້ແລ້ວມັນຈະລົງໄປກິນນ້ຳ ແກ່ນຖົ່ວພູທີ່ຢູ່ໃນກະຕຸກ ແລະ ກໍຈະຕາຍໃນເວລາຕໍ່ມາ; ວິທີນີ້ເປັນການຫລຸດຜ່ອນປະລິມານສັດຕູພືດ ໃຫ້ໜ້ອຍລົງ ແລະ ຍັງປອດໄພຈາກການໃສ່ສານເຄມີປາບສັດຕູພືດ.

ໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top