ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ຫາລືເພື່ອຮັດແໜ້ນການຮ່ວມມື

13/03/2025 19:26
Email Print 1279
ຂປລ ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ຫວັງອີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ


ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ຫວັງອີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ມີນາ 2025 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງແລະ ລະດັບສູງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດອັນຍືນຍົງ ມາສູ່ປະຊາຊົນສອງຊາດ ກໍຄື ການຮ່ວມມື ຂອງສອງກະຊວງການຕ່າງປະເທດລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

ໃນຕອນເຊົ້າວັນທີ 13 ມີນາ 2025, ທີ່ ນະຄອນຫລວງປັກກິ່ງ, ສປ ຈີນ, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບ ສະຫາຍ ລັດຖະມົນຕີ ຫວັງ ອີ້ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ຄະນະ, ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ການຈັດຕັ້ງຜັນຂະຫຍາຍ  “ແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ທີ່ການນໍາສູງສຸດຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃນທ້າຍປີ 2023 ທີ່ຜ່ານມາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນໂອກາດການຢ້ຽມຢາມ ສປ ຈີນ ຄັ້ງນີ້ ເຊິ່ງເປັນຄັ້ງທໍາອິດ ພາຍຫລັງ ໄດ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມສອງສະພາ ຄັ້ງທີ 3 ສະໄໝທີ 14 ຂອງ ສປ ຈີນ ທີ່ໄດ້ຈັດຂຶ້ນໃນ ລະຫວ່າງ ວັນທີ 4-11 ມີນາ 2025 ທີ່ຜ່ານມາ.


ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການພົວພັນຮ່ວມມືໃນດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນ ແມ່ນການສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ. ພິເສດ, ສອງຝ່າຍໄດ້ຊົມເຊີຍຜົນສໍາເລັດການຈັດຕັ້ງປະຕິບັດ “ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ແລະ ເຫັນດີເປັນເອກະພາບໃນການສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດເປັນຮູບປະທໍາຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ທີ່ສືບຕໍ່ໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ. ປັດຈຸບັນ, ສປ ຈີນ ຍັງເປັນອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດ ຢູ່ ສປປ ລາວ, ມູນຄ່າການຄ້າສອງຝ່າຍ ແລະ ການຮ່ວມມືຂະແໜງການອື່ນໆ ກໍສືບຕໍ່ຂະຫຍາຍຕົວຢ່າງກ້າວກະໂດດ, ພິເສດການເປີດ ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນສໍາຄັນ ໃນການອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ພ້ອມກັນນີ້, ສອງຝ່າຍກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງແຜນການໃນຕໍ່ໜ້າ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ໂດຍຈະຖືເອົາ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ເປັນບ່ອນອີງໃນການຮ່ວມມືຕົວຈິງໃນແຕ່ລະດ້ານ ໂດຍສະເພາະການຮ່ວມມື ເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວ ດ້ວຍຄຸນນະພາບໃໝ່ ເພື່ອຮັບປະກັນຜົນປະໂຫຍດ ໃຫ້ແກ່ສອງປະເທດຢ່າງແທ້ຈິງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.


ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕະຫລອດມາ ໂດຍສະເພາະ ການເປັນປະທານໝູນ ວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມກັນນີ້, ກໍໄດ້ເຊື້ອເຊີນ ສະຫາຍ ຫວັງ ອີ້ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ ແລະ ເໝາະສົມ ເຊິ່ງ ສະຫາຍຫວັງ ອີ້ ກໍຍິນດີຕອບຮັບຄໍາເຊື້ອເຊີນດັ່ງກ່າວ.

ພິເສດ, ພາຍຫລັງສໍາເລັດການພົບປະສອງຝ່າຍ, ສອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຈີນ ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ວ່າດ້ວຍການສົ່ງເສີມການຮ່ວມມື ດ້ານຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ.

ການຢ້ຽມຢາມຄັ້ງນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຕິ່ງ ເຊຍຊຽງ ກໍາມະການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ຮ່ວມງານລ້ຽງຈັດໂດຍ ສະຫາຍ ຫລິວ ຈ້ຽນຊາວ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດຈີນ. ນອກນັ້ນ, ຍັງໄດ້ໄປຢ້ຽມຢາມທັດສະນະສຶກສາຢູ່ ບໍລິສັດ ພັດທະນາປັນຍາປະດິດ MEG VII, ສູນທົດລອງພາຫະນະບໍ່ມີຄົນຂັບ ແລະ ຫໍພິພິດຕະພັນ ແຫ່ງນະຄອນຫລວງປັກກິ່ງ.

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top