ເປີດວາງສະແດງຜະລິດຕະພັນ ຫັດຖະກຳ ແລະ ສິນຄ້າລາວ ຢູ່ສະໜາມສາກົນວັດໄຕ

06/02/2025 14:07
Email Print 161
ຂປລ ຂປລ. ພິທີເປີດງານວາງສະແດງຜະລິດຕະພັນ ຫັດຖະກຳລາວ ແລະ ສິນຄ້າລາວ ຢູ່ສະໜາມບິນສາກົນວັດໄຕ ຈັດ​ຂຶ້ນໃນວັນທີ 5 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ, ມີ​ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ, ແຂວງວຽງຈັນ, ສະມາຄົມຫັດຖະກໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ. ພິທີເປີດງານວາງສະແດງຜະລິດຕະພັນ ຫັດຖະກຳລາວ ແລະ ສິນຄ້າລາວ ຢູ່ສະໜາມບິນສາກົນວັດໄຕ ຈັດ​ຂຶ້ນໃນວັນທີ 5 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ
, ມີ​ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ, ແຂວງວຽງຈັນ, ສະມາຄົມຫັດຖະກໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

      

ທ່ານ ນາງ ອານິດ ສີວິໄຊ ​ໄດ້​ໃຫ້​ຮູ້ວ່າ: ການວາງສະແດງຜະລິດຕະພັນ ຫັດຖະກຳລາວ ແລະ ສິນ ຄ້າລາວ ໃນຄັ້ງນີ້
, ເພື່ອສົ່ງເສີມ ແລະ ສະໜັບສະໜູນສີໄມ້ລາຍມື ທ້ອງຖິ່ນຂອງປະເທດລາວ ໂດຍການນໍາສະເໜີຄຸນຄ່າ ແລະ ເອກະລັກຂອງວັດທະນະທໍາລາວ ໃນລະດັບສາກົນ. ພ້ອມທັງ, ເປີດໂອ ກາດດ້ານການຕະຫລາດ ໃຫ້ແກ່ຜູ້ຜະລິດຢູ່ທ້ອງຖິ່ນຂອງລາວ,  ທັງເປັນການຊ່ວຍສະໜັບສະໜູນເສດ ຖະກິດທ້ອງຖິ່ນ, ຊ່ວຍຍົກລະດັບຊີວິດການເປັນຢູ່ ຂອງຜູ້ທີ່ສ້າງສັນຜົນງານ ສິລະປະອັນສວຍງາມ ທາງດ້ານຫັດຖະກຳ ທີ່ເປັນເອກະລັກຂອງລາວ.

        


ພາຍໃນງານມີສິນຄ້າ ຫັດຖະກໍາທີ່ຫລາກຫລາຍເຊັ່ນ: ກະເປົາຫວາຍ
, ສິ້ນ, ແຜນຜ້າ, ເຄື່ອງຕົບ ແຕ່ງບ້ານ, ລວມເຖິງ ຖ້ວຍ, ບ່ວງ ທີ່ເຮັດຈາກໄມ້, ໂຕະ, ຕັ່ງ ແລະ ອື່ນໆ ທີ່ມາຈາກຫລາຍທ້ອງຖິ່ນ ທີ່ເປັນເອກະລັກຂອງລາວມາວາງສະແດງ ແລະ ຈຳໜ່າຍຢູ່ທີ່ສະໜາມສາກົນວັດໄຕ ຊັ້ນ 3 ເລີ່ມແຕ່ວັນທີ 27 ມັງກອນ ຫາ 21 ເມສາ ປີ 2025. ເຊີນຊວນແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຫລື ຈະເດີນທາງໄປຍັງປະເທດຕ່າງໆ ສາມາດເຂົ້າມາເລາະຊົມ ເລາະຊື້ເພື່ອເປັນເຄື່ອງຕ້ອງຂອງຝາກໄດ້.




ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top