ຕະຫລາດດອກໄມ້ສົດໃຫຍ່ສຸດໃນອາຊີ ສ້າງຍອດຂາຍບັນລຸ 11.500 ລ້ານຢວນ

26/02/2025 22:32
Email Print 5240
ຂປລ ຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ປະເທດສປຈີນ ຊຶ່ງເປັນ ຕະຫລາດ ດອກໄມ້ສົດຂະ ໜາດໃຫຍ່ທີ່ສຸດ ຂອງ ອາຊີ ມີປະລິມານ ການຊື້-ຂາຍ ດອກໄມ້ ລວມມີ 14.180 ລ້ານດອກ

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກເມືອງ ຄຸນຫມິງ ປະເທດ ສປຈີນ, ເມື່ອບໍ່ດົນມານີ້, ຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ປະເທດສປຈີນ ຊຶ່ງເປັນ ຕະຫລາດ ດອກໄມ້ສົດຂະ    ໜາດໃຫຍ່ທີ່ສຸດ ຂອງ ອາຊີ ມີປະລິມານ ການຊື້-ຂາຍ ດອກໄມ້ ລວມມີ 14.180 ລ້ານດອກ ເມື່ອປີ 2024 ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີຕໍ່ປີ ແລະ ກວມເອົາມູນຄ່າ 11.500 ລ້ານຢວນ ເຮັດໃຫ້ປະລິມານ ແລະ ມູນຄ່າການຊື້-ຂາຍສູງສຸດໃນສປຈີນ ຢ່າງຕິດຕໍ່ກັນ 25 ປີ.

ໂດຍຕະຫລາດດອກໄມ້ ໂຕ່ວຫນານ ຕັ້ງຢູ່ເຂດເສີງກົງ ຂອງ ເມືອງຄຸນຫມິງ ໃນແຂວງຍຢຸນນານ ທາງຕາເວັນຕົກສຽງໃຕ້ ຂອງ ສປຈີນ ເປັນສູນກາງ ການຄ້າດອກໄມ້ສົດ ຂະໜາດໃຫຍ່ທີ່ສຸດ ອັນດັບ 2 ຂອງໂລກ , ຊຶ່ງດອກໄມ້ ແຫ່ງນີ້ ໄດ້ນຳສົ່ງໄປຈຳໜ່າຍ ໃນທຸກແຂວງ  ຢູ່ສປຈີນ ແລະ ປະເທດຕ່າງໆ ທົ່ວໂລກ ຫລາຍກວ່າ 50 ແຫ່ງ ລວມເຖິງ ຍີ່ປຸ່ນ ແລະ ໄທ ອີກດ້ວຍ. /

 

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top