ໄຂງານມະຫາກຳກິລາລະດູໜາວອາຊີ ຄັ້ງທີ IX ປີ 2025

10/02/2025 15:20
Email Print 214
ຂປລ ງານມະຫາກຳ ກິລາ ລະດູໜາວ ອາຊີ ຄັ້ງທີ 9 ໄດ້ໄຂຂຶ້ນ ຢ່າງເປັນທາງການຢູ່ ນະຄອນ ຮາເອີບິນຂອງ ສປ ຈີນ ເມື່ອບໍ່ດົນມານີ້ ຢູ່ສອງສະຖານທີ່ ແມ່ນ ສູນວາງສະແດງສາກົນ ຮາເອີບິນ ແລະ ສວນສາທາລະນະໂລກ ແຫ່ງຫິມະ ຮາບິນ ຊຶ່ງແມ່ນສວນສາທາລະນະ ກ່ຽວກັບ ຫິມະໃຫຍ່ທີ່ສຸດໃນໂລກ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ,ງານມະຫາກຳ ກິລາ ລະດູໜາວ ອາຊີ ຄັ້ງທີ 9 ໄດ້ໄຂຂຶ້ນ ຢ່າງເປັນທາງການຢູ່ ນະຄອນ ຮາເອີບິນຂອງ ສປ ຈີນ ເມື່ອບໍ່ດົນມານີ້ ຢູ່ສອງສະຖານທີ່ ແມ່ນ ສູນວາງສະແດງສາກົນ ຮາເອີບິນ ແລະ ສວນສາທາລະນະໂລກ ແຫ່ງຫິມະ ຮາບິນ ຊຶ່ງແມ່ນສວນສາທາລະນະ ກ່ຽວກັບ ຫິມະໃຫຍ່ທີ່ສຸດໃນໂລກ. ໂດຍມີ ທ່ານ ສິ ຈິ້ນຜິງ, ປະທານປະເທດ ຈີນ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ໄຂງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ 9. ພ້ອມກັນນັ້ນ ຍັງມີການເຂົ້າຮ່ວມຂອງ ລາຊະອານາຈັກ ບຣູໄນ, ປະທານາທິບໍດີ ກາຊັກສະຖານ, ປະທານາທິບໍດີ ປາກິດສະຖານ, ນາຍົກລັດຖະມົນຕີ ໄທ ແລະ ປະທານສະພາແຫ່ງຊາດ ສ.ເກົາຫລີ.ດ້ວຍຫົວຂໍ້ “ຄວາມຝັນແຫ່ງ ລະດູບານໃໝ່, ຄວາມຮັກຕໍ່ອາຊີ”, ພິທີແກ່ຍາວ ເປັນເວລາ 80 ນາທີ, ໃນນັ້ນ ພິທີກຳໄດ້ດຳເນີນ ໃນເວລາ 50 ນາທີ, ບັນດາລາຍການສະແດງສິລະປະ ແລະ ການຈູດດວງໄຟ ທີ່ໄດ້ດຳເນີນ ໃນເວລາ 30 ນາທີ. ງານມະຫາກຳ ກິລາລະດູໜາວ ອາຊີ ຮາເອີບິນ ມີການເຂົ້າຮ່ວມ ຂອງນັກກິລາ ຢູ່ລະດັບສະຖິຕິແມ່ນກ່ວາ 1.270 ຄົນ ທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນຢູ່ອາຊີ. ຄະນະນັກກິລາ ຫວຽດນາມ ລວມມີ 3 ຄົນ. ນັກກິລາ ເຢືອງເຈື່ອງເລິບ ແມ່ນນັກກິລາຄົນໜຶ່ງດຽວຂອງກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາລະດູໜາວປີນີ້. ສຳລັບ ງານມະຫາກຳກິລາລະດູໜາວ ອາຊີ ຄັ້ງທີ IX ຈະສິ້ນສຸດ ໃນວັນທີ 14 ກຸມພານີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top