ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

19/02/2025 21:48
Email Print 6440
ຂປລ ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.




ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ
I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.




ສະຫາຍ ພັນໂທ ນາງ ຄຳບາງ ອ້ວນເລືອງສີ ຫົວໜ້າພະແນກແຜນການ ແລະ ບໍລິຫານການສຶກສາ ໄດ້ຜ່ານບົດສະຫລຸບບັ້ນທວນຄືນ ແລະ ສອບເສັງພາກຮຽນທີ
I ສົກຮຽນ 2024-2025 ​ໂດຍສະຫາຍ​ໄດ້ໃຫ້ຮູ້ວ່າ: ຫ້ອງສຶກສາເປັນຫ້ອງການຄູ ມີໜ້າທີ່ໃນການສິດສອນ ສົ່ງຄວາມຮູ້ໃຫ້ນັກຮຽນ ໃນລະບົບສາມັກສຶກສາ ແລະ ປະຕິບັດວຽກງານປິ່ນອ້ອມຕາມແຜນການຂອງໂຮງຮຽນ. ໃນນີ້, ປະກອບມີ ພະນັກງານ, ຄຸ-ອາຈານ ແລະ ນັກຮົບທັງໝົດ 137 ສະຫາຍ, ຍິງ 64 ສະຫາຍ, ພະນັກງານບໍລິຫານ-ວິຊາການ 14 ສະຫາຍ, ຍິງ 7 ສະຫາຍ; ນັກຮຽນທັງໝົດມີ 400 ຄົນ, ຍິງ 135 ຄົນ, ແບ່ງອອກເປັນຊັ້ນລະ 4 ຫ້ອງຮຽນ; ຊັ້ນ ມ2 ມີ 135 ຄົນ, ຍິງ 31 ຄົນ, ຊັ້ນ ມ6 ມີ 132 ຄົນ, ຍິງ 44 ຄົນ, ຊັ້ນ ມ7 ມີ 133 ຄົນ, ຍິງ 59 ຄົນ, ມີໜ້າສອບເສັງຕົວຈິງ 399 ຄົນ, ຍິງ 58 ຄົນ. ສຳລັບການສອບເສັງພາກຮຽນທີ I ສົກຮຽນ 2024-2025 ເລີ່ມແຕ່ທີ 13-17 ມັງກອນ 2025 ແມ່ນຮັກສາໄດ້ຄວາມສະງົບປອດໄພ 100%, ຮັບປະກັນໄດ້ປະລິມານ ແລະ ຄຸນນະພາບສູງ ເຊິ່ງສະແດງໃຫ້ ເຫັນຜົນການສອບເສັງ ຊັ້ນ ມ2 ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ລວມ 129 ຄົນ, ຍິງ 31 ເທົ່າກັບ 95,5 %; ຊັ້ນ ມ6 ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ລວມ 131 ຄົນ, ຍິງ 44 ເທົ່າກັບ 99,24 %, ຊັ້ນ ມ7 ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ລວມ 132 ຄົນ, ຍິງ 58 ເທົ່າກັບ 99,24 %. ນອກນັ້ນ, ຍັງມີວຽກງານອື່ນໆ ປີ່ນອອມກົມກອງກໍໄດ້ຮັບໝາກຜົນສຳເລັດເປັນຢ່າງດີ.




ໂອກາດນີ້, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ໄດ້ມີຄຳເຫັນໂອ້ລົມ ​ແລະ ໃຫ້ທິດຊີ້ນຳບາງບັນຫາ ​ໂດນເນັ້ນໃຫ້ທຸກສະຫາຍ ຄູ-ອາຈານ ພ້ອມກັນເອົາໃຈໃສ່ສຸມສະຕິປັນຍາ ທຸກເຫື່ອແຮງປະກອບສ່ວນເຂົ້າໃນ ການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນ
, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຄວາມເປັນເອກະພາບ, ເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ ທີ່ຖືກມອບໝາຍໃຫ້ມີປະສິດທິ ພາບສູງ, ນັກຮຽນທຸກຄົນຕ້ອງເອົາໃຈໃສ່ ຄົ້ນຄວ້າຮຳຮຽນ ກະກຽມຄວາມພ້ອມໃສ່ບັ້ນສອບເສັງ ຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າຄັ້ງທີ່ຜ່ານມາ, ພ້ອມກັນນຳເອົາເນື້ອໃນ ແລະ ບົດຮຽນທີ່ຖອດຖອນໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຍິ່ງກວ່າເກົ່າ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top