ກະຊວງ ຖວທ ສະຫລຸບວຽກປະຈຳ ປີ 2024 ທົ່ວປະເທດ

06/02/2025 14:02
Email Print 254
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 6-7 ກຸມພາ 2025 ຢູ່ນະຄອນຫລວງ​ວຽງ​ຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າກົມ, ຫົວໜ້າພະແນກ ຖວທ ທົ່ວປະເທດ ​ແລະ ພາກສ່ວນ​ກ່ຽວ ຂ້ອງ ເຂົ້າຮ່ວມ.


ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 6-7 ກຸມພາ 2025 ຢູ່ນະຄອນຫລວງ​ວຽງ​ຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າກົມ, ຫົວໜ້າພະແນກ ຖວທ ທົ່ວປະເທດ ​ແລະ ພາກສ່ວນ​ກ່ຽວ ຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ​ໄດ້​ໃຫ້​ຮູ້ວ່າ: ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານ ອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ຊຶ່ງເປັນປັດໄຈປະກອບສ່ວນເຂົ້າໃນ ການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ ໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສ ຄວາມກ້າວໜ້າຂອງຂະບວນວິວັດ ແຫ່ງການພັດທະນາ ໃນໂລກໄດ້. ​ໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນ ເຂົ້າໃນການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ເຊິ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນ ຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນ ທົ່ວຂະແໜງ  ຖວທ ໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ ການເມືອງໜ້າທີ່ວິຊາສະເພາະຂອງຕົນ. ໃນນີ້,ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫລວງ ໄດ້ເປັນເຈົ້າການ ປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງສາ ມາດເຮັດໜ້າທີ່ເປັນເສນາທິ ການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳ ນາດການປົກຄອງທ້ອງຖິ່ນ ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດຫລາຍດ້ານ ທັງປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ປະ​ເທດຊາດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງ ດ້ານການເມືອງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄື ຈິດ ໃຈນັບມື້ນັບດີຂຶ້ນໄປເລື້ອຍໆ.

ຄຽງຄູ່ກັບຜົນງານດ້ານຕັ້ງໜ້າດັ່ງກ່າວ​ນັ້ນ, ວຽກງານງານ ຖວທ ກໍຍັງມີບາງຂໍ້ຄົງຄ້າງຕໍ່ການພັດທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ບວກກັບສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ນໍ້າມັນແພງ ແລະ ບາງປະກົດການຫຍໍ້ທໍ້ຕໍ່ກັບການດຳລົງຊີວິດ ຍິ່ງເຮັດໃຫ້ສະພາບລວມໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ຢູ່ທັງສູນ ກາງ ແລະ ທ້ອງຖິ່ນ ພົບຄວາມຫຍຸ້ງຍາກຂຶ້ນຕື່ມ. ເຖິງຢ່າງໃດກໍຕາມ ການຈັດຕັ້ງປະຕິບັດວຽກງານ ຖວທ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ, ມີຜົນສຳເລັດຫລາຍດ້ານ ແລະ ມີອັນພົ້ນເດັ່ນ, ແຕ່ກໍປາສະຈາກບໍ່ໄດ້ບາງວຽກງານທີ່ຍັງບໍ່ທັນສາມາດ ຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ໄດ້ກຳນົດໄວ້ ໃນປີ 2024.

ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ  ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງພາວະວິໄສ, ກົງໄປ ກົງມາ ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າ ໄປຄຽງຄູ່ກັບການຕີຖອຍດ້ານອ່ອນ, ຂໍ້ຄົງຄ້າງ, ຊອກຫາສາເຫດ ທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ໃຫ້ການ ພັດທະນາວຽກງານ ຖວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ ຫລວງກວ່າເກົ່າໃນຕໍ່ໜ້າ.

​ໂອກາດ​ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້​ໃຫ້​ຮູ້​ວ່າ: ໃນປີ 2024 ສື່ເອເລັກໂຕນິກ ໄດ້ຜະລິດ ແລະ ອອກຂ່າວ 25.884 ເທື່ອ, ຂ່າວພາສາຊົນເຜົ່າ 7.416 ຂ່າວ, ສື່ສິ່ງພິມພາສາຕ່າງປະເທດ 3.924 ຂ່າວ ແລະ ຂ່າວອອນລາຍ 5.712 ຄັ້ງ, ພາສາລາວ 4.624 ຂ່າວ, ຖ່າຍຮູບ 51.240 ຮູບ, ພາສາອັງກິດ 3.364 ຂ່າວ, ເຜີຍແຜ່ຜ່ານເຟສບຸກ 3.664.249 ຄລິບ ແລະ ສົ່ງຜ່ານມືຖື 1.026 ຂ່າວ; ສໍາເລັດຄາດໝາຍຕົ້ນຕໍຂອງວຽກງານຖະແຫລງຂ່າວ-ສື່ມວນຊົນຄື: ໂທລະໂຄ່ງໄລຍະ II ຈໍານວນ 1.000 ຊຸດ, ໄດ້ຮັບການຊ່ວຍເຫລືອ 130 ຊຸດ, ປະຕິບັດແລ້ວ 1.097 ຊຸດ; ສໍາຫລວດຂໍ້ມູນ ເພື່ອສ້າງ ແລະ ຕິດຕັ້ງສະຖານນີ FM ສຳເລັດ 11 ເມືອງ; ມອບ-ຮັບ ແລະ ຕິດຕາມການປັບປຸງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ແລະ ຫົວພັນ. ປັດຈຸບັນ ມີສື່ສິ່ງພິມ 116 ສະບັບ, ວິທະຍຸ 168 ສະຖານີ, ໂທລະພາບ 49 ສະຖານີ, ໜ້າຂ່າວອອນລາຍ 86 ໜ້າ ແລະ ໂທລະໂຄ່ງ 7.725 ຊຸດ.


ຂ່າວ: ຢ່າ​ຕົ້ງ

ພາບ: ຂັນ​ໄຊ

KPL

ຂ່າວອື່ນໆ

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    • ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15ການເມືອງ

      ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15

      2/7/2025 7:43:18 PM

      ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນ ກໍາປູເຈຍ, ປະທານສະພາສູງ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7 ກຸມພາ 2025.

    • ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບການເມືອງ

      ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບ

      2/7/2025 7:38:03 PM

      ຂປລ. ໃນໂອກາດສຳເລັດກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2024 ໃນວັນທີ 7 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະແໜງ ຖວທ ທົ່ວປະເທດ ສືບຕໍ່ເອົາໃຈໃສ່ ຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫລງຂ່າວ, ວຽກງານສື່ມວນຊົນ ໃຫ້ແຂງແຮງກວ່າເກົ່າ

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ

      2/6/2025 4:53:14 PM

      ຂປລ. ໃນວັນທີ 6 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການພົບປະຢ້ຽມຢາມຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຂັ້ນສູງ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025.

ads
ads

Top