ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ

13/03/2025 19:03
Email Print 933
ຂປລ ຂປລ. ພິທີມອບ-ຮັບອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ ຫລັງໃໝ່ ຈັດ​ຂຶ້ນ​ໃນວັນທີ 12 ມີນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ຜູ້ອຳນວຍການໂຮງໝໍ ແຂວງຈຳປາສັກ, ມີການນຳຈາກສູນກາງ, ການນໍາເເຂວງ, ພະເເນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານແພດ-ໝໍ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ




ຂປລ. ພິທີມອບ-ຮັບອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ ຫລັງໃໝ່ ຈັດ​ຂຶ້ນ​ໃນວັນທີ
12 ມີນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ຜູ້ອຳນວຍການໂຮງໝໍ ແຂວງຈຳປາສັກ, ມີການນຳຈາກສູນກາງ, ການນໍາເເຂວງ, ພະເເນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານແພດ-ໝໍ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ, ​ເຊິ່ງອາຄານນອນຄົນເຈັບຫລັງນີ້ ​ໄດ້​ຮັບການຊ່ວຍເຫລືອລ້າ ໃນການກໍ່ສ້າງ ຈາກ ກຸ່ມບໍລິສັດ ເອໄອເອັຟ, ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ, ກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ ໃນມູນຄ່າ 16 ຕື້ກີບ.




ໃນພິທີ
, ທ່ານ ລິດທິກອນ ພູມມະສັກ ປະທານ ກຸ່ມບໍລິສັດ ເອໄອເອັຟ ໄດ້ຕາງໜ້າແກ່ຜູ້ໃຫ້ທຶນມີຄໍາເຫັນກ່າວມອບ, ພ້ອມທັງຍົກໃຫ້ເຫັນສາເຫດ ແລະ ຄວາມເປັນມາ ໃນການໃຫ້ທຶນຊ່ວຍເຫລືອລ້າໃນການກໍ່ສ້າງອາຄານນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ.




ຕໍ່ມາ ທ່ານ ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍ ແຂວງຈຳປາສັກ ກໍໄດ້ກ່າວຮັບອາຄານນອນຄົນເຈັບຫລັງໃໝ່, ພ້ອມ​ທັງ​ໄດ້​ມີຄຳເຫັນວ່າ: ຄະນະພັກ-ຄະນະອໍານວຍການ ພ້ອມດ້ວຍພະນັກງານໂຮງໝໍ ແຂວງຈໍາປາສັກ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບອາຄານນອນຄົນເຈັບຫລັງໃໝ່ນີ້ ເພາະເປັນຂີດໝາຍທີ່ສໍາຄັນ ໃນການຍົກລະດັບຄຸນນະພາບການປິ່ນປົວ ຕາມເນື້ອໃນຄຸນນະພາບ
5 ດີ 1 ພໍ ໃຈ ຢູ່ສະຖານທີ່ປິ່ນປົວສຸຂະພາບ ທີ່ກະຊວງສາທາລະນະສຸກ ກຳນົດອອກ, ທັງເປັນການຫລຸດຜ່ອນຄວາມແອອັດ, ຫລຸດຜ່ອນຄວາມສ່ຽງ ຈາກການຕິດເຊື້ອພາຍໃນໂຮງໝໍ, ເຮັດໃຫ້ໂຮງໝໍ ມີອາຄານນອນປິ່ນປົວຄົນເຈັບ ຂະໜາດ 68 ຕຽງ ເພີ່ມຕື່ມ ເພື່ອຮອງຮັບໃຫ້ແກ່ການມາປິ່ນປົວ ຂອງປະຊາຊົນບັນດາເຜົ່າ ໃນ 4 ແຂວງພາກໃຕ້. ພ້ອມ​ນີ້, ທ່ານ​ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກ ສາອາຄານນອນປິ່ນປົວຕົນເຈັບ ທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບ ແລະ ເກີດປະໂຫຍດສູງສຸດ.



ຂ່າວ-ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top