ເອີຣົບ ຈະລະບາຍນ້ຳມັນ ສຳຮອງລວມ 42,6 ລ້ານຖັງ

03/11/2026 17:18
ຂປລ ທ່ານ ແດນ ຢໍເກນເຊນ (Dan Jørgensen) ກໍາມະການ ເອີຣົບ ດ້ານພະລັງງານ ແລະ ການເຄຫາ ເປີດເຜີຍວ່າ: ປະເທດ ສະມາຊິກ ສະຫະພາບ ເອີຣົບ (EU) ຈະເລັ່ງລະບາຍ ນ້ຳມັນ ສໍາຮອງ ຍຸດທະສາດ ໃນຊຸມເດືອນຕໍ່ໜ້າ ລວມມີ 42,6 ລ້ານຖັງ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ແດນ ຢໍເກນເຊນ (Dan Jørgensen) ກໍາມະການ ເອີຣົບ ດ້ານພະລັງງານ ແລະ ການເຄຫາ ເປີດເຜີຍວ່າ: ປະເທດ ສະມາຊິກ ສະຫະພາບ ເອີຣົບ (EU) ຈະເລັ່ງລະບາຍ ນ້ຳມັນ ສໍາຮອງ ຍຸດທະສາດ ໃນຊຸມເດືອນຕໍ່ໜ້າ ລວມມີ 42,6 ລ້ານຖັງ, ໃນນັ້ນເກືອບເຄິ່ງໜຶ່ງ ແມ່ນນ້ຳມັນກາຊວນ ຫລັງຈາກ ສຳເລັດ ກອງປະຊຸມຄະນະ ລັດຖະມົນຕີ ພະລັງງານຂອງ ສະຫະພາບເອີຣົບ  ຢູ່ລຸກຊໍາບວກ ເພື່ອປຶກສາຫາລື ກ່ຽວກັບ ຄວາມໝັ້ນຄົງ ທາງດ້ານພະລັງງານ ກ່ອນເຂົ້າສູ່ ລະດູໜາວ, ລາຄາ ພະລັງງານ ແລະ ມາດຕະການ ຮັກສາ ສະຖຽນລະພາບ ຄວາມຕ້ອງການ ນ້ຳມັນ ກາຊວນ.

ໃນຂະນະທີ່ ເອີຣົບ ພວມຜະເຊີນກັບ ຄວາມຫຍຸ້ງຍາກ ຈາກ ລະດູໜາວ.   ປັດຈຸບັນ ຄາດວ່າ ຈະເກີດບັນຫາ ດ້ານຄວາມໝັ້ນຄົງ ຂອງ ຄວາມຕ້ອງການ ພະລັງງານ, ເຖິງຢ່າງໃດກໍຕາມ ສະຖານະການ ຍັງຄົງເປັນ ສິ່ງທ້າທາຍ ສຳລັບປະຊາຊົນ ທີ່ ພວມປະສົບກັບ ຄວາມລຳບາກ ໃນການຊຳລະຄ່າໃຊ້ຈ່າຍ ດ້ານພະລັງງານ.

ນອກຈາກນັ້ນ, ຕະຫລາດ ພະລັງງານທົ່ວໂລກ ຍັງຄົງ ຜະເຊີນກັບ ແຮງກົດດັນ ທ່າມກາງ ຄວາມເຄັ່ງຕືງໃນເຂດຕາເວັນອອກກາງ ໂດຍສະເພາະ ຕະຫລາດນ້ຳມັນ ປະຈຳເດືອນຕຸລາ, ອົງການດັ່ງກ່າວ ລະບຸວ່າ ນ້ຳມັນກາຊວນທົ່ວໂລກ ຍັງສືບຕໍ່ເຄັ່ງຕຶງ ເນື່ອງຈາກ ຄວາມຂັດແຍ້ງ ຈາກຕາເວັນອອກກາງ ແລະ ຣັດເຊຍ ສົ່ງຜົນໃຫ້ ປະລິມານ ນ້ຳມັນ ສຳຮອງຫລຸດລົງ ໃນຂະນະທີ່ ລາຄາ ນ້ຳມັນກາຊວນ ໃນເອີຣົບ ແລະ ພາກພື້ນອື່ນໆ ຍັງຄົງປັບຕົວສູງຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top