ກະຊວງພາຍສະຫລຸບການຈັດຕັ້ງປະຕິບັດວຽກງານ

30/01/2025 13:50
Email Print 1285
ຂປລ ຂປລ. ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງພາຍໃນ ຈັດຂຶ້ນໃນວັນທີ 29 ມັງກອນ 2025 ພາຍ​ໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກພາຍໃນແຂວງ ແລະ ນະຄອນຫລວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມ.




ຂປລ. ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປີ
2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງພາຍໃນ ຈັດຂຶ້ນໃນວັນທີ 29 ມັງກອນ 2025 ພາຍ​ໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກພາຍໃນແຂວງ ແລະ ນະຄອນຫລວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມ.    




ທ່ານ ວິໄລວົງ ບຸດດາຄໍາ ​ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້
, ໄດ້ຮັບຟັງການສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ຂອງຂະແໜງ ການພາຍໃນ, ພ້ອມທັງຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຂອງຄະນະພັກ, ຄະນະນຳກະຊວງພາຍໃນ ແລະ ຄະນະພັກ, ຄະນະນໍາທຸກຂັ້ນ ຂອງຂະແໜງການພາຍໃນ ໃນການຈັດຕັ້ງປະຕິບັດ ບັນດາວຽກງານວິຊາສະເພາະ ທີ່ຕິດພັນກັບພາລະບົດບາດ ຂອງກະຊວງພາຍໃນ ໂດຍສະເພາະ ແມ່ນການຕີລາຄາບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2024 ທີ່ຜ່ານມາ ແລະ ວາງທິດທາງແຜນການ ປີ 2025. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການຜ່ານມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016, ແຜນການຄາດໝາຍສູ້ຊົນປີ 2025 ແລະ ທິດທາງແຜນການ 5 ປີ (2026-2030) ສະບັບເລກທີ 135/ສພຊ, ລົງວັນທີ 11 ທັນວາ 2024, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ທີ່ຕິດພັນກັບການສ້າງຕາແສງ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ການລາຍງານກ່ຽວກັບສະພາບ ການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດ ຕໍາແໜ່ງງານ, ວຽກງານບໍລິການຜ່ານປະຕູດຽວ.




ທ່ານ ວິໄລວົງ ບຸດດາຄໍາ ຍັງໃຫ້ຮູ້ອີກວ່າ: ກະຊວງພາຍໃນ ເປັນອົງການຈັດຕັ້ງໜຶ່ງ ໃນໂຄງປະກອບກົງຈັກຂອງລັດຖະບານ
, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານການປົກຄອງ, ການບໍລິຫານລັດ, ການຄຸ້ມຄອງລັດຖະກອນ, ການຄຸ້ມຄອງອົງການ ຈັດຕັ້ງທາງສັງຄົມ, ວຽກງານສາມສ້າງ, ວຽກງານສໍາຫລວດ, ວັດແທກ ແລະ ແຜນທີ່, ວຽກງານເອກະສານ, ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານຄຸ້ມຄອງພົນລະເມືອງ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ, ວຽກງານຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ.

ຂໍ້ມູນ-ພາບ: ສຳນານ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top