ຂປລ
ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍ ຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ
ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄດ້ໄຂຂຶ້ນໃນ ວັນທີ 3 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍ ຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.
ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ໂດຍຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ລາຍງານກ່ຽວກັບສະພາບພົ້ນເດັ່ນແລະ ວຽກງານຈຸດສຸມຮີບດ່ວນຄື: ວຽກງານພົ້ນເດັ່ນປະຈໍາ ເດືອນມັງກອນ ແລະ ທິດທາງແຜນການປະຈຳ ເດືອນກຸມພາ 2025 ຂອງລັດຖະບານ, ການກະກຽມກອງປະຊຸມ ຮ່ວມລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດຄັ້ງທີ I ປະຈໍາປີ 2025, ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ການກະກຽມເຂົ້າຮ່ວມງານວາງສະແດງໂລກ (World EXPO) 2025, ທີ່ Osaka, ປະເທດຍີ່ປຸ່ນ, ຜົນສໍາເລັດການກໍານົດເຂດແດນ ເຊື່ອມຕໍ່ລະຫວ່າງນະຄອນຫລວງ, ແຂວງກັບແຂວງທົ່ວປະເທດ ແລະ ລາຍງານຂໍທິດຊີ້ນໍາວຽກງານ ສ້າງຕັ້ງຕາແສງໃນຕໍ່ໜ້າ; ຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນແລະ ພິຈາລະນາ ຮ່າງຍຸດທະສາດ ການບໍລິຫານລັດແບລດີຈີຕອນ, ຮ່າງດຳລັດ ວ່າດ້ວຍ ກະສິກຳສະອາດ, ຮ່າງດຳລັດວ່າດ້ວຍສິນເຊື່ອກາກບອນ, ຮ່າງດຳລັດວ່າດ້ວຍ ເຂດສະຫງວນ ທາງລົດໄຟແຫ່ງຊາດ, ຮ່າງດຳລັດ ວ່າດ້ວຍ ການເອົາເດັກໄປເປັນລູກລ້ຽງ, ຮ່າງດໍາລັດ ວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ້ງຕ່າງໆ ຢູ່ໃນພາກພື້ນ ແລະ ສາກົນ, ການແຂ່ງຂັນທາງດ້ານເຕັກໂນໂລຊີ, ການປັບປ່ຽນນະໂຍບາຍໃໝ່ ຂອງປະເທດ ມະຫາອຳນາດ, ບັນຫາໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະຂະຫຍາຍຕົວຂອງເສດຖະກິດໂລກ ໂດຍສະເພາະ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດເຮົາ; ຍົກໃຫ້ເຫັນບາງວຽກງານ ພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ມີການ ຫັນປ່ຽນດີຂຶ້ນກວ່າເກົ່າ ໂດຍສະເພາະບັນຫາລາຄາສິນຄ້າ, ຄ່າຄອງຊີບສູງ, ການແກ້ໄຂບັນຫາໜີ້ສິນ, ບັນ ຫາມົນລະພິດທາງອາກາດ, ລວມທັງການປ້ອງກັນພະຍາດຕາມລະດູການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ເຊິ່ງບັນຫານີ້ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການ ແກ້ໄຂໃນໄລຍະກາງ ແລະ ໄລຍະຍາວທີ່ໄດ້ວາງອອກໃນໄລຍະຜ່ານມາ.
ໂອກາດດຽວກັນ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ, ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL