ປີທ່ອງທ່ຽວລາວ 2024 ເຮັດໃຫ້ການ ທ່ອງທ່ຽວ ຢູ່ຈໍາປາສັກ ຂະຫຍາຍຕົວຕໍ່ເນື່ອງ

07/02/2025 19:56
Email Print 1830
ຂປລ ຂປລ. ການຈັດຕັ້ງປະຕິບັດກິດຈະກຳ ປີທ່ອງທ່ຽວລາວ 2024 ປະກອບສ່ວນເຮັດໃຫ້ ການທ່ອງທ່ຽວ ຢູ່ແຂວງຈຳປາສັກ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ຂະຫຍາຍຕົວດີຂຶ້ນກວ່າເກົ່າ, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ແຂວງຈຳປາສັກ​ ທັງໝົດ 647.​325 ຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 322.​357 ຄົນ, ທຽບໃສ່ແຜນການ​ ປະຕິບັດໄດ້ລື່ນແຜນ, ສາມາດສ້າງລາຍຮັບໄດ້ 90 ລ້ານກວ່າໂດລາສະຫະລັດ.​




ຂປລ. ການຈັດຕັ້ງປະຕິບັດກິດຈະກຳ ປີທ່ອງທ່ຽວລາວ 2024 ປະກອບສ່ວນເຮັດໃຫ້ ການທ່ອງທ່ຽວ ຢູ່ແຂວງຈຳປາສັກ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ຂະຫຍາຍຕົວດີຂຶ້ນກວ່າເກົ່າ, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ ແຂວງຈຳປາສັກ​ ທັງໝົດ 647.​325 ຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 322.​357 ຄົນ, ທຽບໃສ່ແຜນການ​ ປະຕິບັດໄດ້ລື່ນແຜນ, ສາມາດສ້າງລາຍຮັບໄດ້ 90 ລ້ານກວ່າໂດລາສະຫະລັດ.​
ທ່ານ ວັນນະໄຊ ຊາດຕະກຸນ​ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ​ໃນວັນທີ 5 ກຸມພາ 2025​ ຜ່ານມານີ້ວ່າ: ​ການຈັດຕັ້ງປະຕິບັດກິດຈະກຳສົ່ງເສີມປີທ່ອງທ່ຽວລາວ 2024 ຢູ່ແຂວງຈໍາປາສັກ,​ ພາຍຫລັງທີ່ມີທິດຊີ້ນໍາຂອງລັດຖະບານ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອົງການປົກຄອງແຂວງຈຳປາສັກ ໄດ້ຄົ້ນຄວ້າບັນດາກິດຈະກຳອັນພົ້ນເດັ່ນ ທັງໝົດ 12 ກິດຈະກຳ​ ເປັນວາລະການຈັດງານ ສົ່ງເສີມການທ່ອງທ່ຽວລາວ. ໃນນັ້ນ, ມີກິດຈະກຳລະດັບເມືອງ 10 ກິດຈະກຳ, ລະດັບ ແຂວງ 1 ກິດຈະກຳ ແລະ ລະດັບຊາດ 1 ກິດຈະກຳ​ ໂດຍເລີ່ມຈາກງານສົມໂພດຕົ້ນໄມ້ມະນີໂຄດ ຢູ່ຄອນພະເພັງ​ ເມືອງໂຂງ ເປັນກິດຈະກຳທໍາອິດໃນເດືອນມັງກອນ.​ ນອກນີ້,​ ໃນແຕ່ລະເດືອນ​ ກໍໄດ້ຈັດງານຕ່າງໆຕາມວາລະ ແລະ ງານແຫ່ພະສາດເຜິ້ງ, ກາບໄວ້ພະທາດຄູຂີ້ຫອມ ຢູ່ບ້ານວັດທາດ​ ເມືອງຈຳປາສັກ​ ເປັນກິດຈະກຳສຸດທ້າຍໃນກາງເດືອນພະຈິກ 2024.​ ອັນພົ້ນເດັ່ນ ແມ່ນການຈັດງານສັບປະດາການທ່ອງທ່ຽວແຂວງຈຳປາສັກ ຕິດພັນກັບພິທີເປີດປີທ່ອງທ່ຽວລາວ​ ໂດຍໄດ້ຈັດໃຫ້ມີຫລາກຫລາຍກິດຈະກຳ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮ່ວມງານເປັນຈຳນວນຫລວງຫລາຍ.
ຄຽງຄູ່ກັບການຈັດກິດຈະກຳ ທີ່ໄດ້ຖືກຮັບຮອງ ໃນປີທ່ອງທ່ຽວລາວ ແລ້ວ, ອົງການປົກຄອງແຕ່ລະຂັ້ນ​ ຂອງແຂວງຈຳປາສັກ​ ກໍໄດ້ສົ່ງເສີມງານປະເພນີ ແລະ ເທສະການຂອງທ້ອງຖິ່ນ ພາຍໃນແຂວງ ໃຫ້ໄດ້ຮັບການໂຄສະນາເຜີຍແຜ່ ຢ່າງກວ້າງຂວາງ ພ້ອມກັບການຈັດງານແຂ່ງຂັນກິລາ ເນື່ອງໃນໂອກາດຕ່າງໆ ເປັນຕົ້ນ ການແຂ່ງຂັນບານເຕະແຂວງພາກກາງ​-ພາກໃຕ້, ງານ​ Pakse Half Marathon, ງານແຂ່ງຂັນເປຕັງ ຊີງຂັນທ່ານນາຍົກ, ແຂ່ງຂັນ​ກ໊ອຟ ແລະ ອື່ນໆ ໃນໄລຍະປີທ່ອງທ່ຽວ. ພ້ອມທັງ ການຊຸກຍູ້ຄາລາວານ ທ່ອງທ່ຽວ ດ້ວຍລົດຈາກປະເທດໄທ, ກຳປູເຈຍ ແລະ ຫວຽດນາມ ເຂົ້າມາແຂວງຈໍາປາສັກ ເຊື່ອມຕໍ່ກັບບັນດາແຂວງພາກໃຕ້ ເປັນຈໍານວນຫລາຍ. ນອກນີ້,​ ຍັງໄດ້ຮັບການປະກອບສ່ວນ ທາງດ້ານວັດຖຸ​-ງົບປະມານ ຈາກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກທຸລະກິດ,​ ຜູ້ປະກອບການ ເປັນຈຳນວນຫລາຍ ເຂົ້າໃນການຊຸກຍູ້ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງປີທ່ອງທ່ຽວລາວ 2024 ໂດຍສຸມໃສ່ໃນການພັດທະນາສິ່ງອໍານວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວ, ປັບປຸງພື້ນຖານໂຄງລ່າງ ທີ່ຈໍາເປັນຈໍານວນໜຶ່ງ ໃນສະຖານທີ່ທ່ອງທ່ຽວ ທີ່ມີຂອງແຂວງໃຫ້ດີຂຶ້ນ,​ ເຮັດໃຫ້ສະຖານທີ່ທ່ອງທ່ຽວສ່ວນໃຫຍ່ ໃນຈໍານວນ 244 ແຫ່ງ​ ໄດ້ຮັບການບັບປຸງໃຫ້ດີຂຶ້ນ, ສາມາດດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ ແຂວງຈຳປາສັກ​ ໄດ້ທັງໝົດ 647.​325 ຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 322.​357 ຄົນ, ສ້າງລາຍຮັບໄດ້ 90 ລ້ານກວ່າໂດລາສະຫະລັດ.
ພ້ອມນີ້,​ ອົງການປົກຄອງແຂວງຈຳປາສັກ ໄດ້ກຳນົດເອົາຍຸດທະສາດການພັດທະນາວຽກງານທ່ອງທ່ຽວ ສີຂຽວ ແລະ ຍືນຍົງ​ ເຂົ້າໃນມະຕິ VIII​ ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ​-ສັງຄົມ 5 ປີ (2021​-2025) ໂດຍສ້າງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ​ ໃຫ້ຫລາຍຂຶ້ນ​ ຕິດພັນກັບວຽກງານການສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ,​ ສ້າງຄວາມເຂົ້າໃຈ ແລະ ມີສ່ວນຮ່ວມຂອງປະຊາຊົນ​ ໃນການປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງນໍາໃຊ້ຊັບພະຍາກອນທຳມະຊາດ​ ໃຫ້ເກີດປະໂຫຍດສູງສຸດ ແລະ ເປັນເຈົ້າການອະນຸລັກ-​ ສົ່ງເສີມປະເພນີ, ວັດທະນະທຳ ກໍຄື ມໍລະດົກພູມປັນຍາຂອງທ້ອງຖິ່ນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບທອດໄປສູ່ຄົນຮຸ່ນຫລັງ.

ຂ່າວ: ທະນູທອງ
ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດທ່ອງທ່ຽວ

      ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດ

      3/19/2025 5:52:02 AM

      ເມື່ອກ້າວເຂົ້າສູ່ຍາມຮ້ອນອົບເອ້ົ້າ ເຮັດຫລາຍໆທ່ານກຳລັງຊອກຫາບ່ອນຜ່ອນຢ່ອນອາລົມທີ່ເຢັນສະບາຍອາກາດບໍລິສຸດບໍ່ໄກຈາກຕົວເມືອງເປັນເລື່ອງທ່ີຄິດຢາກ ແລະ ບໍ່ຮູ້ວ່າຈະໄປບ່ອນໃດດີ.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມ

      3/12/2025 9:49:53 AM

      ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບລາງວັນການພັດ ທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທ່ີຂຽວສົດງົດງາມ, ອາກາດເຢັນ.

    • ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊທ່ອງທ່ຽວ

      ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊ

      3/4/2025 9:33:23 AM

      ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.

    • ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາທ່ອງທ່ຽວ

      ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາ

      3/3/2025 10:06:27 AM

      ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

      2/27/2025 5:10:19 PM

      ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

ads
ads

Top