ແຟມມີລີແລນ ລີສອດ ເປີດໃຫ້ບໍລິການຕິດພັນກັບທຳມະຊາດ

25/02/2025 15:38
Email Print 2532
ຂປລ ຂປລ. ປັດຈຸບັນ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍາລັງນິຍົມຊົມຊອບ ແລະ ໃຫ້ຄວາມສົນໃຈ ສະຖານທີ່ ທ່ອງທ່ຽວທາງທຳມະຊາດ, ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນ, ລວມເຖິງສະຖານທີ່ພັກຜ່ອນ ຕິດແຄມນໍ້າ, ອ້ອມຮອບດ້ວຍສາຍພູ ແລະ ປ່າໄມ້ ໄດ້ກາຍເປັນຈຸດໝາຍຂອງບັນດານັກທ່ອງທ່ຽວ ເຊັ່ນດຽວກັນກັບ ແຟມມີລີແລນ ລີສອດ (Family Land Resort ) ເປັນສະຖານທີ່ພັກຜ່ອນແຫ່ງໜຶ່ງຢູ່ ເມືອງວັງວຽງ ແຂວງວຽງຈັນ



ຂປລ. ປັດຈຸບັນ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍາລັງນິຍົມຊົມຊອບ ແລະ ໃຫ້ຄວາມສົນໃຈ ສະຖານທີ່ ທ່ອງທ່ຽວທາງທຳມະຊາດ
, ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນ, ລວມເຖິງສະຖານທີ່ພັກຜ່ອນ ຕິດແຄມນໍ້າ, ອ້ອມຮອບດ້ວຍສາຍພູ ແລະ ປ່າໄມ້ ໄດ້ກາຍເປັນຈຸດໝາຍຂອງບັນດານັກທ່ອງທ່ຽວ ເຊັ່ນດຽວກັນກັບ ແຟມມີລີແລນ ລີສອດ (Family Land Resort ) ເປັນສະຖານທີ່ພັກຜ່ອນແຫ່ງໜຶ່ງຢູ່ ເມືອງວັງວຽງ ແຂວງວຽງຈັນ ກຳລັງໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຍ້ອນເປັນສະຖານທີ່ ທີ່ມີເອກະລັກສະເພາະ, ສວຍງາມ, ຕິດກັບສາຍນໍ້າຊອງ ແລະ ອ້ອມຮອບດ້ວຍພູຜາ, ປ່າໄມ້ ແລະ ປະດັບປະດາດ້ວຍຕົ້ນໄມ້, ດອກໄມ້ ທີ່ສວຍງາມ.






ທ່ານ ຄໍາຮຸ່ງ ຄໍາພາ ຜູ້ຈັດການ ແຟມມີລີແລນ ລີສອດ ໄດ້ໃຫ້ສຳພາດໃນວັນທີ
22 ກຸມພາ 2025 ຜ່າ​ນມາວ່າ:  ແຟມມີລີແລນ ລີສອດ ຕັ້ງຢູ່ບ້ານວຽງສະໄໝ ເມືອງວັງວຽງ ແຂວງວຽງຈັນ ຫ່າງຈາກຕົວເມືອງວັງວຽງ ປະມານ 8 ກິໂລແມັດ, ເລີ່ມເປີດໃຫ້ບໍລິການມາແຕ່ປີ 2023, ປັດຈຸບັນ ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ, ພັກຜ່ອນເປັນຈຳນວນຫລາຍ ເນື່ອງຈາກວ່າ ລີສອດແຫ່ງນີ້, ໄດ້ມີການຕົບແຕ່ງໃຫ້ເປັນເອກະລັກສະເພາະ, ແຕກຕ່າງຈາກສະຖານທີ່ອື່ນໆ ເປັນຕົ້ນ ໄດ້ຕົບແຕ່ງ ຫ້ອງພັກ ທີ່ມີລັກສະນະໂດດເດັ່ນ ເປັນຮູບວົງມົນ ຫລື ເອີ້ນວ່າໂດມ. ໃນນັ້ນ, ປະກອບມີສິ່ງອຳນວຍ ຄວາມສະດວກຕ່າງໆ ເຊັ່ນ: ຕຽງນອນ, ເຄື່ອງປັບອາກາດ, ໂຕະ ແລະ ຕູ້ເສື້ອຜ້າຂະໜາດນ້ອຍສຳລັບໄວ້ເຄື່ອງ, ມີຫ້ອງນໍ້າສຳລັບໃຊ້ສ່ວນຕົວ ທີ່ສາມາດແນ້ມເຫັນສາຍພູ ແລະ ທຳມະຊາດ. ລີສອດແຫ່ງນີ້, ເໝາະສຳລັບຄົນທີ່ຢາກມາພັກຜ່ອນ, ໜີຈາກຄວາມວຸ້ນວາຍໃນຕົວເມືອງ ເນື່ອງຈາກເປັນສະຖານທີ່ ທີ່ມີຄວາມງຽບສະຫງົບ, ປອດໄພ, ອາກາດປອດໂປ່ງ, ອ້ອມຮອບດ້ວຍພູຜາປ່າໄມ້ທີ່ຂຽວສົດງົດງາມ ແລະ ມີສາຍນໍ້າຊອງໄຫລຜ່ານ, ໃນຄໍ່າຄືນແຫ່ງຄວາມສະຫງົບ ກໍຈະໄດ້ຍິນສຽງນໍ້າໄຫລ ປະສານກັບສຽງນົກຮ້ອງ ສາມາດເພີ່ມພະລັງງານບວກ, ປົດປ່ອຍຄວາມຕຶງຄຽດ ແລະ ເມື່ອຍລ້າ ຈາກການເຮັດວຽກ.

ທ່ານ ຄໍາຮຸ່ງ ຄໍາພາ ໃຫ້ຮູ້ອີກວ່າ: ສຳລັບ ວັດຖຸດິບ ທີ່ນຳເຂົ້າມາປຸງແຕ່ງອາຫານ ແມ່ນນຳໃຊ້ຜະລິດຕະພັນ ຢູ່ພາຍໃນເມືອງເປັນຫລັກ ໂດຍເນັ້ນໃສ່ວັດຖຸດິບທີ່ສົດ, ໃໝ່, ສະອາດ ແລະ ມີຄຸນນະ ພາບ ແນໃສ່ສ້າງຄວາມປະທັບໃຈ ເຮັດໃຫ້ນັກທ່ອງທ່ຽວ ໄດ້ກິນອາຫານທີ່ມີຄຸນນະພາບ, ສະອາດ ແລະ ປອດໄພ. ພ້ອມນີ້, ທາງລີສອດ ຍັງເນັ້ນຮັບພະນັກງານຢູ່ພາຍໃນທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າ ມີວຽກເຮັດງານທຳ ແລະ ສາມາດສ້າງລາຍຮັບໃຫ້ກຸ້ມຢູ່ກຸ້ມກິນ.



ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top