ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ປີນີ້ ມີຫລາຍກິດຈະກຳ ທີ່ໜ້າທ່ຽວຊົມ

03/02/2025 15:56
Email Print 735
ຂປລ ຂປລ. ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານ ຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ.



ຂປລ. ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ປະຈໍາປີ
2025 ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານ ຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ.




ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດໃນວັນທີ
3 ກຸມພາ 2025 ນີ້ວ່າ: ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ໃນປີນີ້, ຜູ້ເຂົ້າຮ່ວມຈະໄດ້ຊົມການສະແດງບົດຟ້ອນສິ ລະປະພື້ນເມືອງ, ການສະແດງສິລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດ ຄວາມເປັນມາແຫ່ງການກຳເນີດ ຂອງວັດພູຈຳປາສັກ. ພ້ອມນີ້, ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ), ການແຂ່ງຂັນກິລາພື້ນເມືອງຫລາຍປະເພດ, ແຕ່ລະຄືນ ຍັງມີການສະແດງສິລະປະ ຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງແຂວງຈໍາປາສັກ. ໃນໄລຍະດຽວກັນ ກໍຈະມີການຈັດບຸນກາເຟ ຢູ່ເມືອງປາກຊ່ອງ. ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ໂດຍຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນ, ການສະແດງສິລະປະລະຄອນຍ້ອນຍຸກ ແລະ ການນໍາແຂວງຈໍາປາສັກ ຈະກ່າວເປີດງານຢ່າງເປັນທາງການ. ພ້ອມນີ້, ຈະມີການຈຸດພຸໄຟ, ແສງ, ສີ, ສຽງ ຕື່ມອີກ. ສ່ວນວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອບຄົນຈົນ, ກິລາແລ່ນເປົ໋າ ແລະ ອື່ນໆ. ການຈັດງານໃນປີນີ້, ທາງແຂວງໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລາຍ ເປັນຕົ້ນ ບັນດາແຂວງຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ບັນດາທູດປະເທດເພື່ອມິດ ທີ່ປະຈຳຢູ່ ສປປ ລາວ ເຂົ້າມາຮ່ວມງານ ເພື່ອເສີມຂະຫຍາຍມູນເຊື້ອ ປະຫວັດສາດ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້, ທັງເປັນການດຶງດູດນັກທ່ອງທ່ຽວ ຕື່ມອີກ.

ທ່ານ ໂສມ ບຸດຕະກຸນ ຍັງໃຫ້ຮູ້ອີກວ່າ: ໃນວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງ ເປັນວັນບຸນມາຄະບູຊາ, ເປັນວັນທີ່ມີຄວາມສໍາຄັນ ທາງພຸດທະສາສະໜາ, ຕອນເຊົ້າ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນ ທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ ແລະ ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.

ຜາສາດຫີນວັດພູຈໍາປາສັກ ເປັນສະຖານທີ່ທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າ ເປັນມໍລະດົກໂລກ ໃນວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງ ດ້ານປະຫວັດສາດ ແລະ ວັດທະນະທໍາ ຂອງຊາດລາວເຮົາ ມາແຕ່ສະໄໝບູນຮານນະການ.




ຂ່າວ-ພາບ: ທູນທອງໃຈ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top