ຈີນ-ໄທ ເພີ່ມທະວີການປາບປາມການຄ້າມະນຸດ-ການຫລອກລວງຜ່ານທາງໂທລະຄົມ

10/02/2025 15:20
Email Print 243
ຂປລ ລັດຖະບານ ຈີນ-ໄທ ໄດ້ອອກ ຖະແຫລງການຮ່ວມ ກ່ຽວກັບ ການຫັນ​ໜ້າສູ່ ອະນາຄົດ ແລະ ຖືເອົາປະຊາຊົນ ເປັນໃຈກາງ, ເພີ່ມທະວີ ສາພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ, ຊຸກຍູ້ການສ້າງ​ຄູ່ຮ່ວມ ຊາຕາກຳຈີນ-ໄທ ທີ່ໝັ້ນຄົງ ກວ່າເກົ່າ, ມີຄວາມຈະເລີນ ຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ຢູ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຂອງ​ ສປ ຈີນ, ລັດຖະບານ ຈີນ-ໄທ ໄດ້ອອກ ຖະແຫລງການຮ່ວມ ກ່ຽວກັບ ການຫັນ​ໜ້າສູ່ ອະນາຄົດ ແລະ ຖືເອົາປະຊາຊົນ ເປັນໃຈກາງ, ເພີ່ມທະວີ ສາພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ, ຊຸກຍູ້ການສ້າງ​ຄູ່ຮ່ວມ ຊາຕາກຳຈີນ-ໄທ ທີ່ໝັ້ນຄົງ ກວ່າເກົ່າ, ມີຄວາມຈະເລີນ ຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.ເນື້ອໃນຖະແຫລງການດັ່ງກ່າວ ລະບຸວ່າ: ສອງຝ່າຍ ເນັ້ນໜັກວ່າ: ພາຍໃຕ້ ກົນໄກການຮ່ວມມື ໃນພາກພື້ນຕ່າງໆ ເປັນຕົ້ນ: ກົນໄກ ການຮ່ວມມື ສອງຝ່າຍ ແລະ ກົນໄກ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສອງຝ່າຍ ຈະເພີ່ມທະວີ ປາບປາມ ອາຊະຍາກຳ ຂ້າມຊາດຕ່າງໆ ໂດຍບໍ່ມີການອົດກັ້ນ ຢ່າງເດັດຂາດ ເຊັ່ນ: ການຄ້າມະນຸດ, ການຫລອກລວງ ຜ່ານທາງໂຄລະຄົມ, ການຄ້າຂາຍ ຢາເສບຕິດ, ການພະນັນ ຜ່ານທາງອິນເຕີເນັດ ທີ່ຜິດກົດໝາຍ, ການຟອກເງິນ ແລະ ອື່ນໆ, ດຳເນີນການລາດຕະເວນ ຮ່ວມປະຕິບັດ ກົດໝາຍ ຕາມລຳແມ່ນ້ຳຂອງ.ໂດຍສອງຝ່າຍ ຈະປຶກສາຫາລື ຕື່ມອີກ ກ່ຽວກັບ ການສ້າງກົນໄກ ການປະສານງານ ແລະ ການຮ່ວມມື ທີ່ເໝາະສົມໂດຍໄວ ເພື່ອປາບປາມ ການພະນັນ ຜ່ານທາງອິນເຕີເນັດ ແລະ ການຫລອກລວງ ຜ່ານທາງໂທລະຄົມ ຢ່າງມີປະສິດທິຜົນ ແລະ ເຫັນດີຕັ້ງໜ້າເຂົ້າຮ່ວມ “ການເຄື່ອນໄຫວ ຮັກສາຄວາມ ສະຫງົບປອດໄພ ຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຮ່ວມກັນຊຸກຍູ້ການຮ່ວມມືດ້ານ​ຕຸ​ລາ​ການ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປົກປັກຮັກສາຄວາມປອດໄພ ດ້ານຊີວິດ ແລະ ຊັບສິນຂອງ ປະຊາຊົນ ໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top