ເອຢິບ ໃຫ້ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໄປຍັງເຂດກາຊາ

06/02/2025 22:08
Email Print 222
ຂປລ ທ່ານ ຊາຣີຟ ຟາຣຸກ ລັດຖະມົນຕີ ກະຊວງການຈັດຫາ ແລະ ການຄ້າ ພາຍໃນ ຂອງ ເອຢິບ ປະກາດວ່າ ຂະບວນ ລົດບັນທຸກ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ຊຸດທີ 11 ແລະ ຊຸດທີ 12 ໄປຍັງເຂດກາຊາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຊາຣີຟ ຟາຣຸກ ລັດຖະມົນຕີ ກະຊວງການຈັດຫາ ແລະ ການຄ້າ ພາຍໃນ ຂອງ ເອຢິບ ປະກາດວ່າ ຂະບວນ ລົດບັນທຸກ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ຊຸດທີ 11 ແລະ ຊຸດທີ 12 ໄປຍັງ​ເຂດກາຊາ, ໂດຍລົດບັນທຸກດັ່ງກ່າວ ປະກອບດ້ວຍ ສິ່ງຂອງຈຳເປັນ ຈຳນວນ 1.200 ໂຕນ ເຊັ່ນ: ຜ້າຫົ່ມ, ບ່ອນນອນ, ເຕັ້ນໆ ແລະ ອື່ນໆ. ນັບຕັ້ງແຕ່ ປະກາດ ຂໍ້ຕົກລົງ ຢຸດຍິງເມື່ອວັນທີ 19 ມັງກອນ ທີ່ຜ່ານມາ, ເອຢິບ ໄດ້ສົ່ງລົດບັນທຸກ ຫລາຍຮ້ອຍຄັນ ທີ່ ບັນທຸກອາຫານ, ນໍ້າ ແລະ ຢາ ຂ້າມຊາຍແດນ ຣາຟາ ໄປຍັງ​ເຂດກາຊາ. /.

KPL

ຂ່າວອື່ນໆ

ads
ads

Top