ຂປລ
ທ່ານ ໂດນັນທໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ກ່ຽວກັບ ການຈັດຕັ້ງ ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອວັນທີ 4 ກຸມພາ, ທ່ານ ໂດນັນທໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ກ່ຽວກັບ ການຈັດຕັ້ງ ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ.
ຂະນະດຽວກັນ ຜູ້ນໍາສ.ອາເມລິກາ ກ່າວວ່າ: ເມື່ອການຈັດຕັ້ງ ກອງທຶນສຳເລັດແລ້ວ ໜຶ່ງໃນເປົ້າໝາຍຂອງ ການໃຊ້ກອງທຶນ ອາດຈະເປັນ ການເຮັດທຸລະກຳ ໃນການຊື້ ກິດຈະການ ຕິກຕ໊ອກ ແຕ່ບໍ່ໄດ້ກ່າວ ລົງເລິກ ລາຍລະອຽດດັ່ງກ່າວ. ກອງທຶນຄວາມໝັ້ນຄົງ ແຫ່ງຊາດ ເປັນກອງທຶນ ທີ່ຈັດຕັ້ງ ໂດຍ ລັດຖະບານ ດ້ວຍການນໍາສະພາບຄ່ອງ ສ່ວນເກີນ ໄປລົງທຶນ ໃນຊັບສິນ ຕ່າງປະເທດ, ໂດຍບາງປະເທດ ອາດຈະໃຊ້ ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ, ເປັນແຫລ່ງລົງທຶນ ເພື່ອພັດທະນາ ປະເທດໃນອະນາຄົດ.
ປັດຈຸບັນ ນອກແວ ເປັນປະເທດ ທີ່ມີ ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ ຂະໜາດໃຫຍ່ ທີ່ສຸດ ໃນໂລກ ດ້ວຍມູນຄ່າ ຊັບສິນ ປະມານ 1,75 ພັນຕື້ໂດລາ ສະຫະລັດ ບໍລິຫານງານ ໂດຍ ທະນາຄານກາງ ນອກແວ, ຊຶ່ງມີລາຍໄດ້ ຈາກ ອຸດສາຫະກຳ ນໍ້າມັນ ແລະ ແກັສ ໂດບມີ ເປົ້າໝາຍ ເພື່ອບໍລິຫານ ຊັບພະຍາກອນ ຂອງ ປະເທດ ໃນໄລຍະຍາວ ເພື່ອລັດຖະບານ ຈະນໍາເອົາບ້ວງເງິນ ໄປລົງທຶນ ໃນຊັບສິນທົ່ວໂລກ ເຊັ່ນ: ຫຸ້ນ, ພັນທະບັດ, ອະສັງຫາລິມະຊັບ ແລະ ພື້ນຖານໂຄງລ່າງ. /
KPL