ຂປລ
ທາງການ ກຳປູເຈຍ ລາຍງານວ່າ: ອຸທະຍານບູຮານ ຄະດີອັງກໍ ຫລື ໝູ່ປາສາດ ນະຄອນວັດ ຊື່ດັງ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຊາວຕ່າງປະເທດ ໃນໄລຍະເດືອນ ມັງກອນ-ຕຸລາ ຂອງ ປີ 2026 ລວມທັງໝົດ 566,714 ຄົນ, ຫລຸດລົງ 26% ເມື່ອທຽບປີຕໍ່ປີ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທາງການ ກຳປູເຈຍ ລາຍງານວ່າ: ອຸທະຍານບູຮານ ຄະດີອັງກໍ ຫລື ໝູ່ປາສາດ ນະຄອນວັດ ຊື່ດັງ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຊາວຕ່າງປະເທດ ໃນໄລຍະເດືອນ ມັງກອນ-ຕຸລາ ຂອງ ປີ 2026 ລວມທັງໝົດ 566,714 ຄົນ, ຫລຸດລົງ 26% ເມື່ອທຽບປີຕໍ່ປີ (Year-on-Year), ໂດຍຕົວເລກສະເພາະ ເດືອນຕຸລາ ລວມມີ 56.186 ຄົນ, ຫລຸດລົງ 6,7% ເມື່ອທຽບປີຕໍ່ປີ.
ໃນຂະນະດຽວກັນ, ອຸທະຍານ ດັ່ງກ່າວ ມີລາຍໄດ້ ຈາກການ ຈຳໜ່າຍບັດເຂົ້າຊົມ ໃນໄລຍະ 10 ເດືອນທຳອິດຂອງປີນີ້ ດ້ວຍມູນຄ່າ 27 ລ້ານໂດລາ ສະຫະລັດ, ຫລຸດລົງ 24% ເມື່ອທຽບປີຕໍ່ປີ.
ນອກຈາກນັ້ນ, ທ່ານ ທອງ ເມງດາວິດ (Thong Mengdavid) ຮອງຜູ້ອຳນວຍການ ສູນຈີນ-ອາຊຽນ ສຶກສາ ສັງກັດ ມະຫາວິທະຍາໄລ ເຕັກໂນໂລຊີ ແລະ ວິທະຍາສາດ ກຳປູເຈຍ ໄດ້ສະແດງ ທັດສະນະ ດ້ານບວກວ່າ: ຈຳນວນ ນັກທ່ອງທ່ຽວ ຈະຟື້ນຕົວຂຶ້ນ ໃນໄລຍະສອງສາມປີ ຕໍ່ໜ້າ ໂດຍອ້າງອີງເຖິງ ຄວາມພະຍາຍາມ ຂອງ ກຳປູເຈຍ ໃນການປາບປາມ ເຄືອຂ່າຍ ຫລອກລວງ ທາງອອນໄລຢ່າງຕໍ່ເນື່ອງ./
KPL