ຫລາຍພື້ນທີ່ຢູ່ອາຟຣິກາໃຕ້ ປະສົບກັບອາກາດຮ້ອນ ເຮັດໃຫ້ຕ້ອງໄດ້ນຳໃຊ້ມາດຕະການຄວບຄຸ້ມການໃຊ້ນ້ຳ

23/11/2026 15:16
ຂປລ ເນື່ອງ​ຈາກ​ ໄດ້​ຮັບ​ຜົນ​ກະ​ທົບ​ ຈາກປາ​ກົດ​ການ​ ເອວ​ນີ​ໂຢ, ຫລາຍ​ພື້ນ​ທີ່​ຢູ່ ​ອາ​ຟ​ຣິ​ກາ​ໃຕ້ ປະ​ສົບ​ກັບ ​ອາ​ກາດ​ຮ້ອນຮຸນ​ແຮງ​ ເມື່ອບໍ່ດົນມານີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫລາຍ​ຕົວ​ເມືອງ​ຢູ່ ​ອາ​ຟ​ຣິ​ກາ​ໃຕ້ ​ໄດ້​ປະ​ຕິ​ບັດ​ ມາດ​ຕະ​ການ​ຄວບ​ຄຸມ ​ການ​ໃຊ້​ນ້ຳແບບ​ແບ່ງ ​ຂັ້ນ​ລະ​ດັບ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເນື່ອງ​ຈາກ​ ໄດ້​ຮັບ​ຜົນ​ກະ​ທົບ​ ຈາກປາ​ກົດ​ການ​ ເອວ​ນີ​ໂຢ, ຫລາຍ​ພື້ນ​ທີ່​ຢູ່ ​ອາ​ຟ​ຣິ​ກາ​ໃຕ້ ປະ​ສົບ​ກັບ ​ອາ​ກາດ​ຮ້ອນຮຸນ​ແຮງ​ ເມື່ອບໍ່ດົນມານີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫລາຍ​ຕົວ​ເມືອງ​ຢູ່ ​ອາ​ຟ​ຣິ​ກາ​ໃຕ້ ​ໄດ້​ປະ​ຕິ​ບັດ​ ມາດ​ຕະ​ການ​ຄວບ​ຄຸມ ​ການ​ໃຊ້​ນ້ຳແບບ​ແບ່ງ ​ຂັ້ນ​ລະ​ດັບ. ຜູ້​ຊ່ຽວ​ຊານ ​ດ້ານຊັບ​ພະ​ຍາ​ກອນ​ນ້ຳ ແລະ ການ​ຄົ້ນ​ຄວ້າທໍ​ລະ​ນີ​ສາດ​ ອາ​ຟ​ຣິ​ກາ​ໃຕ້ ກ່າວ​ວ່າ: ພວກ​ເຮົາ ​ໄດ້​ຜະ​ເຊີນ​ກັບ​ 2 ບັນ​ຫາ​ຫຍຸ້ງ​ຍາກ ຄື: ໜຶ່ງ​ ແມ່ນ​ຂໍ້​ບົກ​ຜ່ອງ​ ດ້ານ​ພື້ນ​ຖານ​ໂຄງ​ລ່າງ​​ ການສະ​ໜອງ​ນ້ຳ, ສອງ​ ແມ່ນ​ປາ​ກົດ​ການ​ເອວ​ນີ​ໂຢ ​ທີ່​ຮຸນ​ແຮງ. ​ປາ​ກົດ​ການ​ເອວ​ນີ​ໂຢ​ເຮັດ​ໃຫ້​ອາ​ຟ​ຣິ​ກາ​ໃຕ້​ ມີ​ຄວາມ​​ສ່ຽງຕໍ່ ການ​ປະ​ສົບອາ​ກາດ​ຮ້ອນ ແລະ ໄພ​ແຫ້ງ​ແລ້ງ ເພີ່ມ​ສູງ​ຂຶ້ນ, ​ຂະ​ນະ​ທີ່ພື້ນ​ຖານ​ໂຄງ​ລ່າງ​ເກົ່າ​ແກ່​ ໄດ້​ເພີ່ມ​ຄວາມ​ກົດ​ດັນ​ ດ້ານ​ການ​ສະ​ໜອງ​ນ້ຳ​ ຕື່ມ​ອີກ. ນອກ​ນີ້, ປາ​ກົດ​ການ​ເອວ​ນີ​ໂຢ​ຮອບ​ນີ້ ອ​າດ​ຈະສົ່ງ​ຜົນ​ກະ​ທົບ​ຕໍ່​ ການ​ຜະ​ລິດ​ກະ​ສິ​ກຳ ແລະ ລາ​ຄາ​ສະ​ບຽງ​ອາ​ຫານ ​ນັບ​ແຕ່​ເດືອນ​ມີ​ນາ 2027 ​ເປັນ​ຕົ້ນ​ໄປ ເຊິ່ງ​ເປັນ​ໄພຂົ່ມ​ຂູ່​ ຕໍ່​ຄວາມ​​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່ ​ພາກ​ໃຕ້​ ຂອງ​ທະ​ວີບ​ອາ​ຟ​ຣິ​ກາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສປ ຈີນ-ອາຊຽນ ສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີຂ່າວຕ່າງປະເທດ

      ສປ ຈີນ-ອາຊຽນ ສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີ

      11/23/2026 3:09:19 PM

      ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ສົ່ງສານອວຍພອນ ເຊິ່ງກັນແລະກັນ ເນື່ອງໃນໂອກາດທີ່ ສປ ຈີນ ແລະ ອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຄົບຮອບ 5 ປີ.

    • ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41 ຂ່າວຕ່າງປະເທດ

      ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41

      11/23/2026 2:49:03 PM

      ຂະ​ບວນ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຈີນ ແລະ ຫວຽດ​ນາມ​ ໄດ້​ສຳ​ເລັດ​ ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ທີ 41 ​ຢູ່​ອ່າວ​ເປີຍ​ປູ້ຢ່າງ​ຈົບ​ງາມ. ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ນີ້ ດໍາເນີນ​ເປັນ​ເວ​ລາ 2 ວັນ, ເດີນ​ເຮືອ 32 ຊົ່ວ​ໂມງ ແລະ ເດີນ​ເຮືອ​ທັງ​ໝົດ 351 ໄມ​ທະ​ເລ.

    • ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງຂ່າວຕ່າງປະເທດ

      ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງ

      11/23/2026 2:41:10 PM

      ລັດຖະບານຈີນ ແລະ ທະນາຄານ ລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງ ຫ້ອງການທະນາຄານລົງ ທຶນພື້ນ ຖານໂຄງລ່າງອາຊີ ຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານ ໃຫ້ແກ່ ທະນາຄານ ດັ່ງກ່າວ ໃນການສ້າງຫ້ອງການ ຢູ່ຮົງກົງ.

    • ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກຂ່າວຕ່າງປະເທດ

      ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກ

      11/23/2026 2:37:05 PM

      ກອງ​ປະ​ຊຸມ​ສຸ​ດຍອດ ​ຜູ້​ບໍ​ລິ​ຫານ​ ທຸ​ລະ​ກິດ ​ອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ​ໃນ​ປີ 2026, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ ຄື: ສ້າງ​ຕັ້ງສະ​ຫະ​ພັນ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ເຂດ​ອ່າວ​ໂລກ.

    • ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກ

      11/23/2026 2:23:14 PM

      ທ່ານ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ທີ່​ກ່າວ​ ໃນ​ກອງ​ປະ​ຊຸມ​ ສຸດຍອດ​​ ອຸດ​ສາ​ຫະ​ກຳ​ການ​ຄ້າ ​ອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ແລະ ກອງ​ປະ​ຊຸມ ​ບໍ່​ເປັນ​ທາງ​ການ​ ຂອງ​ຜູ້​ນຳ APEC ໄດ້​​ຊີ້​ທິດ​ທາງ​​ທີ່ຖືກ​ຕ້ອງ​​ ໃຫ້ແກ່​ ການ​ຮ່ວມ​ມື​ ໃນ​ອາ​ຊີ-ປາ​ຊີ​ຟິກ, ຈະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປັນຮູບ ປະທຳກວ່າເກົ່າ.

ads
ads

Top