ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດ

13/03/2025 19:06
Email Print 800
ຂປລ ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນ​ນັ້ນ, ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ ທຸກຮູບແບບໃນຂອບເຂດທົ່ວປະເທດ ​ໂດຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດ

ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນ​ນັ້ນ, ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ ທຸກຮູບແບບໃນຂອບເຂດທົ່ວປະເທດ ​ໂດຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດ ດັ່ງນີ້:

ຫ້າມບໍ່ໃຫ້ກະຊວງກ່ຽວຂ້ອງ ແລະ ຂັ້ນອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ສ້າງເງື່ອນໄຂ ທີ່ເປັນຊ່ອງວ່າງ ໃນທຸກຮູບແບບ ໃຫ້ແກ່ການຂຸດຄົ້ນແຮ່ຄໍາຕົກຂ້ອນ ຢູ່ໃນເຂດອ່າງນໍ້າທີ່ເປັນ ໂຄງການພັດທະນາທີ່ນໍ້າຈະຖ້ວມ, ສ້າງໂຄງການພິເສດ, ລວມທັງການດູດຫີນແຮ່ ແລະ ຊາຍ ທີ່ນໍາໃຊ້ຕະແກງ, ກົນຈັກ, ໂຕະຮ່ອນ, ເຄື່ອງມື ແລະ ອຸປະກອນຕ່າງໆ ຕາມແຄມສາຍນໍ້າ, ຮ່ອງຫ້ວຍ ແລະ ຕາມທົ່ງນາຕ່າງໆ ເພື່ອສະກັດເອົາແຮ່ຄໍາຕົກຂ້ອນ ຢ່າງເດັດຂາດ; ໃຫ້ກວດກາ ແລະ ປະຕິບັດມາດຕະ ການຕໍ່ການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ການດູດຫີນແຮ່ ແລະ ຊາຍ ໃນທຸກກໍລະນີ (ທີ່ເປັນການສວຍໂອກາດສະກັດເອົາແຮ່ຄໍາຕົກຂ້ອນ) ໃນຂອບເຂດທົ່ວປະເທດ.

ສໍາລັບໂຄງການແຮ່ຄໍາຕົກຂ້ອນ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ແລະ ຂັ້ນອົງການປົກຄອງທ້ອງຖິ່ນ ໃນໄລຍະຜ່ານມາ ທີ່ກໍາລັງຂຸດຄົ້ນໃນປັດຈຸບັນ ໃຫ້ເຊີນບໍລິສັດກ່ຽວຂ້ອງມາເຈລະຈາໄລ່ລຽງກັນ ເພື່ອໃຫ້ຢຸດເຊົາໂຄງການ. ແຕ່ກ່ອນຈະມອບເນື້ອທີ່ດັ່ງກ່າວ ໃຫ້ລັດຖະບານ ບໍລິສັດຕ້ອງປັບປຸງປົວ ແປງສະພາບພື້ນທີ່ ແລະ ສິ່ງແວດລ້ອມ ໃນເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍມີການຕິດຕາມຢ່າງໃກ້ຊິດ ຂອງຂະແໜງການກ່ຽວຂ້ອງພາກລັດ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນທຸກຮູບແບບຕື່ມອີກເດັດຂາດ. ສ່ວນໂຄງການແຮ່ຄໍາຕົກຂ້ອນ ຂອງບັນດາບໍລິສັດ ທີ່ໄດ້ຖອກເງິນຄ່າສິດສໍາປະ ທານ ແລະ ຄ່າຊັບພະຍາກອນທຳມະຊາດ ໃຫ້ລັດຖະບານລ່ວງໜ້າແລ້ວ, ແຕ່ບໍ່ທັນໄດ້ເຊັນສັນຍາສໍາປະທານເທື່ອ ແມ່ນບໍ່ອະນຸຍາດໃຫ້ເຊັນສັນຍາສຳປະທານຕື່ມອີກ; ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ພ້ອມກັນກວດກາຄືນພັນທະຕ່າງໆ ທີ່ໄດ້ລະບຸໃນສັນຍາ ລວມທັງຈໍານວນເງິນທີ່ຈະສົ່ງຄືນແກ່ບັນດາບໍລິສັດ (ຖ້າມີ) ຫລື ເປັນຮູບການໄລ່ລຽງ ເພື່ອຫັກລົບກັບພັນທະຂອງບັນດາບໍລິສັດ ທີ່ຕ້ອງມອບໃຫ້ລັດໃນໂຄງການອື່ນໆ.

​ໃຫ້ເລັ່ງການຫັນໂຄງການທົດລອງ ໄປສູ່ກົນໄກປົກກະຕິ ໃຫ້ສອດຄ່ອງກັບກົດໝາຍ ກຳນົດຕາມທີ່ລະບຸໃນແຈ້ງການ ສະບັບເລກທີ 978/ຫສນຍ, ລົງວັນທີ 22 ພຶດສະພາ 2024 ຢ່າງເຂັ້ມງວດ ໂດຍສະເພາະ ກ່ອນບໍລິສັດຈະດໍາເນີນການສືບຕໍ່ຂຸດຄົ້ນ ແລະ ປຸງແຕ່ງ ແມ່ນຕ້ອງໄດ້ສໍາເລັດວຽກງານ ການສໍາຫລວດແຮ່ທາດ, ການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຢ່າງລະອຽດຄົບຖ້ວນສາກ່ອນ ຈຶ່ງໃຫ້ອອກໃບອະນຸຍາດຂຸດຄົ້ນໃຫ້ບໍລິສັດ. ພ້ອມກັນນັ້ນ, ກໍໃຫ້ຢຸດຕິການພິຈາລະນາຕໍ່ກໍລະນີ ຍ້າຍ ຫລື ປ່ຽນແທນ ເນື້ອທີ່ບ່ອນອື່ນໆມາແທນໂຄງການ ສໍາປະທານແຮ່ທົດລອງ ຢ່າງເດັດຂາດ.

ພ້ອມ​ນີ້, ​ໃຫ້ສືບຕໍ່ໂຈະການພິຈາລະນາອະນຸມັດໂຄງການແຮ່ທາດໃໝ່ ສໍາລັບແຮ່ໂລຫະທາດ ຈົນໝົດສະໄໝລັດຖະບານ ຊຸດທີ IX, ຍົກເວັ້ນບາງທ້ອງຖິ່ນທີ່ທຸກຍາກ ແລະ ການຕົກລົງຂອງຂັ້ນເທິງ ແມ່ນຈະມີນິຕິກຳ ກຳນົດສະເພາະຕື່ມ. ໃນໄລຍະໂຈະການອອກອະນຸມັດໂຄງການໃໝ່ ສໍາລັບແຮ່ໂລ ຫະທາດ, ມອບໃຫ້ບັນດາຂະແໜງການ ແລະ ຂັ້ນອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຕື່ມ ດັ່ງນີ້: ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ, ຕິດຕາມກວດກາ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ໂດຍໃຫ້ ປະຕິ ບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດສິ່ງແວດລ້ອມ ທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮັບຮອງຢ່າງເຂັ້ມງວດ; ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງ, ຕິດຕາມກວດກາການຂົນ ສົ່ງແຮ່ທາດ ໂດຍສະເພາະ ການຄຸ້ມຄອງນໍ້າໜັກ ໃນລົດບັນທຸກປະເພດຕ່າງໆ ແລະ ການປະກອບສ່ວນພັນທະດ້ານງົບປະມານ ເພື່ອບູລະນະຮັກສາ, ສ້ອມແປງ ແລະ ຍົກລະດັບທາງແຕ່ລະປະເພດ ໂດຍໃຫ້ປະຕິບັດຕາມຂໍ້ກຳນົດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກຢ່າງເຂັ້ມງວດ; ບັນດາໂຄງ ການຮ່ວມມື ຊອກຄົ້ນ-ສໍາຫລວດ ລະຫວ່າງ ບໍລິສັດ ກັບ ກົມທໍລະນີສາດ ແລະ ແຮ່ທາດ ແລະ ບໍລິສັດກັບຂະແໜງການອື່ນ: ໃຫ້ຢຸດຕິບໍ່ໃຫ້ມີໂຄງການຮ່ວມມືໃໝ່ຕື່ມອີກ, ສໍາລັບໂຄງການເກົ່າຜ່ານມາ ເມື່ອສິ້ນສຸດອາຍຸ MOU ແມ່ນບໍ່ໃຫ້ສືບຕໍ່ອີກ, ສ່ວນຂໍ້ມູນທີ່ໄດ້ຈາກການສຶກສາ ແມ່ນບໍ່ໃຫ້ເປັນບຸ ລິມະສິດ ເພື່ອສະເໜີຂໍເຊັນສັນຍາກັບລັດຖະບານ ແລະ ໃຫ້ມອບຂໍ້ມູນດັ່ງກ່າວນັ້ນ ເປັນບຸລິມະສິດຂອງ ລັດຖະບານ ໃນການພິຈາລະນາ ຕົກລົງອະນຸຍາດລົງທຶນ ດ້ວຍຮູບແບບການປະມູນ ຫລື ຮູບແບບອື່ນ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສ່ວນມາດຕະການຈັດຕັ້ງປະຕິບັດ ​ແມ່ນ​ໄດ້​ກຳນົດ​ແຈ້ງຢູ່​ໃນ​ເນື້ອ​ໃນ​ລະອຽດ​ ຂອງ​ຄໍາ​ສັ່ງ​ສະບັບ​ດັ່ງກ່າວ.

KPL

ຂ່າວອື່ນໆ

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

    • ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ ວັດທະນະທຳ-ສັງຄົມ

      ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

      3/25/2025 5:08:05 PM

      ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

ads
ads

Top