ປີ 2025 ຂະແໜງກະສິກຳ ຈະສຸມໃສ່ ຊຸກຍູ້ການ ຜະລິດກະສິກຳເປັນສິນຄ້າ ສ້າງລາຍຮັບແກ່ປະຊາຊົນ

03/02/2025 15:48
Email Print 142
ຂປລ ຂປລ. ໃນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2025 ນີ້, ຂະແໜງ ກະສິກຳ ແລະ ປ່າໄມ້ ຈະສຸມທຸກກຳລັງແຮງ ເພື່ອຊຸກຍູ້ການຜະລິດກະສິກຳ ໃຫ້ເປັນສິນຄ້າທີ່ຫລາກຫລາຍ, ມີຄຸນນະພາບ ແລະ ປະຊາຊົນມີລາຍຮັບຕົວຈິງ, ຮັບປະກັນຄວາມ ໝັ້ນຄົງທາງດ້ານສະບຽງອາຫານ ແລະ ມີໂພຊະນາ ການທີ່ດີ, ແກ້ໄຂຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊົນນະບົດ ໃຫ້ໄດ້ຮັບການປັບປຸງດີຂຶ້ນ, ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກ ຮັກສາ ແລະ ພັດທະນາ, ສ້າງມູນຄ່າເພີ່ມ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດ ຢ່າງໜັກແໜ້ນ.




ຂປລ. ໃນແຜນພັດທະນາກະສິກຳ
, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2025 ນີ້, ຂະແໜງ ກະສິກຳ ແລະ ປ່າໄມ້ ຈະສຸມທຸກກຳລັງແຮງ ເພື່ອຊຸກຍູ້ການຜະລິດກະສິກຳ ໃຫ້ເປັນສິນຄ້າທີ່ຫລາກຫລາຍ, ມີຄຸນນະພາບ ແລະ ປະຊາຊົນມີລາຍຮັບຕົວຈິງ, ຮັບປະກັນຄວາມ ໝັ້ນຄົງທາງດ້ານສະບຽງອາຫານ ແລະ ມີໂພຊະນາ ການທີ່ດີ, ແກ້ໄຂຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊົນນະບົດ ໃຫ້ໄດ້ຮັບການປັບປຸງດີຂຶ້ນ, ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກ ຮັກສາ ແລະ ພັດທະນາ, ສ້າງມູນຄ່າເພີ່ມ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດ ຢ່າງໜັກແໜ້ນ.




ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານກະສິກຳ
, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເມື່ອບໍ່ດົນນີ້ວ່າ: ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕ້ອງມີຈຸດສຸມ ໂດຍອີງໃສ່ເງື່ອນໄຂ ດ້ານການເຊື່ອມໂຍງເຊື່ອມຈອດ, ທ່າແຮງບົ່ມຊ້ອນທາງດ້ານຊັບພະຍາ ກອນທຳມະຊາດໃນແຕ່ລະເຂດແຄວ້ນ, ເສດຖະກິດ-ສັງຄົມແຫ່ງຊາດ ແລະ ພູມປັນຍາທ້ອງຖິ່ນ ໃຫ້ເຕີບໂຕຢ່າງມີຄຸນນະພາບ, ສົມດຸນ ແລະ ຍືນຍົງ ເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍ, ມີວັດ ຖຸດິບປ້ອນໂຮງງານປຸງແຕ່ງ, ມີຜະລິດຕະພັນສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້, ສົ່ງອອກກັບທີ່ (ຮັບໃຊ້ການທ່ອງທ່ຽວ) ແລະ ສົ່ງອອກນອກປະເທດ ໂດຍມີມາດຕະຖານ (SPS) ແລະ ມີໂກຕາເຈລະຈາຕົກລົງທາງການຄ້າ, ມີການຢັ້ງຢືນມາດຕະຖານກະສິກຳສະອາດ, ກະສິກຳອິນຊີ ຕາມທິດສີ ຂຽວ, ສະອາດ, ປອດໄພ ເປັນມິດກັບສິ່ງແວດລ້ອມ.


