![](https://kpl.gov.la/Media/Upload/News/Thumb/2025/02/07/476798178_1095558572598448_6466867529090457342_n.jpg)
ຂປລ. ໃນໂອກາດສຳເລັດກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2024 ໃນວັນທີ 7 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະແໜງ ຖວທ ທົ່ວປະເທດ ສືບຕໍ່ເອົາໃຈໃສ່ ຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫລງຂ່າວ, ວຽກງານສື່ມວນຊົນ ໃຫ້ແຂງແຮງກວ່າເກົ່າ ເພື່ອສືບຕໍ່ເປັນເຄື່ອງມືທີ່ສໍາຄັນ ແລະ ມີປະສິດທິພາບ, ປະສິດທິຜົນ ໃນການນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໄປສູ່ປະຊາຊົນຮັບຮູ້, ເຂົ້າໃຈຢ່າງ ທົ່ວເຖິງ ແລະ ເຂົ້າຮ່ວມໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ທັງໃຫ້ເປັນອາວຸດທີ່ແຫລມຄົມໃນການຕໍ່ຕ້ານ ແລະ ຕີຖອຍບັນດາອິດທິກຳລັງປໍລະປັກ ທີ່ຍາມໃດກໍຫວັງທໍາລາຍມ້າງເພປະເທດຊາດຢ່າງບໍ່ລົດລະ ດ້ວຍການໂຈມຕີ, ໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງ ຕໍ່ແນວທາງນະໂຍບາຍຂອງພັກ ກໍຄື ໂຈມຕີການນໍາຂັ້ນສູງຂອງ ພັກ-ລັດ ເພື່ອຫວັງແບ່ງແຍກຄວາມສາມັກຄີພາຍໃນ ແລະ ຫລຸດບົດບາດອິດທິພົນການນໍາພາຂອງພັກເຮົາ.
![](https://kpl.gov.la/Media/Upload/News/Thumb/2025/02/07/476355902_1095558675931771_2876965754954834813_n.jpg)
ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງເນັ້ນໃຫ້ເອົາໃຈໃສ່ບຳລຸງກໍສ້າງທາງດ້ານການເມືອງ, ຄຸນສົມບັກສິນທຳປະຕິວັດ ໃຫ້ພະນັກງານທີ່ເຮັດວຽກໃນຂົງເຂດ ຖວທ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ກຳໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະ ຢ່າງໜັກແໜ້ນ, ຮູ້ຈຳແນກອັນໃດຖືກ, ອັນໃດຜິດ. ພ້ອມນັ້ນ, ຜູ້ທີ່ເຮັດວຽກໃນຂົງເຂດນີ້ ຕ້ອງເປັນຜູ້ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ຮູ້ຈຳແນກມິດ-ສັດຕູ, ມີຈັນຍາບັນຈັນຍາທຳໃນອາຊີບ ໂດຍຖືເອົາປະເທດຊາດ ມາກ່ອນໝູ່; ເອົາໃຈໃສ່ປັບປຸງທາງດ້ານເນື້ອໃນການຖະແຫລງຂ່າວໃນແຕ່ລະໄລຍະ ຕ້ອງຕິດພັນກັບນະໂຍບາຍ ແລະ ແຜນວຽກຈຸດສຸມຂອງພັກ-ລັດ ວາງອອກ, ເນື້ອໃນການອອກຂ່າວ ກໍໃຫ້ເຂົ້າໃຈງ່າຍ, ມີຫລາຍຮູບແບບ ທີ່ເໝາະສົມ ກັບລະດັບວັດທະນະທຳ ແລະ ລະດັບຄວາມຮັບຮູ້, ເຂົ້າໃຈ ຂອງປະຊາຊົນ, ເນື້ອໃນບົດຂ່າວ, ບົດຄວາມ, ບົດສາລະຄະດີ ແລະ ລາຍການບັນເທິງຕ່າງໆໃຫ້ມີເນື້ອໃນໂນ້ມນ້າວ, ດຶງດູດ, ຈຸງໃຈຜູ້ອ່ານ, ຜູ້ຟັງ. ພ້ອມທັງ, ໃຫ້ເອົາໃຈໃສ່ປັບປຸງຍົກລະດັບທາງດ້ານເຕັກຕິກ, ເຕັກໂນໂລຊີ ໃຫ້ເປັນທັນສະໄໝ, ທັນກັບຍຸກສະໄໝ, ສະເພາະໜ້າໃຫ້ຫັນຈາກລະບົບອານາລັອກ ໄປສູ່ລະບົບດີຈິຕອນ ໃຫ້ສຳເລັດຕາມແຜນວາງໄວ້; ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມ ຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຕ້ອງມີຄຸນນະພາບຢ່າງແທ້ຈິງ, ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລ ດ້ານຈິດໃຈຂອງສັງຄົມ ບົນພື້ນຖານການອະນຸລັກຟື້ນຟູ ວັດທະນະທໍາ, ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ຂອງເຜົ່າ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫລ້າຫລັງງົມງວາຍ; ສົ່ງເສີມເອກະລັກ ດ້ານສິລະປະວັນນະຄະດີ, ພູມປັນຍາບົ່ມຊ້ອນເຂົ້າໃນການສ້າງຜະລິດຕະພັນວັດທະນະທໍາ ໃຫ້ມີຫລາກຫລາຍສີສັນ-ຫລາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງ ມໍລະດົກວັດທະນະທໍາຂອງຊາດ ໂດຍສະເພາະແມ່ນສຸມໃສ່ການນໍາສະເໜີເອົາພູຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ຕາມແຜນການທີ່ວາງໄວ້; ສ້າງພື້ນຖານໂຄງລ່າງ ທາງດ້ານວັດທະນະທໍາ ເປັນຕົ້ນ ຫໍສະມຸດ, ຫໍພິພິທະພັນ, ຫໍມູນເຊື້ອ, ອະນຸສາວະລີ, ສະໂມສອນວັດທະນະທໍາ ໃຫ້ຄົບຖ້ວນ ແລະ ກວ້າງຂວາງ. ນອກຈາກນີ້, ຕ້ອງໄດ້ກໍ່ສ້າງພະນັກງານ ຜູ້ທີ່ມີພອນສະຫວັນ ດ້ານວັດທະນະທໍາ ທັງພາກລັດ ແລະ ເອກະຊົນໃຫ້ມີຄວາມຍືນຍົງ ແລະ ຫລາຍຂຶ້ນ, ໄປຄຽງຄູ່ກັບການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານຢ່າງສົມເຫດສົມຜົນ ແລະ ຖືກຕ້ອງຕາມຄວາມເປັນຈິງ.
![](https://kpl.gov.la/Media/Upload/News/Thumb/2025/02/07/476311196_1095558645931774_7918801558279443507_n.jpg)
ສືບຕໍ່ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງ ແຫລ່ງທ່ອງທ່ຽວ ທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງທ່ຽວກະສິກໍາ ແລະ ການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ; ໃຫ້ສືບຕໍ່ສົ່ງເສີມການ ທ່ອງທ່ຽວແບບອະນຸລັກ, ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານ ໃຫ້ມີຄຸນນະພາບ, ສ້າງກິດຈະກຳ ແລະ ຜະລິດຕະພັນການທ່ອງ ທ່ຽວໃຫ້ມີຄວາມຫລາກຫລາຍ ຕິດພັນກັບການທ່ອງທ່ຽວ ວັດທະນະທຳ ຂອງບັນດາເຜົ່າ ແລະ ກະສິກຳ ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ ຊົມໃຊ້ຜະລິດຕະພັນລາວ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້້ສູ່ລະບຽບການ. ພ້ອມທັງ, ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ໃຫ້ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້, ຄວາມສາມາດຂອງ ພະນັກງານ-ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດພະນັກງານ ສືບທອດປ່ຽນແທນແຕ່ລະໄລຍະ, ກວດກາ ເບິ່ງຄືນບ່ອນໃດ ພະນັກງານເຫລືອບໍ່ພໍ, ພະນັກງານບໍ່ມີຄຸນນະພາບ ກໍຕ້ອງແກ້ໄຂໃຫ້ໄວ, ຄຽງຄູ່ກັບການສັບຊ້ອນຈັດວາງ, ຍົກຍ້າຍພະນັກງານ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ແທດເໝາະກັບຄວາມຮູ້, ຄວາມສາມາດວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫລາຍວຽກ ຍ້ອນປັດຈຸບັນ ໂກຕ້າພະນັກງານ-ລັດຖະກອນ ພວກເຮົາມີຈຳກັດຫລາຍ.
ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນຳ ແລະ ມູນເຊື້ອຄວາມສາມັກຄີອັນດີງາມ, ເປັນປຶກແຜ່ນ ຂອງສະມາຊິກພັກ-ພະນັກງານ ໃນທົ່ວຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະສາມາດບັນລຸຕາມຄາດໝາຍ ແລະ ມີໝາກຜົນຕົວຈິງຫລາຍກວ່າເກົ່າ ເພື່ອປະກອບສ່ວນເຮັດໃຫ້ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການປະຕິບັດບັນດາຄາດໝາຍຕ່າງໆ ບັນລຸຜົນສໍາເລັດໄດ້ຢ່າງຈົບງາມ.
ຂ່າວ: ທະນູທອງ
ພາບ: ຂັນໄຊ