ຂປລ
ເຂດຢາງກຸ້ງ ຂອງ ມຽນມາ ຈະຈັດຕັ້ງສະຖານທີ່ພັກຮ້ອນ ເພື່ອບັນເທົາທຸກ ຈາກ ອາກາດຮ້ອນ ຫລາຍກວ່າ 600 ແຫ່ງໃນທົ່ວ 14 ເຂດ ຊຶ່ງ ຈະສາມາດ ຮອງຮັບ ປະຊາຊົນ ຫລາຍກວ່າ 1,5 ແສນຄົນ ເພື່ອຊ່ວຍ ປະຊາຊົນ ທີ່ອາໄສ ໃນພື້ນທີ່ ໃຫ້ສາມາດ ຮັບມືກັບ ອາກາດຮ້ອນຮຸນແຮງ ເນື່ອງຈາກໄດ້ຮັບ ຜົນກະທົບ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຂດຢາງກຸ້ງ ຂອງ ມຽນມາ ຈະຈັດຕັ້ງສະຖານທີ່ພັກຮ້ອນ ເພື່ອບັນເທົາທຸກ ຈາກ ອາກາດຮ້ອນ ຫລາຍກວ່າ 600 ແຫ່ງໃນທົ່ວ 14 ເຂດ ຊຶ່ງ ຈະສາມາດ ຮອງຮັບ ປະຊາຊົນ ຫລາຍກວ່າ 1,5 ແສນຄົນ ເພື່ອຊ່ວຍ ປະຊາຊົນ ທີ່ອາໄສ ໃນພື້ນທີ່ ໃຫ້ສາມາດ ຮັບມືກັບ ອາກາດຮ້ອນຮຸນແຮງ ເນື່ອງຈາກໄດ້ຮັບ ຜົນກະທົບ ຈາກປະກົດການ ເອລນີໂຢ (El Nino) ລະດັບຮຸນແຮງ.
ອຳນາດ ການປົກຄອງ ເຂດຢ້າງກຸ້ງ ໄດ້ກະກຽມ ຄວາມພ້ອມ ໃນການບໍລິການ ດ້ານສາທາລະນະສຸກ ຢ່າງຕໍ່ເນື່ອງ ໃນໄລຍະອາກາດ ຮ້ອນຮຸນແຮງ, ໃນຂະນະທີ່ ໂຮງໝໍ, ຄລີນິກ ແລະ ສູນສາທາລະນະສຸກ ໃນເຂດຊົນນະບົດ ໂດຍມີ ການຈັດສັນ ບຸກຄະລາກອນ ການແພດ ພ້ອມໃຫ້ ການຊ່ວຍເຫລືອປະຊາຊົນ.
ສຳນັກອຸຕຸນິຍົມ ແລະ ອຸທົກກະສາດ ຂອງ ມຽນມາ ລະບຸວ່າ: ປະກົດການ ເອລນີໂຢ ລະດັບ ຮຸນແຮງຫລາຍອາດຈະເພີ່ມຂຶ້ນ ສູ່ລະດັບ ສູງສຸດ ໃນໄລຍະເດືອນພະຈິກ-ທັນວາ 2026 ຕາມການປະເມີນ ຂອງ ອົງການອຸຕຸນິຍົມ ວິທະຍາໂລກ (WMO) ແລະ ກຸ່ມສູນວິໄຈ ສະພາບ ພູມອາກາດ ສາກົນ.
ນອກຈາກນັ້ນ, ສຳນັກດັ່ງກ່າວ ຍັງໄດ້ເຕືອນວ່າ ປະກົດການ ເອລນີໂຢ ອາດຈະສົ່ງຜົນໃຫ້ ເກີດຝົນຕົກຢ່າງຜິດປົກກະຕິ, ອຸນຫະພູມອາກາດ ເພີ່ມຂຶ້ນ, ພະຍຸຝົນ ຜິດປົກກະຕິ, ໄພແຫ້ງແລ້ງ ແລະ ສະພາບ ອາກາດ ສຸດຂົ້ວອື່ນໆ ໃນລະດູຮ້ອນ ທີ່ ຈະມາເຖິງ./
KPL