ຂປລ
ກອງປະຊຸມສຸດຍອດ ຜູ້ບໍລິຫານ ທຸລະກິດ ອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກ ຫລື APEC ທີ່ຈັດຂຶ້ນຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ ໃນປີ 2026, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີ ຂໍ້ລິເລີ່ມທີ່ສຳຄັນຂໍ້ໜຶ່ງ ຄື: ສ້າງຕັ້ງສະຫະພັນການຮ່ວມມື ເສດຖະກິດ ເຂດອ່າວໂລກ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມສຸດຍອດ ຜູ້ບໍລິຫານ ທຸລະກິດ ອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກ ຫລື APEC ທີ່ຈັດຂຶ້ນຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ ໃນປີ 2026, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີ ຂໍ້ລິເລີ່ມທີ່ສຳຄັນຂໍ້ໜຶ່ງ ຄື: ສ້າງຕັ້ງສະຫະພັນການຮ່ວມມື ເສດຖະກິດ ເຂດອ່າວໂລກ. ໂດຍຜ່ານຂໍ້ລິເລີ່ມ ອັນໃໝ່ອ່ຽມ ດັ່ງກ່າວ, ພວກເຮົາ ສາມາດເຂົ້າໃຈເນື້ອໃນອັນອຸດົມສົມບູນ ຂອງຫົວຂໍ້ຫລັກຂອງ APEC ຄື ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ຂອງອາຊີ-ປາຊີຟິກ ຢ່າງເປັນຮູບປະທຳ, ສາມາດເວົ້າໄດ້ວ່າ ແນວຄວາມຄິດ ການສ້າງສະຫະພັນເຂດອ່າວ ໄດ້ສ້າງຊ່ອງທາງທີ່ຕິດແທດຕົວຈິງ ໃຫ້ແກ່ ການປະຕິບັດວິໄສທັດດັ່ງກ່າວ. ໃນເວລາກ່າວປາໄສ ຕໍ່ກອງປະຊຸມສຸດຍອດ ຜູ້ບໍລິຫານທຸລະກິດ APEC, ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: “ພາກພື້ນອາຊີ-ປາຊີຟິກ ໄດ້ເຕົ້າໂຮມເຂດອ່າວ ທີ່ສຳຄັນທີ່ສຸດໃນໂລກ, ເສດຖະກິດເຂດອ່າວ ມີລັກສະນະເປີດກວ້າງ, ປະສານສົມທົບກັນ ແລະ ມີຜົນສະທ້ອນ ຕໍ່ພາຍນອກຢ່າງໂດດເດັ່ນ.” ເຂດອ່າວ ໃນຖານະເປັນສູນກາງ ທີ່ມີພະລັງຊີວິດຊີວາທີ່ສຸດ ໃນເສດຖະກິດອາຊີ-ປາຊີຟິກ, ນະຄອນເຊີ່ນເຈີ້ນ ສະຖານທີ່ ຈັດກອງປະຊຸມ APEC ຄັ້ງນີ້ ແມ່ນຕັ້ງຢູ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ(ສປ ຈີນ). ເມື່ອເລັງສາຍຕາໃສ່ແຄມຝັ່ງ ມະຫາສະໝຸດ ປາຊີຟິກ, ເຂດອ່າວຕົວແບບຈຳນວນໜຶ່ງ ເຊັ່ນ: ເຂດອ່າວໂຕກຽວ, ເຂດອ່າວ ຊານຟຣານຊິສໂກ, ເຂດອ່າວຊິດນີ ແລະ ອື່ນໆ ແມ່ນເຕົ້າໂຮມ ຢູ່ແຫ່ງນີ້, ເຊິ່ງໄດ້ເຕົ້າໂຮມ ຊັບພະຍາກອນສຸດຍອດໃນນະວັດຕະກຳ ວິທະຍາສາດ, ກຸ່ມອຸດສາຫະກຳ ທີ່ຄົບຖ້ວນ ແລະ ເຄືອຂ່າຍການຄ້າທີ່ຟົດຟື້ນ, ເຊິ່ງໄດ້ສ້າງແຮງຂັບເຄື່ອນໃຈກາງ ຂອງການເຕີບໂຕ ດ້ານເສດຖະກິດ ອາຊີ-ປາຊີຟິກ. ເປັນເວລາດົນນານມາແລ້ວ, ເຂດອ່າວໃຫຍ່ຕ່າງໆສ່ວນຫຼາຍແມ່ນຄົ້ນຫາ ເສັ້ນທາງການພັດທະນາຂອງຕົນ, ແຕ່ຍັງມີກຳແພງກີດຂວາງບໍ່ໜ້ອຍ ໃນການແລກປ່ຽນບົດຮຽນ ປະສານສົມທົບ ອຸດສາຫະກຳ ແລະ ການເຄື່ອນໄຫວ ຢ່າງເສລີ ຂອງປັດໄຈການຜະລິດ, ຄຸນຄ່າການຮ່ວມມືອັນໃຫຍ່ຫຼວງທີ່ແຝງຊ້ອນຍັງບໍ່ໄດ້ເສີມຂະຫຍາຍອອກມາຢ່າງເຕັມສ່ວນ. ການສະເໜີຂໍ້ລິເລີ່ມສ້າງຕັ້ງສະຫະພັນການຮ່ວມມືເສດຖະກິດເຂດອ່າວໂລກ, ແມ່ນໄດ້ສຸມໃສ່ແກ້ໄຂບັນຫາຕົວຈິງດັ່ງກ່າວ, ມີຈຸດປະສົງເພື່ອທຳລາຍກຳແພງກີດຂວາງໃນການຮ່ວມມື ລະຫວ່າງ ກຸ່ມເສດຖະກິດຕ່າງໆ, ເຊື່ອມຈອດເຂດອ່າວຕ່າງໆ ທີ່ມີພະລັງຊີວິດຊີວາ ຢູ່ແຄມຝັ່ງມະຫາສະໝຸດ ປາຊີຟິກ. ຄືດັ່ງ ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ, ຄວນ “ຊຸກຍູ້ໃຫ້ເສດຖະກິດ ພາກພື້ນເຊື່ອມໂຍງ ເປັນອັນໜຶ່ງອັນດຽວກັນ, ຊຸກຍູ້ໃຫ້ປັດໄຈ ການຜະລິດ ເຄື່ອນໄຫວຢ່າງເສລີ.” ຖ້າຫາກວ່າ ສະຫະພັນເຂດອ່າວ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ, ອາດຈະກາຍເປັນ ສິ່ງທົດລອງການເຊື່ອມໂຍງ ເຊື່ອມຈອດ ດ້ານປັດໄຈການຜະລິດ, ຊຸກຍູ້ໃຫ້ເຕັກໂນໂລຊີ ທຶນ ແລະ ຜູ້ມີຄວາມຮູ້ຄວາມສາມາດ ຖອດຖອນບົດຮຽນ ເຊິ່ງກັນແລະກັນ ແລະ ຊົມໃຊ້ຮ່ວມກັນ ໃນເຂດອ່າວຕ່າງໆ, ເຮັດໃຫ້ແຮງຂັບເຄື່ອນການເຕີບໂຕ ຢູ່ຈຸດດຽວ ສົ່ງຜົນສະທ້ອນໄປສູ່ ພາຍນອກ, ຂັບເຄື່ອນພາກພື້ນອ້ອມຂ້າງ ກ້າວໄປຂ້າງໜ້າ ພ້ອມກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL