ຄະນະທີ່ປຶກສາຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ສະຫລຸບວຽກງານ ປີ 2024

04/02/2025 21:57
Email Print 623
ຂປລ ຂປລ. ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບວຽກງານຂອງ ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈໍາປີ 2024 ແລະ ວາງທິດທາງແຜນວຽກຈຸດສຸມປີ 2025 ໃນວັນທີ 3 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສນຊ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບວຽກງານຂອງ ຄະນະທີ່ປຶກສາຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈໍາປີ
2024 ແລະ ວາງທິດທາງແຜນວຽກຈຸດສຸມປີ 2025 ໃນວັນທີ 3 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສນຊ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້
, ໄດ້ຮັບຟັງບົດສະຫລຸບຕີລາຄາຜົນງານການເຄື່ອນໄຫວ ວຽກງານພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ເຊິ່ງ 1 ປີ ຜ່ານມາ ຄະນະທີ່ປຶກສາວຽກງານພົວພັນ ຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການສ້າງສາ ພັດທະນາປະເທດຊາດ ໂດຍສະເພາະ ທາງດ້ານທຶນຮອນເຂົ້າໃນ ການສ້າງໂຮງຮຽນ ແລະ ມອບເຄື່ອງໃຊ້ໃຫ້ແກ່ ເຂດຫ່າງໄກສອກຫລີກ ເປັນຕົ້ນ ໄດ້ມອບໂຮງຮຽນປະຖົມ ໃຫ້ບ້ານນໍ້າຈ້າວເໜືອ ເມືອງໝອກ ແຂວງຊຽງຂວາງ, ໂຮງຮຽນມັດທະຍົມ ເມືອງຈອມທອງ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ, ໄດ້ປະກອບທຶນ 55 ລ້ານກີບ ເພື່ອສ້າງໂຮງຮຽນນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ, ມອບເງິນ 65 ລ້ານກີບ ໃຫ້ເມືອງຊຽງຮອນ ເພື່ອສ້າງຂັ້ນໄດຂຶ້ນສູ່ພະເຈົ້າໃຫຍ່ ພຸດທະປາລະມີສະຣີ ທີ່ແຂວງໄຊຍະບູລີ, ມອບຜ້າຫົ່ມໃຫ້ໂຮງຮຽນມັດທະຍົມສົມບູນປາກເປັດ ມົກສະຕຸ ແລະ ໂຮງຮຽນມັດທະຍົມສົມບູນຊຽງຮອນ ແຂວງໄຊຍະບູລີ ຈໍານວນ 17 ລ້ານກີບ. ໃນນີ້, ຜົນງານ ທີ່ເປັນຂີດໝາຍປະຫວັດສາດ ແມ່ນຄະນະກໍາມະການສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ໄດ້ເປັນຄັນທຸງປຸກລະດົມຂົນຂວາຍ ແລະ  ເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ໄດ້ມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ຄັ້ງປະຖົມມະລືກ ທີ່ນະຄອນຫລວງວຽງຈັນ. ພ້ອມນີ້, ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົົງຂອງຄະນະປະຈຳ ສນຊ ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າຄະນະທີ່ປຶກສາວຽກງານ ຄົນເຊື້ອຊາດລາວຢູ່ຕ່າງປະເທດ ຂອງ ສນຊ.




ນອກຈາກນີ້
, ກອງປະຊຸມ ຍັງໄດ້ປຶກສາຫາລື ແຜນວຽກຈຸດສຸມໃນປີ 2025 ໂດຍສະເພາະແມ່ນ ສືບຕໍ່ຜັນຂະຫຍາຍນິຕິກໍາ ແລະ ຄໍາແນະນໍາ ທີ່ກ່ຽວຂ້ອງກັບພີ່ນ້ອງຊາດລາວຢູ່ຕ່າງປະເທດ ມາດໍາເນີນທຸລະກິດຢູ່ ສປປ ລາວ ແລະ ມາດໍາລົງຊີວິດຢູ່ ສປປ ລາວແບບຖາວອນ ຕາມມາດຖານ ແລະ ເງື່ອນໄຂຕົວຈິງຂອງບຸກຄົນ ເຊິ່ງພັກ-ລັດ ຖະບານ ໄດ້ສ້າງນິຕິກໍາດັ່ງກ່າວສໍາເລັດແລ້ວ ເພື່ອສືບຕໍ່ຜັນຂະຫຍາຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈພ້ອມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ.

ຂ່າວ-ພາບ: ສນຊ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top