ສສ ຫວຽດນາມ-ໄທ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ

10/02/2025 15:20
Email Print 229
ຂປລ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ອຸຣະວະດີ ສີພີຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ສສ ຫວຽດນາມ ເນື່ອງໃນໂອກາດ ເລີ່ມປະຕິບັດ ໜ້າທີ່ຢູ່ ສສ ຫວຽດນາມ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ອຸຣະວະດີ ສີພີຣົມ ເອກອັກຄະລັດຖະທູດ ໄທ ປະຈຳ ສສ ຫວຽດນາມ ເນື່ອງໃນໂອກາດ ເລີ່ມປະຕິບັດ ໜ້າທີ່ຢູ່ ສສ ຫວຽດນາມ.ຈາກນັ້ນ ໄດ້ກ່າວສະແດງ ຄວາມຍິນດີຕໍ່ ທ່ານ ນາງ ອຸຣະວະດີ ສີພີຣົມ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທ ປະຈຳ ສສ ຫວຽດນາມ, ທ່ານ ຟ້າມມິງຈິງ,ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອໃຫ້ເອກອັກຄະລັດຖະທູດ ເສີມຂະຫຍາຍບົດບາດ ເປັນຂົວເຊື່ອມຕໍ່ ສຳຄັນໃນການຊຸກຍູ້ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ເພີ່ມທະວີ ທີ່ພວມນັບມື້ ນັບພັດທະນາ ຢ່າງແຮງ ລະຫວ່າງ ສອງປະເທດໃຫ້ຫລາຍກວ່າເກົ່າ.ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີສອງຝ່າຍ ຮັກສາກົນໄກ ຮ່ວມມື ສອງຝ່າຍຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມື ດ້ານການທ່ອງທ່ຽວ, ເຊື່ອມຕໍ່ ພື້ນຖານໂຄງລ່າງ, ເພີ່ມທະວີ ການຮ່ວມມື ດ້ານຄວາມໝັ້ນຄົງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕໍ່ສູ້ກັບ ບັນດາອົງການ ກໍ່ການຮ້າຍ, ປະຕິການ; ຮັບປະກັນບໍ່ປະໃຫ້ບໍ່ວ່າສ່ວນບຸກຄົນໃດ ຫລື ອົງການໃດ ນຳໃຊ້ດິນແດນ ຂອງປະເທດນີ້ ຕ້ານປະເທດອື່ນ.ສ່ວນ ທ່ານ ນາງ ອຸຣະວະດີ ສີພີຣົມ ໄດ້ຢັ້ງຢືນວ່າ: ຈະຊຸກຍູ້ ການຜັນຂະຫຍາຍ ການຢ້ຽມຢາມຂັ້ນສູງ ລະຫວ່າງ ສອງປະເທດໃນປີ 2025, ໃນນັ້ນມີການຢ້ຽມຢາມ ສສ ຫວຽດນາມ ຂອງນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດໄທ. ທ່ານ ນາງ ເອກອັກຄະລັດຖະທູດ ປາດຖະໜາ ຢາກສອງຝ່າຍສືບຕໍ່ ເພີ່ມທະວີການຮ່ວມມື ໃນຂົງເຂດ ອາຊຽນ ກໍ່ຄືຢູ່ບັນດາອົງການ ຈັດຕັ້ງ ໃນພາກພື້ນ ຊຶ່ງທັງສອງຝ່າຍ ແມ່ນສະມາຊິກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top