ຂປລ
ຂປລ. ໃນວັນທີ 6 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການພົບປະຢ້ຽມຢາມຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຂັ້ນສູງ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025.
![](https://kpl.gov.la/Media/Upload/News/Thumb/2025/02/06/476443394_1094673376020301_7730842041784725148_n.jpg)
ຂປລ. ໃນວັນທີ 6 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການພົບປະຢ້ຽມຢາມຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຂັ້ນສູງ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025.
![](https://kpl.gov.la/Media/Upload/News/Thumb/2025/02/06/476366276_1094673236020315_833539444360227092_n.jpg)
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການໃນຄັ້ງນີ້, ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ສອງຝ່າຍ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດ ສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການຖະນຸຖະໜອມ ແລະ ເສີມຂະຫຍາຍໃຫ້ມີໝາກຜົນຕະຫລອດມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງປະເທດ ລາວ-ກຳປູ ເຈຍ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິເປັນຕົ້ນ ການຢ້ຽມຢາມ ແລະ ຜົນການພົບປະລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງວັນທີ 4 ທັນວາ 2024 ຜ່ານມາ ເຊິ່ງສອງຝ່າຍໄດ້ຕົກລົງ ເປັນເອກະພາບກັນ ໃນຫລາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ, ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ ລະຫວ່າງສອງປະເທດ, ການຊຸກຍູ້ການຄ້າ-ການລົງທຶນ, ການເຂົ້າ-ອອກຜ່ານແດນ, ການແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ ແລະ ອື່ນໆ, ໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືອັນແໜ້ນແຟ້ນ ຂອງສອງສະພາແຫ່ງຊາດລາວ ແລະ ກຳປູເຈຍ,
![](https://kpl.gov.la/Media/Upload/News/Thumb/2025/02/06/476119050_1094672866020352_951689234544940104_n.jpg)
ໂອກາດດຽວກັນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງຖືໂອກາດນີ້, ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ
![](https://kpl.gov.la/Media/Upload/News/Thumb/2025/02/06/476159980_1094672852687020_3926359750238997232_n.jpg)
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL