ປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ ເດີນທາງເຖິງ ນວ

06/02/2025 13:45
Email Print 156
ຂປລ ຂປລ. ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ​ເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ (ນວ) ໃນຕອນເຊົ້າວັນທີ 6 ກຸມພາ 2025 ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບລາວ-ກຳປູເຈຍ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.




ຂປລ. ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ​ເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ (ນວ) ໃນຕອນເຊົ້າວັນທີ
6  ກຸມພາ 2025 ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບລາວ-ກຳປູເຈຍ  ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.




ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້
, ເພື່ອຕອບສະໜອງ ຕາມຄຳເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊິ່ງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ​ເຊນ ພ້ອມດ້ວຍຄະນະ ຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ລະຫວ່າງ ວັນທີ 6-7 ກຸມພາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • 70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດການເມືອງ

      70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດ

      2/7/2025 8:02:55 PM

      ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    • ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15ການເມືອງ

      ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15

      2/7/2025 7:43:18 PM

      ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນ ກໍາປູເຈຍ, ປະທານສະພາສູງ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7 ກຸມພາ 2025.

    • ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບການເມືອງ

      ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບ

      2/7/2025 7:38:03 PM

      ຂປລ. ໃນໂອກາດສຳເລັດກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2024 ໃນວັນທີ 7 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະແໜງ ຖວທ ທົ່ວປະເທດ ສືບຕໍ່ເອົາໃຈໃສ່ ຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫລງຂ່າວ, ວຽກງານສື່ມວນຊົນ ໃຫ້ແຂງແຮງກວ່າເກົ່າ

ads
ads

Top