ວັນສ້າງຕັ້ງພັກ ປປ ລາວ ເປັນວັນທີ່ມີຄວາມໝາຍສຳຄັນທາງປະວັດສາດຂອງຊາດ

11/03/2025 10:09
Email Print 860
ຂປລ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ໃກ້ຈະມາເທິງນີ້, ທ່ານ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງເຊກອງ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວ ກັບນັກຂ່າວແຂວງເມ່ືອບໍ່ດົນມານີ້.

     *ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ໃກ້ຈະມາເທິງນີ້, ທ່ານ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງເຊກອງ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວ ກັບນັກຂ່າວແຂວງເມ່ືອບໍ່ດົນມານີ້ວ່າ: ວັນສ້າງຕັ້ງພັກ ປປ ລາວ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດ, ແມ່ນວັນແຫ່ງໄຊຊະນະຂອງປວງຊົນລາວບັນດາເຜົ່າ. ຂ້າພະເຈົ້າໃນນາມທ່ີເປັນສະມາຊິກພັກຜູ້ໜຶຶ່ງມີຄວາມດີໃຈ ແລະ ພາກພູມໃຈທີ່ສຸດທີ່ເຫັນໄດ້ ພາຍໃຕ້ການນຳພາ-ຊີ້ນໍາຂອງພັກຕະຫລອດ 70 ປີຜ່ານມາ ເຮັດໃຫ້ປະເທດຊາດ, ບ້ານເມືອງມີຄວາມສະຫງົບ ແລະ ໄດ້ຮັບການພັດທະນາຂຶ້ນເລື້ອຍໆຢ່າງບໍ່ຢຸດຢັ້ງ.

   ທ່ານ ສີໄຄ້ ລຽງສະຫວັດ ກ່າວຕື່ມວ່າ: ພັກ ປປ ລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງການເມືອງ ສູງສຸດຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ຈ່ົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕ່ໍສິດ ແລະ ຜົນປະໂຫຍດຂອງຊົນຊ້ັນກໍາມະກອນ-ຊາວຜູ້ອອກແຮງງານລາວບັນດາເຜົ່າ. ພັກ ປປ ລາວ ໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ທີ່ບ້ານນາແມວ ເມືອງ ວຽງໄຊ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຫລັກແຫລ່ງນໍາພາກໍ່ຕັ້ງ, ຖະນຸບໍາລຸງ, ຝຶກຝົນຫລໍ່ຫລອມ, ກໍ່ສ້າງ ແລະ ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ. ພັກ ປປ ລາວ ໄດ້ກໍາເນີດເກີດຂຶ້ນຈາກຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ໂດຍສະເພາະອີງໃສ່ການຫັນປ່ຽນໃໝ່ໃຫ້ແທດເໝາະກັບຄວາມເປັນຈິງໃນແຕ່ລະໄລຍະຂອງພັກ; ຄະນະພັກ-ຄະນະນໍາພະແນກການເງິນແຂວງເຊກອງກໍໄດ້ຫັນເອົາແນວທາງນະໂຍບາຍຂອງພັກ ມາເປັນແບບແຜນ, ແຜນງານ, ໂຄງການ ແລະ ແຜນການຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຂະແໜງການຕົນ ເພື່ອນຳພາສະມາຊິກພັກ, ພະນັກງານ-  ລັດຖະກອນຈັດຕ້ັງປະຕິບັດໃຫ້ໄດ້ທ່ົວເຖິງ ແລະ ປະກົດຜົນເປັນຈິງ. 

   ສຳລັບພະແນກການເງິນແຂວງ ເຊກອງ ໃນໄລຍະ 1 ປີ (2024) ຜ່ານມາ, ສາມາດປະຕິບັດວຽກງານຂອງຕົນຮັບຜິດຊອບໄດ້ສຳເລັດຜົນເປັນຕົ້ນ, ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ, ການຈັດຕັ້ງປະຕິບັດດໍາລັດ 599/ລບ, 0393/ກງ ແລະ ການຄຸ້ມຄອງແຮ່ທາດ ນັບມື້ມີປະສິດທິພາບ ແລະ ປະສິດທິຜົນສູງ. ອັນພົ້ນເດັ່ນແມ່ນການເກັບລາຍຮັບເຂົ້າງົບປະມານສາມາດ ປະຕິບັດໄດ້ 632,48 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 211,56% ທຽບ ໃສ່ປີ 2023 ເພ່ີມຂ້ຶນ 110,24% ແລະ ລາຍຈ່າຍງົບປະມານປະຕິບັດ ໄດ້ 451,63 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 99,28% ທຽບໃສ່ປີ 2023 ເພີ່ມຂຶ້ນ 6,39% ປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ກໍຄືຊ່ວຍລັດຖະບານແກ້ໄຂບັນຫາເຄັ່ງຮ້ອນ. ສໍາລັບທິດທາງໃນປີ 2025 ຈະສືບນໍາພາ-ຊີ້ນໍາການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃຫ້ບັນລຸຕາມຄາດໝາຍແຜນການ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ປະກົດຜົນເປັນຈິງ ໂດຍກ້າວຂຶ້ນເປັນແຂວງກຸ້ມຕົນເອງດ້ານການເງິນ.

   ໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ, ທ່ານ ສີໄຄ້ ລຽງສະຫວັດ ຍັງໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ, ສືບຕໍ່ນໍາພາ-ຊີ້ນໍາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ ແລະ ກ້າວຂຶ້ນສັງຄົມນິຍົມ.

ພັກປະຊາຊົນ ປະຕິວັດລາວ ທີ່ມີ ກຽດສະຫງ່າ ໝັ້ນຍືນ!

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top