ພູຜາມ່ານ ພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

07/02/2025 09:47
Email Print 2263
ຂປລ ແຫລ່ງທ່ອງທ່ຽວພູຜາມ່ານ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ີສົນໃຈຢາກມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດ ແລະ ຫລິ້ນກິດຈະກຳທີ່ທ້າທາຍ ເປັນຕົ້ນ ຂີ່ສະລິງ, ໄຕ່ຂົວ, ປີນຜາ, ຂີ່ເຮືອລອດຖ້ຳ ແລະ ກິດຈະກໍາອື່ນໆ ທີ່ນັກທ່ອງ ທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້.

     *ແຫລ່ງທ່ອງທ່ຽວພູຜາມ່ານ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ີສົນໃຈຢາກມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດ ແລະ ຫລິ້ນກິດຈະກຳທີ່ທ້າທາຍ ເປັນຕົ້ນ ຂີ່ສະລິງ, ໄຕ່ຂົວ, ປີນຜາ, ຂີ່ເຮືອລອດຖ້ຳ ແລະ ກິດຈະກໍາອື່ນໆ ທີ່ນັກທ່ອງທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້. ທ່ານ ໂອລາໄຊ ໃສສຸພັນ ຫົວໜ້າພະແນກກິດຈະກຳບໍລິການທ່ອງທ່ຽວຄົບວົງຈອນ ຈຸດຊົມທິວທັດພູຜາມ່ານ ເມືອງຄູນຄໍາ ແຂວງ ຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ໄທ ໃນທ້າຍອາທິດຜ່ານມານີ້ວ່າ: ພູຜາມ່ານຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ເປັນແຫລ່ງທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມທີ່ສຸດ, ມີທິວທັດພູຜາເປັນຫີນປູນແຫລມທີ່ຕັ້ງລຽງຊ້າຍລ້າຍສະຫລັບສັບຊ້ອນກັນຢ່າງສວຍສົດງົດງາມ ແລະ ມີປ່າໄມ້ທີ່ອຸດົມສົມບູນ ຊຶ່ງມີເນື້ອທີ່ທັງໝົດ 7.500 ກວ່າເຮັກຕາ.

     ໃນນັ້ນ, ເນື້ອທີ່ເຮັດກິດຈະກໍາຫລັກໆມີ 23 ເຮັກຕາ ໂດຍໄດ້ຮັບການພັດທະນາຈາກ ບໍລິສັດທ່ອງທ່ຽວກຣີນດິສໂຄເວີຣີ ແລະ ເປີດໃຫ້ບໍລິການມາແຕ່ທ້າຍປີ 2019 ຊຶ່ງມີຫລາຍກິດຈະກຳຫລັກ ໃນນັ້ນ, ມີ 3 ລາຍການ (ກິດຈະກໍາ) ທ່ອງທ່ຽວທີ່ທ້າທາຍຄື: ລາຍການທ່ອງທ່ຽວ 2 ຊົ່ວໂມງມີ: ຂີ່ສະລິງ 5 ເສັ້ນ, ໄຕ່ຂົວ, ຍ່າງປ່າ, ຊົມທິວທັດ, ປີນຜາພ້ອມທັງມີຈຸດຊົມທິວທັດຖ່າຍພາບງາມໆ 360 ອົງສາ; ລາຍການທ່ອງທ່ຽວທີ 2 ເຄິ່ງມື້ມີ: ຂີ່ສະລິງ 12 ເສັ້ນ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 70 ແມັດ; ລາຍການທ່ອງ ທ່ຽວທີ 3 ໜຶ່ງມື້ມີ: ສະລິງ 15 ເສັ້ນ, ລອຍໂຕລົງຜາ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 90 ແມັດ, 170 ແມັດ ແລະ ທ່ຽວຊົມຖໍ້າ. ນອກຈາກຂີ່ສະລິງແລ້ວ ຍັງມີກິດຈະກໍາພາຍເຮືອກາຍັກ, ພາຍເຮືອກາຍັກຢູ່ຖໍ້າກອງລໍ, ສາຍນໍ້າຫີນບູນ ແລະ ກິດຈະກໍາອື່ນໆ ເຊິ່ງນັກທ່ອງທ່ຽວສາມາດ ເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້.

     ທ່ານ ໂອລາໄຊ ໃສສຸພັນ ກ່າວ ຕື່ມວ່າ: ກິດຈະກໍາຕ່າງໆທີ່ບໍລິ ການແມ່ນມີຄວາມປອດໄພ 100%  ສະເພາະພະນັກງານຮັກສາຄວາມ ປອດໄພໄດ້ຮັບການຝຶກອົບມາເປັນຢ່າງດີ, ພວກເຮົາຍັງມີການກະກຽມຄວາມພ້ອມດ້ານອຸປະກອນ, ກວດສອບອຸປະກອນ, ສາຍສະລິງ, ຕ້ອງມີການຊ້ອມ, ສາທິດກ່ອນການລົງຫລິ້ນກິດຈະກຳ ເປັນຕົ້ນ ສາທິດການນໍາໃຊ້ອຸປະກອນອື່ນໆ ເພື່ອຄວາມປອດໄພທຸກຢ່າງ, ເວລາຫລິ້ນກິດຈະກໍາພະນັກງານຮັກສາຄວາມປອດໄພຈະຕິດຕາມໄປໃກ້ຊິດຕະຫລອດໄລຍະລົງຫລິ້ນ ຈົນສິ້ນສຸດກິດຈະກໍາ. ສໍາລັບກິດຈະກໍາປີນຜາສູງຈະເລີ່ມບໍລິການໃຫ້ນັກທ່ອງທ່ຽວໃນໄວໆນີ້. ສ່ວນກິດຈະກໍາທີ່ນັກທ່ອງທ່ຽວນິຍົມຫລາຍທີ່ສຸດ ແມ່ນກິດຈະກໍາຂີ່ສະລິງ 2 ຊົ່ວໂມງ, ຕໍ່ມາແມ່ນເຄິ່ງມື້. ພ້ອມນັ້ນສະຖານທີ່ທ່ອງທ່ຽວພູຜາມ່ານຍັງໄດ້ສຸມໃສ່ອະນຸລັກສັດປ່າຊີວະນາໆພັນເຊັ່ນ: ໂຕຄ່າງສາມາດເຫັນ ໄດ້ໃນໄລຍະ 6:00 ໂມງ ຫາ 9:00 ໂມງເຊົ້າ ແລະ 15:00 ໂມງ ຫາ 17:30 ໂມງ ຫລື ກ່ອນຕາເວັນຕົກດິນ. ນອກນີ້, ຍັງມີນົກ, ກະຮອກ ແລະ ອື່ນໆຫລາຍຊະນິດໃຫ້ໄດ້ເຫັນຕື່ມອີກ.

     ປັດຈຸບັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເປັນຈໍານວນຫລວງຫລາຍ ໃນແຕ່ລະມື້ ແລະ ເຂົ້າມາທ່ຽວຫລາຍທີ່ສຸດແມ່ນໄລຍະເດືອນ ກັນຍາ ຫາ ເດືອນມີນາ, ສ່ວນຫລາຍເປັນນັກທ່ອງອາຊີ, ເອີຣົບ, ສິງກະໂປ, ຫວຽດນາມ, ມາເລເຊຍ ແລະ ຟີລິບປິນ.

ບົດ-ພາບໂດຍ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top