ພັກນຳພາສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ

19/02/2025 21:10
Email Print 1269
ຂປລ ຂປລ. ຕະຫລອດ​ໄລຍະ 70 ປີ ແມ່ນ​ໄລຍະທາງທີ່ເຕີບໃຫຍ່ ຂະຫຍາຍຕົວຢ່າງມີໄຊຂອງພັກ, ຈາກຈຸດເລີ່ມທີ່ລະອິດລະອ້ຽວ ແລະ ເຕັມໄປດ້ວຍມະນະຈິດອົນທົນ ຂອງນັກປະຕິວັດ, ເຕັມໄປດ້ວຍຢາດເຫື່ອ ແລະ ນ້ຳຕາແຫ່ງຄວາມສູນເສຍອັນຍິ່ງໃຫຍ່ຂອງພັກນັ້ນ, ພັກໄດ້ປະຕິບັດໜ້າທີ່ກຳອຳນາດ ນຳພາທົ່ວລະບົບການເມືອງ, ນຳພາສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ຍາດໄດ້ຜົນສໍາເລັດຢ່າງສະຫງ່າງາມເປັນກ້າວໆ.



ຂປລ. ຕະຫລອດ​ໄລຍະ
70 ປີ ແມ່ນ​ໄລຍະທາງທີ່ເຕີບໃຫຍ່ ຂະຫຍາຍຕົວຢ່າງມີໄຊຂອງພັກ, ຈາກຈຸດເລີ່ມທີ່ລະອິດລະອ້ຽວ ແລະ ເຕັມໄປດ້ວຍມະນະຈິດອົນທົນ ຂອງນັກປະຕິວັດ, ເຕັມໄປດ້ວຍຢາດເຫື່ອ ແລະ ນ້ຳຕາແຫ່ງຄວາມສູນເສຍອັນຍິ່ງໃຫຍ່ຂອງພັກນັ້ນ, ພັກໄດ້ປະຕິບັດໜ້າທີ່ກຳອຳນາດ ນຳພາທົ່ວລະບົບການເມືອງ, ນຳພາສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ຍາດໄດ້ຜົນສໍາເລັດຢ່າງສະຫງ່າງາມເປັນກ້າວໆ.

ທ່ານ ຄໍາມອນ ຈັນທະຈິດ ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນແນວທາງຂອງພັກ ໃນການສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ບົນພື້ນຖານຮັບຮູ້ທາງດ້ານທິດສະດີທີ່ວ່າ: ລັດຂອງປະຊາຊົນ ໝາຍເຖິງອຳນາດທັງໝົດຂອງລັດ ແລະ ສັງຄົມ ລ້ວນແຕ່ຂຶ້ນກັບປະຊາຊົນ, ປະຊາຊົນຊາວຜູ້ອອກແຮງງານເປັນເຈົ້າອຳນາດລັດ, ໃນໄລຍະປ່ຽນແປງໃໝ່ ພັກ ໄດ້ກຳນົດໜ້າທີ່ການນຳພາສ້າງລັດ: “ເປັນລັດຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ. ພັກ ​ໄດ້ເນັ້ນວ່າ: ໃນທຸກວຽກງານຈະຕ້ອງປະຕິບັດຕາມທິດນຳທີ່ວ່າ “ລັດ ແລະ ປະຊາຊົນ ພ້ອມກັນເຮັດ, ສູນກາງ ແລະ ທ້ອງຖິ່ນພ້ອມກັນເຮັດ”, ລັດຂອງປະຊາຊົນ ຕ້ອງໄດ້ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຊາວຜູ້ອອກແຮງງານ. ອັນນີ້ ເປັນບັນຫາໃຫຍ່ ແລະ ເປັນພື້ນຖານທີ່ສຸດໃນແນວທາງລວມຂອງພັກ; ພັກ ໄດ້ເນັ້ນວ່າ: “ສິດເປັນເຈົ້າຕ້ອງໄປຄຽງຄູ່ກັບພັນທະ, ພັນທະຕໍ່ລວມໝູ່, ຕໍ່ສັງຄົມ ແລະ ປະເທດຊາດ”, ພັກເຮົາໄດ້ກ່າວເຕືອນປະຊາຊົນ ໃຫ້ຍົກສູງສະຕິເປັນເຈົ້າການຂອງຕົນໃຫ້ຄວບຄູ່ຕາມທິດທີ່ວ່າ: “ເຮັດດີໄດ້ກິນຫລາຍ, ເຮັດບໍ່ດີປານໃດໄດ້ກິນໜ້ອຍ, ເຮັດຜິດ ຖືກວິໄນ, ເຮັດເປ່ເພ ຕ້ອງໃຊ້ແທນ”.

