ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ເລັ່ງກວດກູ້ ແລະ ທຳລາຍລະເບີດ ຢູ່ເມືອງວຽງໄຊ

06/02/2025 13:51
Email Print 153
ຂປລ ຂປລ. ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ສຳຫລວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫລາຍຂຶ້ນ. ປັດຈຸບັນ, ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ເມືອງວຽງໄຊ ແຂວງຫົວພັນ ​ເຊິ່ງມີເນື້ອທີ່ທັງໝົດ 6.700 ຕາແມັດ, ກວດກູ້ສຳເລັດແລ້ວ 3.800 ກວ່າຕາແມັດ, ພົບລະເບີດ ຈໍຳນວນ 9 ລູກ, ສໍຳພາວຸດ 3 ລູກ, ​ໂບມ​ບີບູລູ 26 ປະເພດ, ລະເບີດລູກຫວ່ານ 6 ລູກ.




ຂປລ. ກອງກວດ-ກູ້ລະເບີດ
58 ເພື່ອມະນຸດສະທຳ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ສຳຫລວດ ກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກ ສະບາຍຫລາຍຂຶ້ນ. ປັດຈຸບັນ, ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ເມືອງວຽງໄຊ ແຂວງຫົວພັນ ​ເຊິ່ງມີເນື້ອທີ່ທັງໝົດ 6.700 ຕາແມັດ, ກວດກູ້ສຳເລັດແລ້ວ 3.800 ກວ່າຕາແມັດ, ພົບລະເບີດ ຈໍຳນວນ 9 ລູກ, ສໍຳພາວຸດ 3 ລູກ, ​ໂບມ​ບີບູລູ 26 ປະເພດ, ລະເບີດລູກຫວ່ານ 6 ລູກ.




ສະຫາຍ ພັນໂທ ພູວຽງ ວັນນະສອນ ຮອງຫົວໜ້າການທະຫານ ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ, ຮັບຜິດຊອບດ້ານວິຊາການ ເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ປະຈຳເມືອງວຽງໄຊ ແຂວງຫົວພັນ ​ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ທີມງານຂອງພວກເຮົາ ໄດ້ເຂົ້າສະໜາມກວດກູ້ສະໜາມທີ
5 ໂຮງຮຽນ ມສ ວຽງໄຊ ໂດຍໄດ້ລົງມືຈັດຕັ້ງປະຕິບັດກວດກູ້ແຕ່ວັນທີ 23 ມັງກອນ 2025 ເປັນຕົ້ນມາ ເຊິ່ງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ຂໍ້​ສະດວກ ​ແມ່ນຂັ້ນເທິງໄດ້ລົງເລິກ ໃກ້ຊິດຕິດແທດ ແລະ ຕອບສະໜອງ ດ້ານອຸປະກອນການຮັບໃຊ້ຕ່າງໆ, ຕະຫລອດຮອດອຳນາດການປົກຄອງ, ຄະນະອຳນວຍການ ​ແລະ ນັກຮຽນໃຫ້ ການຮ່ວມມືເປັນຢ່າງດີ. ສ່ວນຂໍ້ຫຍຸ້ງຍາກແມ່ນສະຖານທີ່ດັ່ງກ່າວ ເປັນຂອບເຂດຖົມດິນ, ດິນແຂງຜ່ານການໂລມາກ່ອນ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຂຸດ. ໃນນັ້ນ, ຍັງພົບເສດສະເກັດ ແລະ ຊິ້ນສ່ວນລະເບີດເປັນຈຳນວນຫລວງຫລາຍ. ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບດ້ານວິຊາການ ເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ກໍໄດ້ຂຸ້ນ ຂ້ຽວກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ເມືອງວຽງໄຊ ແຂວງຫົວພັນ ໃຫ້ສຳເລັດກ່ອນວັນທີ 8 ກຸມພາ 2025 ນີ້.




ໃນປັດຈຸບັນ ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ຍັງສືບຕໍ່ສົ່ງຜົນກະທົບ ຢູ່ບໍລິເວນກວ້າງຂວາງຂອງ ປະເທດເຮົາເຊັ່ນ: ໃນປ່າດົງ
, ທົ່ງໄຮ່-ທົ່ງນາ, ບ້ານ, ໂຮງຮຽນ, ຖະໜົນຫົນທາງ ແລະ ເຂດທີ່ຢູ່ອາ​ໄສ ຂອງປະຊາຊົນ ຢ່າງຫລວງຫລາຍ. ສະນັ້ນ ກອງກວດ-ກູ້ລະເບີດ ເພື່ອມະນຸດສະທຳ  58 ຜູ້ທີ່ປະຕິບັດໜ້າທີ່ຕົວຈິງ ໄດ້ສູ້ຊົນປະຕິບັດໜ້າ ທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນເຮັດໃຫ້ປະຊາຊົນ ໄດ້ຮັບຄວາມປອດໄພສູງສຸດ ຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ.




ພາບ-ຂ່າວ: ອາໄຊ

KPL

ຂ່າວອື່ນໆ

ads
ads

Top