ຂປລ
ທ່ານ ໂຈເຊັບ ອາວອັນ(Joseph Aoun) ປະທານາທິບໍດີ ລີບັງ ໄດ້ເຊັນ ລັດຖະດຳລັດ 3 ສະບັບ ລວມມີ: ລັດຖະດຳລັດ ຮັບຮູ້ໃບຂໍລາ ອອກຈາກຕຳແໜ່ງ ຂອງລັດຖະບານຊົ່ວຄາວ ໂດຍທ່ານ ນາຈິບ ມິຄາຕີ(Najib Mikati) ນຳໜ້າ, ລັດຖະດຳລັດ ທີສອງແມ່ນ ບົ່ງຕົວ ທ່ານ ນາວາ ຊາລຳ(Nawaf Salam) ເປັນນາຍົກລັດຖະມົນຕີ ດ້ວຍໜ້າທີ່ ແມ່ນສ້າງຕັ້ງລັດຖະບານໃໝ່.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ໃນສື່ສັງຄົມອອນລາຍ Xລາຍງານ ເມື່ອບໍ່ດົນມານີ້ທີ່ ທຳນຽບປະທານາ ທິບໍດີ ປະກາດວ່າ: ທ່ານ ໂຈເຊັບ ອາວອັນ(Joseph Aoun) ປະທານາທິບໍດີ ລີບັງ ໄດ້ເຊັນ ລັດຖະດຳລັດ 3 ສະບັບ ລວມມີ: ລັດຖະດຳລັດ ຮັບຮູ້ໃບຂໍລາ ອອກຈາກຕຳແໜ່ງ ຂອງລັດຖະບານຊົ່ວຄາວ ໂດຍທ່ານ ນາຈິບ ມິຄາຕີ(Najib Mikati) ນຳໜ້າ, ລັດຖະດຳລັດ ທີສອງແມ່ນ ບົ່ງຕົວ ທ່ານ ນາວາ ຊາລຳ(Nawaf Salam) ເປັນນາຍົກລັດຖະມົນຕີ ດ້ວຍໜ້າທີ່ ແມ່ນສ້າງຕັ້ງລັດຖະບານໃໝ່. ລັດຖະດຳລັດສຸດທ້າຍ ແມ່ນກຳນົດ ເລື່ອງສ້າງຕັ້ງ ລັດຖະບານໃໝ່ ຈະລວມມີ ລັດຖະມົນຕີ 24 ທ່ານ. ຄະນະລັດຖະບານໃໝ່ ໄດ້ຮັບການສ້າງຕັ້ງ ພາຍຫລັງ 3 ສັບປະດາ ທີ່ປຶກສາຫາລືກັບ ບັນດາພັກ ຝ່າຍການເມືອງ ເພື່ອແນໃສ່ ສ້າງຕັ້ງ ລັດຖະບານ ໃນນັ້ນ ບັນດາຕຳແໜ່ງ ແມ່ນໄດ້ຈັດແບ່ງອີງຕາມ ສາສະຫນາ ແລະ ການຮ່ວມສຳພັນ ດ້ານການເມືອງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL