ຂປລ
ຕາມຂໍ້ມູນ ກະຊວງ ແຮງງານ ຍີ່ປຸ່ນ ໃຫ້ຮູ້ວ່າ ຕົວເລກ ແຮງງານ ຕ່າງປະເທດ ຢູ່ໃນຍີ່ປຸ່ນ ລວມມີ 2,3 ລ້ານຄົນ ໃນເດືອນຕຸລາປີ 2024, ເພີ່ມຂຶ້ນ ປະມານ 254.000 ຄົນ ເມື່ອທຽບໃສ່ປິຜ່ານມາ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ. ຕາມຂໍ້ມູນ ກະຊວງ ແຮງງານ ຍີ່ປຸ່ນ ໃຫ້ຮູ້ວ່າ ຕົວເລກ ແຮງງານ ຕ່າງປະເທດ ຢູ່ໃນຍີ່ປຸ່ນ ລວມມີ 2,3 ລ້ານຄົນ ໃນເດືອນຕຸລາປີ 2024, ເພີ່ມຂຶ້ນ ປະມານ 254.000 ຄົນ ເມື່ອທຽບໃສ່ປິຜ່ານມາ. ຕົວເລກ ສະຖິຕິ ດັ່ງກ່າວ ເພີ່ມຂຶ້ນຫລາຍທີ່ສຸດ ນັບຕັ້ງແຕ່ ເລີ່ມມີການ ບັນທຶກ ຂໍ້ມູນ ທີ່ກ່ຽວຂ້ອງ ຢ່າງເປັນທາງການ ເມື່ອປີ 2008 ແລະ ເພີ່ມຂຶ້ນປະມານ 3 ເທົ່າ ໃນໄລຍະເວລາ 10 ປີ ຜ່ານມາ. ໃນປີ 2014 ຍີ່ປຸ່ນ ມີຈຳນວນແຮງງານ ຊາວຕ່າງປະເທດ ປະມານ 788.000 ຄົນ. ໂດຍສະເພາະ ແຮງງານ ສັນຊາດ ຫວຽດນາມ, ສປຈີນ ແລະ ຟີລິບປີນ ກວມເອົາ ອັດຕາສ່ວນ ແຮງງານຕ່າງປະເທດຫລາຍທີ່ສຸດ ໃນຂະນະທີ່ ຕຳແໜ່ງງານ ສ່ວນໃຫຍ່ ຂອງ ແຮງງານດັ່ງກ່າວນີ້ ໄດ້ແກ່ ຂະແໜງ ການຜະລິດ, ການບໍລິການ ແລະ ການຄ້າຍ່ອຍ. /
KPL