ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ຈະເປີດບໍລິການໃນໄວ້ໆ

12/02/2025 09:25
Email Print 3370
ຂປລ ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່​ສວຍ​ງາມ​ແຫ່ງ​ໃໝ່ຂອງ​ແຂວງ​ຄໍາ​ມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ​ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ.
        *ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່​ສວຍ​ງາມ​ແຫ່ງ​ໃໝ່ຂອງ​ແຂວງ​ຄໍາ​ມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ​ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ. ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມ ໃນເດືອນເມສາ 2025 ນີ້.

 

        ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ​ໃຫ້​ຮູ້​ວ່າ: ​ແຫ​ລ່ງທ່ອງ​ທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວອຸດົມສົມບູນໄປດ້ວຍທຳມະຊາດທີ່ສວຍສົດງົດງາມ ມີທັງສັດປ່າ ແລະ ສັດນໍ້າຫລາກຫລາຍຊະນິດ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ  ລວມມີເນື້ອທີ່ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກຈໍານວນ 404 ເຮັກຕາ.

ໃນນັ້ນ, ປະກອບມີ ການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມຖໍ້າ ແລະ ກິດຈະການອື່ນໆ ດ້ວຍມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນພາຍໃນ 100​ເປີ ແລະ ມີໄລຍະການສໍາປະທານ 50 ປີ ເຊິ່ງໃນປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ ແລະ ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມພາຍໃນຕົ້ນປີ 2025 ທີ່ຈະມາເຖິງນີ້.ພາຍຫລັງໂຄງການດັ່ງກ່າວສຳເລັດ ຈະກາຍເປັນທ່າແຮງ ດ້ານການທ່ອງທ່ຽວໃຫ້ແກ່ແຂວງ ທີ່ສາມາດສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລາຍ, ທັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທີ່ອາໄສຢູ່ອ້ອມຂ້າງໂຄງການໄດ້ມີອາຊີບທີ່ແນ່ນອນ, ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ແລະ ສ້າງລາຍຮັບປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ. ສະ​ນັ້ນ, ຈຶ່ງ​ຢາກ​ເຊີນ​ຊວນ​ປະຊາຊົນ​ລາວ ທີ່​ໄດ້​ກາຍ​ໄປ,ກາຍ​ມາ ​ແຂວງ ຄໍາ​ມ່ວນ​ແວ່​ສໍາຜັດບັນ​ຍາດ​ກາດ​ທີ່​ສວຍ​ງາມ ​ເພື່ອ​ຜັກ​ຜ່ອນ​ຢ່ອນ​ໃຈ ຈາກ​ຄວາມ​ອິດ​ເມື່ອຍ ຈາກ​ວຽກງານ ກໍ​​ໃຫ້​ທໍາ​ມະ​ຊາດ​ບໍາບັດ​ຈິດ​ໃຈ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top