ສໍາລັບ ຄາດໝາຍລວມ ໃນປີ 2025 ນີ້, ຈະຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳ ທີ່ມີທ່າແຮງການຂະຫຍາຍຕົວ, ຫລາກຫລາຍ, ສະອາດ, ປອດໄພ, ປະຊາຊົນມີລາຍຮັບ, ທັງຮັບປະກັນລະບົບນິເວດກະສິກຳຂອງທ້ອງຖິ່ນ ມີຄວາມຂຽວງາມ ແລະ ຍືນຍົງ ໂດຍຮັກ ສາລະດັບການເຕີບໂຕ ຂອງກະສິກຳ 4,3%. ໃນນັ້ນ, ປູກຝັງ ຂະຫຍາຍຕົວ 3,9%, ລ້ຽງສັດ ຂະ ຫຍາຍຕົວ 4,7%, ປ່າໄມ້ ຂະຫຍາຍຕົວ 5,7%, ປະມົງ ຂະຫຍາຍຕົວ 4,4% ແລະ ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ (GDP) 22,4%. ເພື່ອໃຫ້ສາມາດຮັບປະກັນໄດ້ ການບໍລິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈໍານວນໜຶ່ງ, ຕ້ອງສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ 3,9 ລ້ານໂຕນ. ໃນນັ້ນ, ສູ້ຊົນເກັບກ່ຽວເຂົ້ານາປີໃຫ້ໄດ້ 3.269.400 ໂຕນ ແລະ ເຂົ້ານາແຊງ 450.000 ໂຕນ ແລະ ເຂົ້າໄຮ່ 180.600 ໂດຍສຸມໃສ່ 10 ແຂວງເປົ້າໝາຍ ຂອງໂຄງການຄໍ້າປະກັນ ສະບຽງອາຫານຫລາຍແຫ່ງ ໂດຍສະເພາະແມ່ນ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ. ສໍາລັບແຂວງໄຊຍະບູລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ເລັ່ງໃສ່ຜະລິດເຂົ້າເພື່ອສະໜອງ ໃຫ້ແກ່ບັນດາແຂວງພາກເໜືອ. ສ່ວນນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ ນະຄອນຫລວງວຽງຈັນ ແລະ ບັນດາແຂວງພາກເໜືອຈຳ ນວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ. ພ້ອມນີ້, ຍັງຈະສູ້ຊົນ ຜະລິດພືດສະບຽງອາຫານ ໃຫ້ໄດ້ 279.680 ເຮັກຕາ, ຜົນຜະລິດ 2,46 ລ້ານໂຕນ. ໃນນັ້ນ, ມີສາລີຫວານ, ເຜືອກ-ມັນ, ພືດຜັກ ແລະ ໝາກໄມ້ ໂດຍສຸມໃສ່ບັນດາແຂວງ ທີ່ມີທ່າແຮງທາງດ້ານການຜະລິດ ແລະ ການເຂົ້າເຖິງຕະຫລາດ ໃນການຈໍາໜ່າຍຜົນຜະລິດ. ພ້ອມນີ້, ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການລ້ຽງສັດ ແລະ ການປະມົງ ແນ ໃສ່ການສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ພຽງພໍຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ. ໃນນັ້ນ, ຈະຕ້ອງສົ່ງເສີມເຮັດໃຫ້ ລະດັບການຂະຫຍາຍພັນຂອງຝູງສັດ ຢູ່ໃນລະດັບ 3,5% ຕໍ່ປີ (ຄວາຍ 1%, ງົວ 3%, ໝູ 4%, ແກະ/ແບ້ 5% ແລະ ສັດປິກ 5%) ແລະ ການປະມົງ ຂະຫຍາຍຕົວ 4,3%.


ເພື່ອຮັບປະກັນການສະໜອງອາຫານ ແລະ ໂພຊະນາການ ໃຫ້ພຽງພໍກັບຄວາມຕ້ອງການບໍລິ ໂພກພາຍໃນຢ່າງໜັກແໜ້ນ ຈະສູ້ຊົນຊຸກຍູ້ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 577.000 ໂຕນ. ໃນນັ້ນ, ການຜະລິດຊີ້ນ ໃຫ້ໄດ້ໃນລະດັບ 284.600 ໂຕນ, ໄຂ່ 55.400 ໂຕນ ແລະ ປາ 237.000 ໂຕນ ເພື່ອຄໍ້າປະກັນເຮັດໃຫ້ ອັດຕາການບໍລິໂພກຊີ້ນ, ໄຂ່ ແລະ ປາ ໂດຍສະເລ່ຍ ໃຫ້ໄດ້ 73 ກິໂລກຣາມ/ຄົນ/ປີ.


ຂ່າວ: ທະນູທອງ

ພາບ: ເພັດສະໝອນ

KPL

ຂ່າວອື່ນໆ

    • ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ  ປີນີ້ ມີຫລາຍກິດຈະກຳ ທີ່ໜ້າທ່ຽວຊົມວັດທະນະທຳ-ສັງຄົມ

      ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ປີນີ້ ມີຫລາຍກິດຈະກຳ ທີ່ໜ້າທ່ຽວຊົມ

      2/3/2025 3:56:12 PM

      ຂປລ. ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານ ຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ.

    • ຫວຽດເຈັດ ເປີດຖ້ຽວບິນປະຫວັດສາດ ເດີນທາງໄປສະຫະລັດອາເມລິກາວັດທະນະທຳ-ສັງຄົມ

      ຫວຽດເຈັດ ເປີດຖ້ຽວບິນປະຫວັດສາດ ເດີນທາງໄປສະຫະລັດອາເມລິກາ

      2/2/2025 12:38:31 PM

      ຕອນຄ່ຳວັນທີ 8 ມັງກອນ 2025, ຖ້ຽວບິນພິເສດໄດ້ອອກຈາກສະໜາມບິນສາກົນ ເຕີນເຊີນເຍີດ ຢູ່ນະຄອນໂຮ່ຈີ່ມິງ ນັບເປັນຖ້ຽວບິນທຳອິດໄປສະຫະລັດອາເມລິກາ ແລະ ດໍາເນີນການໂດຍສາຍການບິນຫວຽດເຈັດ (Vietjet)

    • ເລີ່ມສຶກສາ ການພັດທະນາການທ່ອງທ່ຽວ ແບບຍືນຍົງ ຢູ່ ນວວັດທະນະທຳ-ສັງຄົມ

      ເລີ່ມສຶກສາ ການພັດທະນາການທ່ອງທ່ຽວ ແບບຍືນຍົງ ຢູ່ ນວ

      1/28/2025 3:13:10 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນການສຶກສາການພັດທະນາ ການທ່ອງທ່ຽວ ນະຄອນຫລວງວຽງຈັນ (ນວ) ແບບຍືນຍົງ ຈັດຂຶ້ນໃນວັນທີ 28 ມັງກອນ 2025 ລະຫວ່າງ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ຽວທ່ຽວ ນວ ກັບ ບໍລິສັດແພກຄອນ ຈຳກັດ ໂດຍການລົງນາມ ລະຫວ່າງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ແລະ ທ່ານ ພາກພູມ ສີທິມາກຸລ ປະທານບໍລິສັດແພກຄອນ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ສຸລິຍະສັກ ວົງສີປະສົມ ທີ່ປຶກສາໂຄງການ ບໍລິສັດແພກຄອນ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນວັດທະນະທຳ-ສັງຄົມ

      ທົບທວນ ການຮ່ວມມື ລະຫວ່າງ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນ

      1/28/2025 2:55:14 PM

      ຂປລ. ກອງ​ປະ​ຊຸມທົບທວນ ການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດ (ສປຊ) ກອງທຶນສຳລັບປະຊາກອນ ປະ​ຈຳ​ປີ 2024 ແລະ​ ສ້າງ​ແຜນວຽກ​ບູ​ລິ​ມະ​ສິດ ປີ 2025 ຈັດຂຶ້ນໃນວັນທີ 28 ມັງກອນ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ​ ພອນ​ວັນ ອຸ​ທະ​ວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານ ແບກທີຢໍ ຄາດີເຣີບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເປີດໂຄງການ ສຶກສາຄວາມເປັນໄປ ການພັດທະນາລະບົບບຳບັດນ້ຳເປື້ອນ ໃນ ນວວັດທະນະທຳ-ສັງຄົມ

      ເປີດໂຄງການ ສຶກສາຄວາມເປັນໄປ ການພັດທະນາລະບົບບຳບັດນ້ຳເປື້ອນ ໃນ ນວ

      1/28/2025 8:33:41 AM

      ຂປລ. ໃນ​ວັນ​ທີ 23 ມັງກອນ 2025 ຜ່ານ​ມາ, ກະຊວງໂຍທາ ແລະ ຂົນສົ່ງ ຕາງໜ້າ ສປປ ລາວ ຮ່ວມ​ກັບ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ ຈັດ​ສໍາ​ມະ​ນາ ​ແລະ ​ເປີດໂຄງການແບ່ງ ປັນຄວາມຮູ້ (KSP) ພາຍໃຕ້ຫົວຂໍ້: “ການສຶກສາຄວາມເປັນ ໄປໄດ້ໃນການພັດທະນາ ລະບົບບຳບັດນ້ຳເປື້ອນ ໃນນະຄອນຫລວງວຽງຈັນ(ນວ) ສປປ ລາວ

ads
ads

Top