ຂປລ
ຂປລ. ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ (ຄຊປທ) ຈັດພິທີມອບ-ຮັບອຸປະ ກອນໂຄສະນາປູກຈິດສານຶກ ກ່ຽວກັບຄວາມປອດໄພທາງຫລວງ ພາຍໃຕ້ທຶນກອງທຶນທາງບ້ວງ ຄວາມປອດໄພທາງຫລວງ ປີ 2024 ໃຫ້ 18 ແຂວງໃນຂອບເຂດທົ່ວປະເທດ ໃນວັນທີ 4 ກຸມພາ 2025 ຢູ່ກົມຂົນສົ່ງ ກະຊວງໂຍທາທິການແລະ ຂົນສົ່ງ
![](https://kpl.gov.la/Media/Upload/News/Thumb/2025/02/05/107.jpg)
ຂປລ. ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ (ຄຊປທ) ຈັດພິທີມອບ-ຮັບອຸປະ ກອນໂຄສະນາປູກຈິດສານຶກ ກ່ຽວກັບຄວາມປອດໄພທາງຫລວງ ພາຍໃຕ້ທຶນກອງທຶນທາງບ້ວງ ຄວາມປອດໄພທາງຫລວງ ປີ 2024 ໃຫ້ 18 ແຂວງໃນຂອບເຂດທົ່ວປະເທດ ໃນວັນທີ 4 ກຸມພາ 2025 ຢູ່ກົມຂົນສົ່ງ ກະຊວງໂຍທາທິການແລະ ຂົນສົ່ງ ປະກອບມີ: ຄອມພິວເຕີໂນດບຸກ 18 ໜ່ວຍ, ລຳໂພງ 18 ໜ່ວຍ ແລະ ເຄື່ອງສາຍໂປເຈັກເຕີ 18 ຊຸດ ໂດຍມອບໃຫ້ແຂວງລະ 1 ໜ່ວຍ ໂດຍມີ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າກອງເລຂາ ຄຊປທ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ສຸກສະຫວັນ ໄພປັນຍາ ຫົວໜ້າພະແນກຈະລາຈອນ, ກົມຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໃນປີ 2018 ພາຍໃຕ້ໂຄງການຂະແໜງຂົວທາງໄລຍະ 2 LRSP2 ແລະ ໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ ການສະໜອງອຸປະກອນໂຄສະນາ ໃຫ້ຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ຈໍານວນ 18 ແຂວງ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ 148 ເມືອງ, ປະກອບມີ: ຕູ້ລໍາໂພງ, ຄອມພິວເຕີໂນດບຸກ, ເຄື່ອງສາຍຈໍໂປຣເຈັກເຕີ ແລະ ຈໍ. ມາເຖິງປັດຈຸບັນ, ອຸປະກອນດັ່ງກ່າວກໍຊຸດໂຊມ ຫລາຍແຂວງໃຊ້ການບໍ່ໄດ້ ເຮັດໃຫ້ເວລາລົງເຮັດວຽກງານໂຄສະນາ ມີຄວາມຫຍຸ້ງຍາກ.
ສະນັ້ນ, ໃນປີ 2024 ຈຶ່ງໄດ້ຄົ້ນຄວ້າຂຶ້ນແຜນ ຈັດຊື້ອຸປະກອນດັ່ງກ່າວ ແລະ ໄດ້ຈັດພິທີມອບ-ຮັບໃນມື້ນີ້, ຈຸດປະສົງເພື່ອ ໃຫ້ນໍາໃຊ້ເຂົ້າໃນການເຮັດກິດຈະກໍາໂຄສະນາ, ປຸກລະດົມສະຕິ ແລະ ປູກຈິດສໍານຶກກ່ຽວກັບຄວາມປອດໄພ ໃນການໃຊ້ລົດໃຊ້ທາງຫລວງ ທຸກເພດ ທຸກໄວ ທຸກຊັ້ນຄົນໃນສັງຄົມ ໃຫ້ເຫັນໄດ້ເຖິງໄພອັນຕະລາຍ ໃນການລະເມີດກົດຈະລາຈອນ ແນໃສ່ເຮັດໃຫ້ຜູ້ນໍາໃຊ້ລົດນໍາໃຊ້ທາງຫລວງ ໄດ້ຮັບຮູ້ກົດລະບຽບຈະລາຈອນ, ເຕັກນິກການຂັບຂີ່ທີ່ປອດໄພ ແລະ ຄຸນສົມບັດມາລະຍາດໃນການຂັບຂີ່ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອເປັນການປະກອບສ່ວນ ໃນການປະຕິບັດນະໂຍບາຍ ຂອງລັດຖະບານ ກໍຄື ຍຸດທະສາດຄວາມປອດໄພທາງຫລວງ ໃນການຫລຸດຜ່ອນການເກີດອຸບັດເຫດ ລົງເທື່ອລະກ້າວ.
ຂໍ້ມູນ-ພາບ: ກອງເລຂາ ຄຊປທ
KPL