ການສ້າງລັດ ໂດຍປະຊາຊົນ ແມ່ນລັດທີ່ປະຊາຊົນເລືອກ, ເລືອກເອົາຕົວແທນຂອງຕົນ, ລັດດັ່ງກ່າວ ​ແມ່ນປະຊາຊົນ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ປະກອບພາສີອາກອນ ເພື່ອໃຫ້ລັດໃຊ້ຈ່າຍ, ເຄື່ອນໄຫວ, ລັດດັ່ງກ່າວ ​ແມ່ນປະຊາຊົນຕຳນິ, ກໍ່ສ້າງ, ຊ່ວຍເຫລືອ. ໃນເວລາກ່າວເຖິງອຳນາດ ການປົກຄອງນັ້ນ, ພັກ ໄດ້ຢັ້ງຢືນໃຫ້ເຫັນເຖິງ ການສ້າງລັດໂດຍປະຊາຊົນວ່າ: “ອໍານາດການປົກຄອງປະຊາຊົນ ຕ້ອງແມ່ນປະຊາຊົນເປັນຜູ້ເລືອກຕັ້ງຂຶ້ນ, ຕ້ອງຈົງຮັກພັກດີຕໍ່ປະຊາຊົນ ແລະ ຮັບໃຊ້ປະຊາ ຊົນຢ່າງສຸດອົກສຸດໃຈ, ກ່ອນອື່ນໝົດ ແມ່ນຮັບໃຊ້ປະຊາຊົນຜູ້ອອກແຮງງານ ແລະ ຕ້ອງຮັບຜິດຊອບຕໍ່ປະຊາຊົນບັນດາເຜົ່າ; ເຮັດວຽກຕາມຫລັກ ການ ລວມສູນປະຊາທິປະໄຕ, ແບ່ງກັນຮັບຜິດຊອບ, ສ້າງກົດໝາຍ ໂດຍແນໃສ່ປົກປັກຮັກສາອະທິປະໄຕ ຂອງຊາດ, ສິດ, ຜົນປະໂຫຍດ ແລະ ພັນທະຂອງປະຊາຊົນຜູ້ອອກແຮງງານທຸກເຜົ່າ”. ພັກ ຢັ້ງຢືນວ່າ: “ການພົວພັນ ລະຫວ່າງພັກກັບມະຫາຊົນ ແມ່ນການພົວພັນແບບກາຍອິນຊີ ແລະ ເປັນຕາຍ”.

​ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຢັ້ງຢືນຢ່າງໜັກແໜ້ນວ່າ: “ພັກທີ່ບໍ່ມີຄວາມສະດຸ້ງໄວ, ບໍ່ຍອມປັບປຸງຕົນເອງໃນທີ່ສຸດ ຈະກາຍເປັນພັກຫລ້າຫລັງ, ສູນເສຍຄວາມເຫລືອມໃສສັດທາ ແລະ ການສະໜັບສະໜູນຈາກມະຫາຊົນ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

    • 8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານການເມືອງ

      8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

      11/17/2026 4:13:54 PM

      ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ

ads
ads

Top