ຂປລ
ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ສົ່ງສານອວຍພອນ ເຊິ່ງກັນແລະກັນ ເນື່ອງໃນໂອກາດທີ່ ສປ ຈີນ ແລະ ອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຄົບຮອບ 5 ປີ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 22 ພະຈິກນີ້, ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ສົ່ງສານອວຍພອນ ເຊິ່ງກັນແລະກັນ ເນື່ອງໃນໂອກາດທີ່ ສປ ຈີນ ແລະ ອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຄົບຮອບ 5 ປີ. ເນື້ອໃນສານຂອງ ທ່ານ ວາງຢີ້ ລະບຸວ່າ: ນັບແຕ່ ສປ ຈີນ-ອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ໃນປີ 2021 ເປັນຕົ້ນມາ, ພາຍໃຕ້ ການນຳພາ ດ້ານຍຸດທະສາດຂອງຜູ້ນຳ ສອງຝ່າຍ, ຄວາມໄວ້ເນື້ອ ເຊື່ອໃຈກັນ ທາງການເມືອງນັບມື້ ນັບເລິກເຊິ່ງ,ການຮ່ວມມື ທີ່ຕິດແທດຕົວຈິງ ໄດ້ຮັບໝາກຜົນ ຢ່າງອຸດົມສົມບູນ,ການພົວພັນມິດຕະພາບ ມີຄວາມສະໜິດແໜ້ນກວ່າເກົ່າ. ສອງຝ່າຍ ເປັນຄູ່ການຄ້າ ໃຫຍ່ທີ່ສຸດ ຂອງກັນ ແລະ ກັນ ເປັນເວລາ 6 ປີຢ່າງລຽນຕິດ, ອະນຸສັນຍາ ວ່າດ້ວຍ ການຍົກລະດັບ ເຂດການຄ້າເສລີ ຈີນ-ອາຊຽນ ສະບັບ 3.0 ໄດ້ຮັບການລົງນາມຢ່າງເປັນທາງການ ແລະ ກຳລັງ ຈະມີຜົນບັງຄັບໃຊ້, ການຮ່ວມມື ໃນຂົງເຂດຕ່າງໆ ຈະເລີນຮຸ່ງເຮືອງ, ບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະເທດ ແລະ ປະຊາຊົນຂອງຕົນເທົ່ານັ້ນ, ຍັງປະກອບສ່ວນອັນສຳຄັນ ເຂົ້າໃນ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ຂ້າພະເຈົ້າ ຍິນດີຮ່ວມກັບ ທ່ານ ເລຂາທິ ການໃຫຍ່ ແລະ ເພື່ອນຮ່ວມງານຈາກປະເທດຕ່າງໆ ໃນອາຊຽນ,ຕັ້ງໜ້າຈັດຕັ້ງປະຕິບັດ ຕາມ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ ຂອງຜູ້ນຳ ສອງຝ່າຍ,ຍຶດໝັ້ນສາຍພົວພັນ ມິດຕະພາບ ຊ່ວຍເຫລືອກັນ, ການເປີດປະຕູຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ປະດິດສ້າງໃໝ່ ແລະ ພັດ ທະນາ ເພື່ອສ້າງບ້ານເຮືອນ ຮ່ວມທີ່ມີສັນຕິພາບ,ມີຄວາມສະຫງົບ,ຈະເລີນຮຸ່ງເຮືອງ, ສວຍສົດງົດງາມ ແລະ ມີໄມຕີຈິດ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ອາຊຽນ ທີ່ສະໜິດແໜ້ນກວ່າເກົ່າ. ເນື້ອໃນ ສານ ຂອງທ່ານ ກາວກິມຮຸນ ລະບຸວ່າ: ສປ ຈີນ ເປັນໜຶ່ງໃນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ເກົ່າແກ່ທີ່ສຸດຂອງອາຊຽນ.ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສອງຝ່າຍ ມີຄວາມ ໝາຍ ສຳຄັນ ຍິ່ງທັງມີເນື້ອໃນອຸດົມສົມບູນ ເຊິ່ງອາຊຽນໃຫ້ຄວາມສຳຄັນໃນລະດັບສູງ.ໃນໄລຍະ 5 ປີມານີ້, ການຮ່ວມມືໃນ 3 ຂົງເຂດເສົາຄ້ຳ ຄື:ຄວາມໝັ້ນຄົງດ້ານການເມືອງ,ເສດ ຖະກິດ ແລະ ວັດທະ ນະທຳ-ສັງຄົມ ລະຫວ່າງ ສອງຝ່າຍ ນັບມື້ລົງເລິກ ຢ່າງຕໍ່ເນື່ອງ,ພ້ອມກັນ ສຸມຄວາມພະຍາຍາມ ເພື່ອປົກປັກຮັກສາ ໂຄງປະກອບການຄ້າ ຫລາຍຝ່າຍ ເພື່ອກໍ່ສ້າງເສດຖະກິດພາກພື້ນ ທີ່ຍິ່ງເປີດ ປະຕູ,ກວມລວມ ແລະ ມີຄວາມໝັ້ນໜຽວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມ ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ພ້ອມທັງ ນຳເອົາຄວາມສຸກແທ້ ຈິງມາໃຫ້ປະຊາຊົນໃນພາກພື້ນ.ຂ້າພະເຈົ້າ ເຕັມໄປດ້ວຍຄວາມໝັ້ນໃຈຕໍ່ການພົວພັນ ລະຫວ່າງ ສອງຝ່າຍທີ່ນັບມື້ກ້າວສູ່ລວງເລິກ ແລະ ເປັນຮູບປະທຳຄອງຄອຍ ທີ່ຈະສືບຕໍ່ເກາະແຂນກັບຈີນ ເພື່ອ ຊຸກຍູ້ ການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ- ສປ ຈີນ ໃຫ້ນັບມື້ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ເພື່ອນຳເອົາຄວາມສຸກ ມາໃຫ້ປະຊາຊົນສອງຝ່າຍ ແລະ ທົ່ວພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL