ມາດຕະການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ

13/03/2025 19:17
Email Print 107
ຂປລ ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ​​ແລະ ​ຄໍາ​ສັ່ງດັ່ງ​ກ່າວ ​ໄດ້​ກຳນົດ​ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ ຢ່າງ​ລະອຽດ

ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ ​​ແລະ ​ຄໍາ​ສັ່ງດັ່ງ​ກ່າວ ​ໄດ້​ກຳນົດ​ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ ຢ່າງ​ລະອຽດ ດັ່ງ​ນີ້:

ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າປັບປຸງ, ມາດຕະການ ໃນການຄຸ້ມຄອງຜະລິດຕະພັນແຮ່ຄໍາ ຂອງແຕ່ລະໂຄງການຕາມຂັ້ນຕອນຂອງກົດໝາຍ ນັບແຕ່ຂັ້ນຕອນການຜະລິດ, ການເຄື່ອນຍ້າຍ ແລະ ການຈໍາໜ່າຍຜະລິດຕະພັນແຮ່ທາດ; ຄົ້ນຄວ້າປຶກສາຫາລືກັບຜູ້ລົງທຶນ ເພື່ອໃຫ້ລັດຖະບານ ເຂົ້າຮ່ວມຖືຮຸ້ນ. ສໍາລັບແຮ່ທາດອື່ນ ​ແມ່ນກວດ ກາຄືນເຂດໂຄງການແຮ່ທາດແຕ່ລະປະເພດ ທີ່ມີຄວາມສ່ຽງໃນການລັກລອບຂຸດຄົ້ນໃຫ້ລະອຽດ, ພ້ອມທັງຮີບຮ້ອນດໍາເນີນການສໍາຫລວດ ແລະ ວາງແຜນຄຸ້ມຄອງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ໂດຍມີສ່ວນຮ່ວມ ຂອງຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ; ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ສືບຕໍ່ລົງຕິດຕາມບັນດາໂຄງ ການບໍ່ແຮ່ທາດຕ່າງໆໃນຂອບເຂດທົ່ວປະເທດ. ໃນກໍລະນີກວດພົບເຫັນໂຄງການໃດ ທີ່ດຳເນີນການຂຸດຄົ້ນບໍ່ຖືກຕ້ອງ, ລະເມີດສັນຍາສໍາປະທານ, ສ້າງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແມ່ນແຈ້ງໂຈະກິດຈະການຊົ່ວຄາວ, ຫລັງຈາກນັ້ນ ໃຫ້ກະຊວງແຜນການ ແລະ ການລົງທຶນ ອອກແຈ້ງເຕືອນບໍລິສັດ ເພື່ອໃຫ້ປັບປຸງ ແລະ ແກ້ໄຂ ໂດຍໃຫ້ບໍລິສັດ ສະເໜີແຜນການປັບປຸງທີ່ຊັດເຈນ, ຖ້າບໍລິສັດດັ່ງກ່າວ ບໍ່ສາມາດປັບປຸງແກ້ໄຂຕາມວັນເວລາທີ່ກຳນົດ ແມ່ນໃຫ້ສະເໜີລັດຖະບານ ເພື່ອຍົກເລີກສັນຍາ ແລະ ຖອນໂຄງການຄືນ; ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ກວດກາຄືນ ດ້ານຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ຕິດພັນກັບການຂຸດຄົ້ນ, ຂົນສົ່ງຊັບພະຍາກອນແຮ່ທາດ, ຫາກບໍ່ປະຕິບັດຕາມບັນດາມາດຕະການ ທີ່ກຳນົດໃນແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ແລະ ເຮັດໃຫ້ມີຜົນກະທົບກັບ ດ້ານສິ່ງແວດລ້ອມທາງທຳມະຊາດ ແລະ ສັງຄົມ ແມ່ນໃຫ້ດໍາເນີນການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງປ້ອງກັນປະເທດ ສືບຕໍ່ປະສານສົມທົບກັນ ຢ່າງໃກ້ຊິດ ໃນການກວດກາ ແລະ ແກ້ໄຂບັນຫາການຂຸດຄົ້ນແຮ່ຄໍາຕົກຂ້ອນ ແລະ ຂຸດຄົ້ນຫີນແຮ່-ຊາຍ ເພື່ອອັດຊ່ອງວ່າງການ ສວຍໂອກາດທຸກຮູບແບບ ເພື່ອຂຸດຄົ້ນແຮ່ຄໍາຕົກຂ້ອນ ອັນຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງທຳມະຊາດ ລວມທັງສົມ ທົບກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ໃນການຕິດຕາມກວດກາການບັນ ທຸກນໍ້າໜັກແຮ່ທາດຢູ່ຕົ້ນທາງ.

ໃຫ້ກະຊວງການເງິນ ເອົາໃຈໃສ່ເຂັ້ມງວດການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງກັບດ້ານການເງິນ ເປັນຕົ້ນ ການລັກໂລບ, ບຸກລຸກ, ການຊື້-ຂາຍ, ເຄື່ອນຍ້າຍຊັບສິນຂອງລັດ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການບໍ່ປະຕິບັດພັນທະຕ່າງໆຕາມສັນຍາ ແລະ ລົງເລິກການກວດກາບັນຊີປະຈຳປີ ຂອງບັນດາໂຄງການບໍ່ແຮ່ ໂດຍສະເພາະບັນຫາການຈັດເກັບອາກອນກຳໄລ ແລະ ພາສີ-ອາກອນອື່ນໆທີ່ຕິດພັນ, ພ້ອມທັງໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອປະເມີນຄືນຜົນໄດ້ ແລະ ຜົນເສຍໃນການສ້າງລາຍຮັບຈາກການຂຸດຄົ້ນແຮ່ທາດ ທຽບໃສ່ການເກັບລາຍຮັບພາຍໃນທັງໝົດ. ພ້ອມນີ້, ໃຫ້ຄົ້ນຄວ້າສ້າງນະໂຍບາຍ ແລະ ນິຕິກຳດ້ານພາສີ-ອາກອນຕ່າງໆ, ພ້ອມທັງຕິດ ຕາມ ນໍ້າໜັກແຮ່ທາດ ຢູ່ປາຍທາງ(ດ່ານພາສີ) ແລະ ສະໜອງຂໍ້ມູນໃຫ້ຂະແໜງການກ່ຽວຂ້ອງ ເພື່ອຮັບຊາບຢ່າງເປັນປົກກະຕິ; ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ຕ້ອງສ້າງເງື່ອນໄຂໃຫ້ທຸກພາກສ່ວນ ໃນສັງຄົມມີສ່ວນຮ່ວມ ໃນການຕິດຕາມກວດກາ, ແຈ້ງສະພາບການ ລັກລອບຂຸດຄົ້ນແຮ່ທາດ, ສະພາບຜົນກະທົບຕໍ່ສິ່ງແວດລ້ອມທາງທໍາມະຊາດ ແລະ ສັງຄົມ ໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບປົກກະຕິ. ກໍລະນີພົບເຫັນມີການລະເມີດກົດໝາຍ ແລະ ນິຕິກຳກ່ຽວຂ້ອງ ແມ່ນແຈ້ງຂໍ້ມູນແກ່ເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງດ້ວຍທຸກຮູບການ ລວມທັງຜ່ານສື່ ແລະ ຊ່ອງທາງຕ່າງໆ, ເມື່ອໄດ້ຮັບຂໍ້ມູນແລ້ວ ເຈົ້າໜ້າທີ່ລັດ ທີ່ກ່ຽວ ຂ້ອງ ຕ້ອງຮີບຮ້ອນລົງກວດກາຕົວຈິງ ແລະ ແກ້ໄຂຢ່າງທັນການ, ຫາກພົບເຫັນການລະເມີດແທ້ ແມ່ນຕ້ອງມີມາດຕະການແກ້ໄຂຢ່າງເຂັ້ມງວດ ແລະ ເດັດຂາດ. ພ້ອມນັ້ນ, ກໍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຮູບການຍ້ອງຍໍ ແລະ ແບ່ງຜົນປະໂຫຍດຈາກການປັບໃໝ ໃຫ້ແກ່ຜູ້ແຈ້ງຂໍ້ມູນ ຕາມຄວາມເໝາະສົມ; ມອບໃຫ້ອົງການປົກຄອງ ນະຄອນຫລວງວຽງຈັນ, ບັນດາແຂວງ ແລະ ທຸກພາກສ່ວນ ເປັນເຈົ້າການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກ່ຽວກັບແຮ່ທາດຢ່າງເຂັ້ມງວດ, ກໍລະນີກວດພົບເຫັນ ຢູ່ທ້ອງຖິ່ນ ໃດມີການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ມອບໃຫ້ຂັ້ນອົງການປົກຄອງທ້ອງຖິ່ນນັ້ນ ເປັນຜູ້ຮັບຜິດຊອບຕາມກົດໝາຍ ແລະ ລະບຽບການຕ່າງໆ. ພ້ອມນັ້ນ, ໃຫ້ຮີບຮ້ອນດໍາເນີນການກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂການລັກລອບຂຸດຄົ້ນ ຊັບພະຍາກອນແຮ່ທາດຕ່າງໆ, ການຈັບຈອງ, ການຊື້-ຂາຍ, ການດໍາເນີນກິດຈະການ ຫລື ດໍາເນີນທຸລະກິດຂອງບຸກຄົນ, ນິຕິບຸກຄົນ, ກໍລະນີ ທີ່ບໍ່ໄດ້ຮັບອະນຸຍາດ ຫລື ໄດ້ຮັບອະນຸຍາດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແມ່ນໃຫ້ຢຸດຕິ, ຍຸບເລີກ ແລະ ຮື້ຖອນ, ພ້ອມທັງປະຕິບັດ ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ຢ່າງເຂັ້ມງວດ; ສືບຕໍ່ເປັນເຈົ້າການ ແລະ ເຂັ້ມງວດ ໃນການປ້ອງກັນ, ສະກັດກັ້ນການລັກລອບ ຂຸດຄົ້ນແຮ່ທາດໃນທຸກຮູບແບບ, ໃນກໍລະນີຫາກເກີດມີປະກົດການຫຍໍ້ ທໍ້ດ້ານແຮ່ທາດຕ່າງໆຢູ່ທ້ອງຖິ່ນໃດ ແມ່ນມອບໃຫ້ທ້ອງຖິ່ນນັ້ນ ເປັນເຈົ້າການໃນການແກ້ໄຂບັນຫາໂດຍໄວ, ເຂັ້ມງວດ ແລະ ຂາດຕົວ ດ້ວຍມາດຕະການຕ່າງໆຕາມຄວາມເໝາະສົມ (ບໍລິຫານ, ເສດຖະ ກິດ ແລະ ກົດໝາຍ) ຕໍ່ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ລະເມີດ ທັງການກະທໍາຜິດດັ່ງກ່າວ ຢ່າງເຂັ້ມງວດ. ພ້ອມນີ້, ໃຫ້ຮີບຮ້ອນສະຫລຸບ ແລະ ສັງລວມ ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິ ບັດ ໃຫ້ລັດຖະບານ ຮັບຊາບ ແລະ ມີທິດຊີ້ນໍາຢ່າງເປັນປົກກະຕິ ໂດຍຜ່ານຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ໃນແຕ່ລະໄລຍະ; ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສັງຫວມຜົນກະທົບ ຈາກການຂຸດຄົ້ນແຮ່ທາດຕ່າງໆ ຕໍ່ສະຖານທີ່ທ່ອງທ່ຽວ ທີ່ອາດຈະສົ່ງຜົນກະທົບຕໍ່ ຊັບພະຍາກອນການທ່ອງທ່ຽວ ທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ແລະ ເປັນເຈົ້າການສົມທົບຢ່າງໃກ້ຊິດ ກັບກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອກວດກາ ແລະ ມີມາດຕະການປ້ອງກັນຮ່ວມກັນ; ໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນ ຫລວງວຽງຈັນ, ບັນດາເຈົ້າແຂວງໃນທົ່ວປະເທດ ຄົ້ນຄວ້າກຳແໜ້ນຄໍາສັ່ງສະບັບນີ້, ພ້ອມທັງຜັນຂະຫຍາຍ ອອກເປັນໜ້າວຽກລະອຽດ ຕາມ ຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກໍລະນີ ຂະແໜງການໃດ, ທ້ອງຖິ່ນໃດ ຫາກລະເມີດຕໍ່ຄໍາສັ່ງສະບັບນີ້ ແມ່ນຄະນະນໍາຂອງຂະແໜງການນັ້ນ ຫລື ທ່ອງຖິ່ນນັ້ນ ຕ້ອງຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການຕ່າງໆທີ່ກຳນົດໄວ້; ບັນດາຄໍາສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ຂະແໜງການ ແລະ ຂັ້ນອົງການປົກຄອງທ້ອງຖິ່ນຕ່າງໆ ໄດ້ປະກາດໃຊ້ຜ່ານມາ ຊຶ່ງມີເນື້ອໃນຂັດກັບຄໍາສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ.
KPL

ຂ່າວອື່ນໆ

ads
ads

Top