ຖອດຖອນບົດຮຽນຜົນສໍາເລັດການ ດໍາເນີນກອງປະຊຸມໃຫຍ່ອົງຄະນະ ຮວຜທ

06/02/2025 13:43
Email Print 149
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບຖອດຖອນ ບົດຮຽນຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I ອົງຄະນະພັກໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ​ໃນ​ວັນ​ທີ 5 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ໂຮງຮຽນ, ມີຄະນະພັກ, ຄະນະໜ່ວຍພັກ ​ແລະ ສະມາຊິກພັກທົ່ວໂຮງຮຽນ ເຂົ້າຮ່ວມ.




ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບຖອດຖອນ ບົດຮຽນຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ
I ອົງຄະນະພັກໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ​ໃນ​ວັນ​ທີ 5 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ໂຮງຮຽນ, ມີຄະນະພັກ, ຄະນະໜ່ວຍພັກ ​ແລະ ສະມາຊິກພັກທົ່ວໂຮງຮຽນ ເຂົ້າຮ່ວມ.




ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ກຳມະການຄະນະພັກ, ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ສະຫລຸບລາຍງານຜົນສໍາເລັດ ການດໍາເນີນກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງການກະກຽມ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງອະນຸກໍາມະການຕ່າງໆ ໃນໄລຍະຜ່ານມາ. ໃນນັ້ນ, ຄະນະບໍລິຫານງານພັກໂຮງຮຽນ ໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມເປັນເອກະພາບ
, ຈັດຕັ້ງຜັນຂະຫຍາຍອອກເປັນແຜນການ ຂອງຄະນະບໍລິຫານງານພັກ ໂດຍສອດຄ່ອງກັບສະພາບຈຸດພິເສດ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ, ອອກມະຕິຕົກລົງ ແຕ່ງຕັ້ງຄະນະຊີ້ນຳ, ບັນດາອະນຸກຳມະການ, ການແບ່ງຜູ້ແທນສົມບູນສຳຮອງ, ແຜນດຳເນີນງານ, ວຽກງານຮັບປະກັນດ້ານງົບປະມານ. ຫລັງຈາກນັ້ນ, ບັນດາອະນຸກຳມະການຕ່າງໆ ສະມາ ຊິກພັກ, ພະນັກງານ-ນັກຮົບທຸກສະຫາຍ ກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ຕາມຂົງເຂດຮັບຜິດຊອບຂອງຕົນ ເປັນຕົ້ນ ດ້ານຂະບວນ ການຕ່າງໆ, ດ້ານເນື້ອໃນ, ການດຳເນີນຊີວິດການເມືອງ, ການກະກຽມບຸກຄະລາກອນ ແລະ ເງື່ອນໄຂຄວາມພ້ອມດ້ານອື່ນໆ ເຮັດໃຫ້ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ອົງ ຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ດຳເນີນໄປດ້ວຍຄວາມໝາຍເລິກເຊິ່ງ, ຖືກຕ້ອງຕາມຫລັກການ ບັນລຸໄດ້ຕາມຈຸດ ປະສົກຄາດໝາຍຂອງຂັ້ນເທິງ ແລະ ມີຜົນສຳເລັດຢ່າງຈົບງານ. ທັງນີ້, ເພື່ອເປັນການຖອດຖອນ ບົດຮຽນຮອບດ້ານລວມທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂໃນຕໍ່ໜ້າ.

ພ້ອມນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນດີເດັ່ນ ທີ່ປະກອບສ່ວນເຂົ້າໃນ ວຽກງານຮັບໃຊ້ກອງປະຊຸມ ຈຳນວນ 213 ສະຫາຍ ແລະ ມອບລາງວັນການແຂ່ງຂັນກິລາມວນຊົນ ຕື່ມອີກ.




ໂອກາດນີ້
, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດດັ່ງກ່າວ ທີ່ຍາດມາໄດ້, ພ້ອມທັງຊີ້​ນໍາໃຫ້ບັນດາສະຫາຍ ກຳແໜ້ນຖືເອົາວຽກງານ ການເມືອງ-ແນວຄິດເປັນວຽກແຖວໜ້າ, ສຶກສາອົບຮົມພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວ ທາງນະໂຍບາຍຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ຮັບໃຊ້ປະຊາຊົນບັນດາເຜົ່າ ດ້ວຍຄວາມບໍລິສຸດໃຈ, ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງກຳແໜ້ນບັນດາເນື້ອໃນ, ຄຳສັ່ງແນະນຳຈາກຂັ້ນເທິງ ໃນການກະກຽມກອງປະຊຸມໃຫຍ່ ແຕ່ລະຂັ້ນຂອງພັກຢ່າງເລິກເຊິ່ງ, ກຳແໜ້ນສະພາບ ຈຸດພິເສດຂອງກົມກອງ ຫັນເອົາມະຕິຄຳສັ່ງ ຂອງຄະນະພັກຂັ້ນເທິງ ມາເປັນແຜນການ ກະກຽມວຽກງານຮອບດ້ານ, ສະມາຊິກພັກ ຕ້ອງເປັນເຈົ້າການ ຫັນເອົາມະຕິຕົກລົງຂອງຄະນະພັກມາເປັນແຜນການ ໃນການດຳເນີນງານແຕ່ລະໄລຍະ, ສ້າງຂະບວນການດ້ານຕ່າງໆ ໃຫ້ມີຄວາມຟົດຟື້ນ ແລະ ກວ້າງຂວາງ, ເອົາໃຈໃສ່ດຳເນີນຊີວິດການເມືອງ ສ່ອງແສງລາຍງານ ຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ແລະ ມີຄວາມຮັບຜິດຊອບສູງ, ພ້ອມກັນນໍາເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິພາບ ແລະ ປະສິດທີ່ຜົນຍິ່ງຂຶ້ນ.




ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • 70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດການເມືອງ

      70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດ

      2/7/2025 8:02:55 PM

      ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    • ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15ການເມືອງ

      ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ດຳເນີນກອງປະຊຸມສຸດຍອດ ຄັ້ງທີ 15

      2/7/2025 7:43:18 PM

      ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນ ກໍາປູເຈຍ, ປະທານສະພາສູງ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7 ກຸມພາ 2025.

    • ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບການເມືອງ

      ນາຍົກ ເນັ້ນໃຫ້ຂະແໜງ ຖວທ ປັບປຸງວຽກ ງານຖະແຫລງຂ່າວ ໃຫ້ແຂງແຮງ-ມີປະສິດທິພາບ

      2/7/2025 7:38:03 PM

      ຂປລ. ໃນໂອກາດສຳເລັດກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປະຈຳປີ 2024 ໃນວັນທີ 7 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຂະແໜງ ຖວທ ທົ່ວປະເທດ ສືບຕໍ່ເອົາໃຈໃສ່ ຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫລງຂ່າວ, ວຽກງານສື່ມວນຊົນ ໃຫ້ແຂງແຮງກວ່າເກົ່າ

ads
ads

Top